Homeຂ່າວພາຍ​ໃນເຈົ້າຫນ້າທີ່ຈັບຕົວ ສອງຜົວ-ເມຍ ຄ້າຂາຍຢາເສບຕິດ 3,606 ເມັດ ທີ່ແຂວງຊຽງຂວາງ

ເຈົ້າຫນ້າທີ່ຈັບຕົວ ສອງຜົວ-ເມຍ ຄ້າຂາຍຢາເສບຕິດ 3,606 ເມັດ ທີ່ແຂວງຊຽງຂວາງ

Published on

ໃນວັນທີ 20 ພະຈິກ 2017 ເຈົ້າໜ້າທີ່ຕໍາຫຼວດພະເເນກສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງຊຽງຂວາງ ແລະ ພາກສ່ວນທີ່ກ່ຽວຂ້ອງ ໄດ້ພົບເຫັນເປົ້າຫມາຍການຄ້າຂາຍຢາເສບຕິດ ຢູ່ເຂດບ້ານສີໂພນໄຊ, ເມືອງແປກ ເປັນສອງຜົວ-ເມຍ ຊື່ທ້າວ ເລົ່າວ່າ ອາຍຸ 29 ປີ ແລະ ນາງ ເຊ້ລໍ່ ອາຍຸ 35 ປີ ອາໄສຢູ່ບ້ານເເລ້ງ, ເມືອງແປກ, ແຂວງຊຽງຂວາງ ພ້ອມຂອງກາງຢາບ້າຈຳນວນ 3 ຖົງ ເທົ່າກັບ 600 ເມັດ. ຈື່ງໄດ້ນຳຕົວທັງສອງມາສອບສວນຂະຫຍາຍຜົນ ແລະ ກວດຄົ້ນພົບເຫັນຢາບ້າທີ່ຊຸກເຊື່ອງຢູ່ໃນເຮືອນຕື່ມອີກ 15 ຖົງ ແລະ 6 ເມັດ.

ຜ່ານການສືບສວນສອບສວນ ທັງສອງຜົວ-ເມຍ ໃຫ້ການສາລະພາບວ່າ: ຢາບ້າຈໍານວນ 3 ຖົງ ທີ່ເຈົ້າໜ້າທີ່ກວດພົບເຫັນນັ້ນເປັນຂອງພວກຕົນແທ້ ໄດ້ສັ່ງຊື້ນໍາບຸກຄົນທີ່ບໍ່ອອກນາມ ນັດສົ່ງຢູ່ສວນພູຄໍາ, ເມືອງແປກ, ແຂວງຊຽງຂວາງ. ພາຍຫຼັງການຊື້-ຂາຍໄດ້ສໍາເລັດພວກກ່ຽວພວມຈະກັບບ້ານ ກໍຖືກເຈົ້າໜ້າທີ່ປະສານງານເຂົ້າກັກຕົວພ້ອມຂອງກາງເປັນຢາບ້າ ຈໍານວນ 3 ຖົງ. ຫລັງຈາກນັ້ນ, ເຈົ້າໜ້າທີ່ໄດ້ຄຸມຕົວທັງສອງໄປກວດຄົ້ນເຮືອນ ພົບຂອງກາງຢາບ້າຕື່ມອີກ ຈຳນວນ 15 ຖົງ ກັບ 6 ເມັດ ລວມຢາບ້າທີ່ກວດພົບເຫັນທັງໝົດເປັນ ຈໍານວນ 18 ຖົງ ກັບ 6 ເມັດ ເຊີ່ງເທົ່າກັບຈຳນວນ 3.606 ເມັດ.

ຄະດີດັ່ງກ່າວແມ່ນຢູ່ໃນຂັ້ນຕອນການສືບສວນ-ສອບສວນຂອງເຈົ້າໜ້າທີ່ ປກສ ແຂວງຊຽງຂວາງ ເພື່ອຂະຫຍາຍຜົນຫາກຸ່ມຄ້າຂາຍຢາເສບຕິດທີ່ເປັນບັນຫາສ້າງຄວາມບໍ່ສະຫງົບ ແລະ ຄວາມບໍ່ເປັນລະບຽບຮຽບຮ້ອຍໃນສັງຄົມ, ໃຫ້ຢາເສບຄິດຫຼຸດພົ້ນຈາກສັງຄົມ.

ແຫລ່ງຂ່າວ: ຫນັງສືພິມຄວາມສະຫງົບ

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...