Homeຂ່າວພາຍ​ໃນນັກທ່ອງທ່ຽວທ້ວງອາຄານຫຼັງໜຶ່ງ ຢູ່ວັງວຽງບົດບັງທິວທັດທຳມະຊາດ

ນັກທ່ອງທ່ຽວທ້ວງອາຄານຫຼັງໜຶ່ງ ຢູ່ວັງວຽງບົດບັງທິວທັດທຳມະຊາດ

Published on

ນັກທ່ອງທ່ຽວທັງລາວແລະຕ່າງປະເທດ ໄດ້ສົ່ງຂ່າວມາຍັງສຳນັກຂ່າວລາວໂພດຂອງພວກເຮົາວ່າ ຢູ່ວັງວຽງກຳລັງມີການກໍ່ສ້າງອາຄານຫຼັງໜຶ່ງຢູ່ແຄມຝັ່ງນໍ້າຊອງ ເຊິ່ງເຮັດໃຫ້ບົດບັງທັດສະນີຍະພາບທີ່ສວຍງາມຂອງທຳມະຊາດ.

ນັກທ່ອງທ່ຽວທ່ານໜຶ່ງຈາກປະເທດອົດສະຕາລີ່ກ່າວວ່າ ຂ້ອຍມາເຮັດວຽກຢູ່ລາວດົນແລ້ວ ແລະມື້ນີ້ຂ້ອຍໄດ້ພາໝູ່ເພື່ອນມາທ່ຽວວັງວຽງ ບ່ອນທີ່ຂ້ອຍເຄີຍມາທ່ຽວເມື່ອຫຼາຍປີກ່ອນ. ແຕ່ວ່າມາເທື່ອນີ້ຮູ້ສຶກເສຍດາຍທັດສະນີຍະພາບມູມໜຶ່ງ ທີ່ກຳລັງຖືກອາຄານຫຼັງໃຫຍ່ບົດບັງຄວາມງາມຂອງມັນ.

ນັກທ່ອງທ່ຽວຜູ້ໜຶ່ງເປັນພະນັກງານ ປະຈຳມະຫາວິທະຍາໄລແຫ່ງຊາດ ທີ່ໄປປະຊຸມຢູ່ເມືອງວັງວຽງໄດ້ຖ່າຍຮູບ ແລະສົ່ງໃຫ້ພວກເຮົາ ພ້ອມກ່າວວ່າ ພາກສ່ວນທີ່ອະນຸຍາດໃຫ້ມີການກໍ່ສ້າງດັ່ງກ່າວ ອາດຈະລືມຄິດເຖິງວ່າການກໍ່ສ້າງດັ່ງກ່າວຈະບົດບັງທຳມະຊາດທີ່ສວຍງາມ ແລະຮູ້ສຶກເສຍດາຍຖ້າຫາກບໍ່ມີການພິຈາລະນາຍົກເລີກການກໍ່ສ້າງ ແລ້ວວິວທັດໃນມູມນີ້ກໍຈະຖືກບິດບັງ.

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...