spot_img
Homeອຸບັດເຫດແລະປາກົດການຫຍໍ້ທໍ້ປີ 2017 ມ້າງຄະດີຢາເສບຕິດທົ່ວປະເທດ ໄດ້ເກືອບ 3.000 ເລື່ອງ

ປີ 2017 ມ້າງຄະດີຢາເສບຕິດທົ່ວປະເທດ ໄດ້ເກືອບ 3.000 ເລື່ອງ

Published on

ໃນປີ 2017 ນີ້, ເຈົ້າຫນ້າທີ່ກົມຕໍາຫຼວດສະກັດກັ້ນແລະຕ້ານຢາເສບຕິດກົມໃຫຍ່ຕໍາຫຼວດກະຊວງປກສແລະບັນດາພະແນກຕໍາຫຼວດວິຊາສະເພາະໃນຂອບເຂດທົ່ວປະເທດສາມາດມ້າງຄະດີຢາເສບຕິດໄດ້ເກືອບ 3.000 ເລື່ອງ ທຽບໃສ່ປີ 2016 ເພີ່ມຂຶ້ນເກືອບ 300 ເລື່ອງ, ພ້ອມທັງກັກຕົວຜູ້ຖືກຫາໄດ້ເປັນຈໍານວນຫຼາຍແລະຢຶດຂອງກາງໄດ້ຫຼາຍລາຍການ

ພັອ ຄໍາແພງໄຊຍະລາດຫົວຫນ້າກົມຕໍາຫຼວດສະກັດກັ້ນແລະຕ້ານຢາເສບຕິດໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນປກສໃນວັນທີ 30 ພະຈິກ 2017 ຜ່ານມາວ່າ: ປັດຈຸບັນ, ພວກກຸ່ມຄົນບໍ່ດີໄດ້ເຄື່ອນໄຫວລັກລອບນໍາເຂົ້າແລະສົ່ງອອກຢາເສບຕິດປະເພດຕ່າງໆເຊັ່ນ: ຢາບ້າ, ເຮໂຣອິນ, ຢາຝິ່ນ, ຄັນຊາ, ໃບແຄັດແລະສານເຄມີຈໍານວນຫນຶ່ງໂດຍໃຊ້ປະເທດລາວເປັນເສັ້ນທາງຜ່ານໄປປະເທດທີສາມ; ດັ່ງນັ້ນ, ການນໍາພັກ – ລັດກໍຄືການນໍາກະຊວງໄດ້ລົງຊີ້ນໍາຢ່າງເນື່ອງນິດລຽນຕິດໃນການນໍາພາມ້າງກຸ່ມຫຼືເຄືອຂ່າຍຄ້າຂາຍຢາເສບຕິດ; ຜ່ານການປະຕິບັດຫນ້າທີ່ຂອງກໍາລັງວິຊາສະເພາະກົມຕໍາຫຼວດສະກັດກັ້ນແລະຕ້ານຢາເສບຕິດແລະພະແນກຕໍາຫຼວດສະກັດກັ້ນແລະຕ້ານຢາເສບຕິດບັນດາປກສແຂວງໃນຂອບເຂດທົ່ວປະເທດໃນປີ 2017 ນີ້ສາມາດມ້າງຄະດີຢາເສບຕິດໄດ້ທັງຫມົດ 2.770 ເລື່ອງ, ຈັບຜູ້ຖືກໄດ້ທັງຫມົດ 2.441 ຄົນຍິງ 526 ຄົນ, ຕ່າງປະເທດ 100 ຄົນຍິງ 18 ຄົນ, ຢຶດຂອງກາງຢາເສບຕິດປະເພດຕ່າງໆໄດ້ຄື: ເຮໂຣອິນ 162,3 ກິໂລກຼາມ, ຢາບ້າ 1.203,01 ກິໂລກຼາມ, ຢາຝິ່ນ 273,12 ກິໂລກຼາມ, ຄັ ຊາ 4.847,5 ກິໂລກຼາມ, ຢາໄອສ໌ 60,04 ກິໂລກຼາມ, ຄາເຟອິນ 1.875 ກິໂລກຼາມ, ແກ່ນຝິ່ນ 212,7 ກິໂລກຼາມແລະແປ້ງຝຸ່ນສານເຄມີເພື່ອປະສົມຢາເສບຕິດຈໍານວນຫນຶ່ງ; ນອກນີ້, ຍັງສາມາດມາດຢຶດເສິກເປັນຫຼາຍຫຼາຍຫຼາຍ; ທຽບໃສ່ປີ 2016 ຜ່ານມາ, ການມ້າງຄະດີຢາເສບຕິດແມ່ນເພີ່ມຂຶ້ນ 262 ເລື່ອງແລະຜູ້ຖືກຫາກໍເພີ່ມຂຶ້ນ 501 ຄົນ

 

ແຫລ່ງຂ່າວ: ໜັງສືພິມ ປ້ອງກັນຄວາມສະຫງົບ

ບົດຄວາມຫຼ້າສຸດ

ມຽນມາສັງເວີຍຊີວິດຢ່າງນ້ອຍ 113 ຄົນ ຈາກໄພພິບັດນ້ຳຖ້ວມ ແລະ ດິນຖະຫຼົ່ມ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກັນຍາ 2024 ນີ້ວ່າ: ຈຳນວນຜູ້ເສຍຊີວິດຈາກເຫດການນ້ຳຖ້ວມ ແລະ ດິນຖະຫຼົ່ມໃນມຽນມາເພີ່ມຂຶ້ນຢ່າງນ້ອຍ 113 ຊີວິດ ຜູ້ສູນຫາຍອີກ 64 ຄົນ ແລະ...

ໂດໂດ ທຣຳ ຖືກລອບສັງຫານຄັ້ງທີ 2

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກັນຍາ 2024 ຜ່ານມາ, ເກີດເຫດລະທຶກຂວັນເມື່ອ ໂດໂນ ທຣຳ ອະດີດປະທານາທິບໍດີສະຫະລັດອາເມລິກາ ຖືກລອບຍິງເປັນຄັ້ງທີ 2 ໃນຮອບ 2 ເດືອນ...

ແຈ້ງການຫ້າມການສັນຈອນ ໃນບາງເສັ້ນທາງສໍາຄັນຊົ່ວຄາວ ຂອງລົດບັນທຸກ ຫີນ, ແຮ່, ຊາຍ ແລະ ດິນ

ພະແນກ ໂຍທາທິການ ແລະ ຂົນສົ່ງ ອອກແຈ້ງການຫ້າມການສັນຈອນ ໃນບາງເສັ້ນທາງສໍາຄັນຊົ່ວຄາວ ຂອງລົດບັນທຸກ ຫີນ, ແຮ່, ຊາຍ ແລະ ດິນ ໃນການອໍານວຍຄວາມສະດວກ ໃຫ້ແກ່ກອງປະຊຸມ...

ແຈ້ງການກຽມຮັບມືກັບສະພາບໄພນໍ້າຖ້ວມ ທີ່ອາດຈະເກີດຂຶ້ນພາຍໃນແຂວງຄໍາມ່ວນ

ແຂວງຄຳມ່ວນອອກແຈ້ງການ ເຖິງບັນດາທ່ານເຈົ້າເມືອງ, ການຈັດຕັ້ງທຸກພາກສ່ວນ ແລະ ປະຊາຊົນຊາວແຂວງຄໍາມ່ວນ ກ່ຽວກັບການກະກຽມຮັບມືກັບສະພາບໄພນໍ້າຖ້ວມ ທີ່ອາດຈະເກີດຂຶ້ນພາຍໃນແຂວງຄໍາມ່ວນ. ແຂວງຄໍາມ່ວນ ແຈ້ງການມາຍັງ ບັນດາທ່ານເຈົ້າເມືອງ, ການຈັດຕັ້ງທຸກພາກສ່ວນ ແລະ ປະຊາຊົນຊາວແຂວງຄໍາມ່ວນ ໂດຍສະເພາະແມ່ນບັນດາເມືອງ ແລະ...