Homeຂ່າວພາຍ​ໃນນຳໃຊ້ລົດທີ່ບໍ່ແມ່ນຂອງຕົນ ຂ້າມດ່ານຂົວມິດຕະພາບ ຫນອງຄາຍ ບໍ່ໄດ້ແລ້ວ

ນຳໃຊ້ລົດທີ່ບໍ່ແມ່ນຂອງຕົນ ຂ້າມດ່ານຂົວມິດຕະພາບ ຫນອງຄາຍ ບໍ່ໄດ້ແລ້ວ

Published on

ການຂ້າມໄປ ປະເທດໄທ ແມ່ນໄດ້ຮັບຄວາມນິຍົມຫລາຍບໍ່ວ່າຈະເປັນມື້ພັກ ຫລື ເທດສະການຕ່າງໆ ແລະ ສຳລັບການນຳໃຊ້ພາຫະນະໄປປະເທດດັ່ງກ່າວທາງເຈົ້າຫນ້າທີ່ພາສີປະຈຳດ່ານພົມແດນແມ່ນໄດ້ເຫັນເຖິງຄວາມສຳຄັນຂອງການນຳໃຊ້ພາຫະນະທີ່ບໍ່ແມ່ນຂອງຕົນອອກນອກປະເທດ ເຊີ່ງເປັນການດີເພື່ອເປັນການຄຸ້ມຄອງສິດຂອງເຈົ້າຂອງພາຫະນະ. ບຸກຄົນໃດນຳໃຊ້ພາຫະນະທີ່ບໍ່ໄດ້ອອກຊື່ຕົນເອງແມ່ນຕ້ອງໄດ້ເຮັດໃບມອບສິດເປັນລາຍລັກອັກສອນເພື່ອແຈ້ງຕໍ່ເຈົ້າຫນ້າທີ່ພາສີດ່ານຫນອງຄາຍຢ່າງຈະແຈ້ງ.

ສຳລັບເອກະສານໃບມອບສິດຈາກເຈົ້າຂອງລົດ (ຜູ້ທີ່ມີຊື່ໃນທະບຽນລົດ) ຕໍ່ເຈົ້າຫນ້າທີ່ພາສີປະຈຳດ່ານຂອງບຸກຄົນທົ່ວໄປທີ່ເປັນເຈົ້າຂອງລົດຕ້ອງໄດ້ປະກອບ

1.ສຳເນົາທະບຽນລົດ ຫລື ຫນັງສືອະນຸຍາດລົດລະຫວ່າງປະເທດ (ປື້ມເຫລືອງ).

2.ສຳເນົາບັດປະຈຳຕົວປະຊາຊົນຜູ້ມອບສິດ (ກອບປີ້ສີ ຫລື ຂາວດຳ).

3.ສຳເນົາບັດປະຈຳຕົວປະຊາຊົນຜູ້ຮັບສິດ (ກອບປີ້ສີ ຫລື ຂາວດຳ).

ແລະ ສຳລັບເອກະສານໃບມອບສິດຈາກເຈົ້າຂອງລົດ ບໍລິິສັດ, ວິສາຫະກິດສ່ວນບຸກຄົນ ແລະ ລັດວິສາຫະກິດທີ່ເປັນເຈົ້າຂອງລົດ (ກຳມະການ,ຜູ້ຈັດການບໍລິສັດ,ວິສາຫະກິດສ່ວນບຸກຄົນ ແລະ ລັດວິສາຫະກິດ)ຕ້ອງໄດ້ປະກອບ:

1.ສຳເນົາທະບຽນລົດ ຫລື ຫນັງສືອະນຸຍາດລົດລະຫວ່າງປະເທດ (ປື້ມເຫລືອງ).

2.ຫນັງສືຮັບຮ້ອງຈາກການຈັດຕັ້ງ ບໍລິສັດ, ວິສາຫະກິດ ແລະ ລັດວິສາຫະກິດ.

3.ສຳເນົາບັດປະຈຳຕົວປະຊາຊົນຜູ້ມອບສິດ (ກອບປີ້ສີ ຫລື ຂາວດຳ).

4.ສຳເນົາບັດປະຈຳຕົວປະຊາຊົນຜູ້ຮັບສິດ (ກອບປີ້ສີ ຫລື ຂາວດຳ).

ລະບຽບການນີ້ແມ່ນມີຜົນນຳໃຊ້ເລີ່ມແຕ່ວັນທີ 1 ມັງກອນ 2018 ເປັນຕົ້ນໄປ.

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...