Homeຂ່າວພາຍ​ໃນລາວ-ໄທ-ສິງກະໂປ ຈັບມືກັນຕັ້ງ ສາຍການບິນຂອນແກ່ນແອລາຍ

ລາວ-ໄທ-ສິງກະໂປ ຈັບມືກັນຕັ້ງ ສາຍການບິນຂອນແກ່ນແອລາຍ

Published on

ມື້ວານນີ້ (29 ພະຈິກ 2017) ທ່ານ ເຂັມຊາດ ສົມໃຈວົງ ປະທານສະພາການຄ້າ ຈັງຫວັດຂອນແກ່ນ, ທ່ານ ຄຳຫຼ້າ ລໍລອນສີ ຮອງປະທານກຳມະການບໍລິຫານ ກຸ່ມບໍລິສັດ ພົງສະຫວັນ ສປປ ລາວ ແລະທ່ານ ໄມເຄິນ ອໍ ປະທານກຳມະການບໍລິຫານ ບໍລິສັດ ແມ່ຂອງກຣຸບ ປະເທດສິງກະໂປ ລົງນາມຄວາມຮ່ວມມືໃນບັນທຶກຂໍ້ຕົກລົງການສຶກສາແຜນການຈັດຕັ້ງສາຍການບິນປະຈຳ ຈັງຫວັດຂອນແກ່ນ ຂຶ້ນທີ່ຈັງຫວັດຂອນແກ່ນ.
ທ່ານ ເຂັມຊາດ ກ່າວວ່າ ການຈັດຕັ້ງສາຍການບິນປະຈຳ ຈັງຫວັດຂອນແກ່ນ ຫຼື Khonkaen Airlines ເປັນແຜນການດຳເນີນງານທີ່ສະພາການຄ້າ ຈັງຫວັດຂອນແກ່ນ ກັບກຸ່ມບໍລິສັດພົງສະຫວັນ (ລາວ) ໄດ້ດຳເນີນງານຮ່ວມກັນ ໂດຍມີບໍລິສັດແມ່ຂອງກຸບ ປະເທດສິງກະໂປ ເປັນຜູ້ທຳການສຶກສາໃນລາຍລະອຽດຂັ້ນຕອນຕ່າງໆ ໂດຍໄລຍະທຳອິດສຶກສາວ່າດ້ວຍກົດໝາຍການບິນຂອງໄທ ແລະຕ່າງປະເທດ ໃນການຂໍອະນຸຍາດການຈັດຕັ້ງສາຍການບິນ ອາດຈະຈົດທະບຽນເປັນສັນຊາດໄທ ຈາກນັ້ນຈະເຂົ້າສູ່ຂັ້ນຕອນຂອງການສຶກສາການດຳເນີນງານຂອງສາຍການບິນທັງລະບົບ ໂດຍກຸ່ມບໍລິສັດພົງສະຫວັນ ທີ່ເຮົາຮູ້ຈັກກັນໃນຊື່ ສາຍການບິນລາວເຊັນໂທຣແອລາຍ ເຮັດໜ້າທີ່ຈັດຫາເຮືອບິນມາໃຫ້ບໍລິການ ໂດຍໃນໄລຍະທຳອິດໄດ້ມີການປະສານງານໃນການຈັດຫາເຮືອບິນທີ່ມາຄັດເລືອກໃຊ້ໂບອິ້ງ 737-800 MAX ແລະ 777-300 ມາໃຫ້ບໍລິການໃນໄລຍະເລິ່ມຕົ້ນ.
ແຫຼ່ງຂ່າວ: Laotiantimes

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...