Home​ຂ່າວບັນເທິງມິດເອເຊຍແປຊິຟິກ 2014 ຫອບມົງກຸດກັບມຽນມາ ຫລັງຖືກປົດຕຳແໜ່ງ

ມິດເອເຊຍແປຊິຟິກ 2014 ຫອບມົງກຸດກັບມຽນມາ ຫລັງຖືກປົດຕຳແໜ່ງ

Published on

  z3-_1

ເມື່ອ​ວັນທີ່ 31 ສິງ​ຫາ 2014 ເວັບ​ໄຊ ເດ​ລີ​ເມວ ​ຂອງ​ອັງ​ກິດ ລາຍ​ງານ​ວ່າ ເມ ມຽດ ໂນ (May Myat Noe) ນາງ​ງາມ​ ມຽນມາ ເຈົ້າ​ຂອງ​ຕຳແໜ່ງ​ມິດ​ເອ​ເຊຍ​ປາ​ຊິ​ຟິກ 2014 ທີ່​ຫາກໍ່​ຈະ​ຖືກ​ປົດ​ເມື່ອ​ອາທິດ​ກ່ອນ ຈາກ​ນິ​ໄສ ​ແລະ ​ພຶດຕິກຳ​ທີ່​ບໍ່ ​ເໝາະ​ສົມ​ໃນ​ການ​ເປັນ​ນາງ​ງາມ ໄດ້​ກໍ່​ເລື່ອງ​ຊ້ຳ​ອີກ ເມື່ອ​ນາງ​ຫອບ​ມົງ​ກຸດ​ທີ່​ຕ້ອງ​ຄືນ​ໃຫ້​ກອງ​ປະ​ກວດ​ໜີ​ກັບ​ໄປ​ມຽນ​ມາ ກ່ອນ​ຈະ​ຫາຍ​ຕົວໄປ ແລະ ​ຕິດ​ຕໍ່​ບໍ່​ໄດ້​ເລີຍ
ລາຍ​ງານ ລະ​ບຸ​ວ່າ ຫລັງ​ຈາກ​ກອງ​ປະ​ກວດ​ມິດ​ເອ​ເຊຍ​ປ​າຊິ​ຟິກ 2014 ໃນ​ເກົາ​ຫລີ​ໃຕ້ ຫາກໍ່​ຈະ​ປົດ ເມ ມຽດ ໂນ ນາງ​ງາມ​ຊາວ​ມຽນ​ມາ​ອາຍຸ 18 ປີ ອອກຈາກ​ຕຳແໜ່ງ​ເມື່ອ​ອາທິດ​ກ່ອນ ເພາະ​ເອືອມ​ລະອາທີ່​ນາງ​ມີ​ນິ​ໄສ​ບໍ່ດີ ບໍ່​ໃຫ້​ກຽດ ​ແລະ ​ຂາດ​ຄວາມ​ເຄົາລົບ​ຕໍ່​ກອງ​ປະ​ກວດ,ຜູ້​ຈັດການແລະ ສື່ ລ່າ​ສຸດ ເມ ມຽດ ໂນ ໄດ້​ກາຍ​ເປັນ​ຂ່າວ​​ອີກ​ຮອບ ເມື່ອ​ກອງ​ປະ​ກວດ​ທີ່​ເກົາ​ຫລີ​​ກຳ​ລັງ​ພິຈາລະນາ​ແຈ້ງ​​ຕໍ່ເຈົ້າໜ້າທີ່​ຕຳ​ລວດ ຫລັງ​ຈາກ ​ເມ ມຽດ ໂນ ບໍ່​ຍອມ​ຄືນ​ມຸງ​ກຸດ​ນາງ​ງາມ​ມູນ​ຄ່າ​ກວ່າ 750,000,000 ກີບ ໃຫ້​ກັບ​ກອງ​ປະ​ກວດ​ໜີ​ກັບ​ປະເທດ​ພ້ອມ​ກັບ​ມົງ​ກຸດ ​ແລະ ​ຕິດ​ຕໍ່​ບໍ່​ໄດ້​ອີກເຮັດໃຫ້ ຄິມ ອີເຍ ຮອງ​ມິດ​ເອ​ເຊຍ​ປ​າຊິ​ຟິກ 2014 ທີ່​ຄອງ​ຕຳແໜ່ງ​ມິດ​ເອ​ເຊຍ​ປ​າຊິ​ຟິກ​ຄົນ​ປະຈຸບັນ ຍັງ​ຄົງ​ບໍ່​ໄດ້​ໃສ່ມົງ​ກຸດ​ຊຶ່ງ​ຄວນ​ຈະ​ຢູ່​ເທິງ​ຫົວ​ຂອງ​ນາງ​ເລີຍ
ຂະນະ​ດຽວ​ກັນ ທາງ​ກອງ​ປະ​ກວດ​ໄດ້​ອອກ​ມາເວົ້າເຖິງ​ພຶດຕິກຳ​ອັນ​ນຳ​ມາ​ຊຶ່ງ​ການ​ປົດ ເມ ມຽດ ໂນ ອອກຈາກ​ຕຳແໜ່ງ​ວ່າ ຫລັງ​ຈາກ​ທີ່ ເມ ມຽດ ໂນ ໄດ້ຮັບ​ຕຳແໜ່ງ​ມິດ​ເອ​ເຊຍ​ປາ​ຊິ​ຟິກ​ເມື່ອ​ເດືອ​ນພຶກສະ​​ພາ​​ທີ່​ຜ່ານມາ ທາງ​ກອງ​ປະ​ກວດ​ກໍ​ໄດ້​ສະ ເໜີ​ທີ່​ຈະ​ເຮັດ​ສັນລະຍະ​ກຳ​ໜ້າ​ເອິກ​ໃຫ້​ນາງ ເພື່ອ​ເປັນ​ການ​ປັບ​ຮູບ​ຮ່າງ​ໃຫ້​ນາງ​ງາມ​ຂຶ້ນ ກ່ອນທີ່ຈະ​ປັ້ນ​ນາງ​ໃຫ້ເປັນ​ນັກ​ຮ້ອງ​ໃນເກົາ​ຫລີ​ໃຕ້ ຊຶ່ງ​ນາງ​ເອງ​ກໍ​ເຊັນ​ສັນຍາ​ນີ້​ດ້ວຍ​ຕົວ​ເອງ ແຕ່​ບັນຫາ​ທັງ​ໝົດ​ເລີ່ມ​ຕົ້ນ​ຂຶ້ນ​ເມື່ອ​ນາງ​ຢາກ​ຈະໃຫ້​ແມ່​ມາ​ຢູ່​ເກົາ​ຫລີ​ໃຕ້​ກັບ​ນາງ​ນຳ ເປັນ​ເວລາ 10 ມື້ ຈຶ່ງ​ຂໍ​ໃຫ້​ທາງ​ກອງ​ປະ​ກວດ​ອອກ​ຄ່າຍົນ ​ແລະ​ ຄ່າ​ໃຊ້​ຈ່າຍ​ໃຫ້​ແມ່​ນາງ​ນຳ ຊຶ່ງ​ກອງ​ປະ​ກວດ​ບໍ່​ອານຸມັດ ແຕ່​ນາງ​ກໍ​ຍັງ​ຢືນຢັນ​ທີ່​ຈະ​ເອົາ​ແມ່​ມາ​ຢູ່ດີ ຈົນ​ໃນ​ທີ່ສຸດ​ກອງ​ປະ​ກວດ​ກໍ​ຕ້ອງ​ຍອມ​ເຮັດ​ໃນ​ສິ່ງ​ທີ່​ນາງ​ຕ້ອງ​ການ ແຕ່​ເມື່ອ​ກອງ​ປະ​ກວດ​ອານຸມັດ​ ນາງ​ກໍ​ໄດ້​ປ່ຽນ​ແຜນ​ໃໝ່​ທັນ​ທີ ດ້ວຍ​ການ​ຂະຫຍາຍ​ເວລາ​ໃຫ້​ແມ່​ມາ​ຢູ່​ເກົາ​ຫລີ​ໃຕ້​ເປັນ​ເວລາ​ດົນ​ເຖິງ 3 ເດືອນ ສ້າງ​ຄວາມ​ໜັກ​ໃຈ​ໃຫ້​ກັບ​ທາງ​ກອງ​ປະ​ກວດ​ຫລາຍ ເພາະ​ນັ້ນ​ໝາຍ​ເຖິງ​ຄ່າ​ໃຊ້​ຈ່າຍ​ທີ່​ຫລາຍ​ຂຶ້ນ​ໄປ​ອີກ ຂະນະ​ທີ່​ນາງ ແລະ ແມ່​ກໍ​ເບິ່ງ​ຈະ​ຮຽກຮ້ອງ​ກັບ​ທາງ​ກອງ​ປະ​ກວດ​ແບບ​ບໍ່​ເກງ​ໃຈ​ ໂດຍ​ລະຫວ່າງ​ທີ່​ນາງ​ເຂົ້າ​ຮັບ​ການ​ສັນລະຍະ​ກຳ​ໜ້າ​ເອິກ​ນັ້ນ ນາງ ​ແລະ ​ແມ່​ໄດ້​ເອີ່ຍ​ປາກ​ຂໍ​ຫຍັງ​ຫລາຍໆ ຢ່າງ​ທີ່​ຫລາຍ​ເກີນ​ໄປ ບໍ່​ວ່າ​ຈະ​ເປັນ​ສິ່ງ​ຂອງ​ທີ່​ຕ້ອງ​ການ​ ແລະ​ ອາຫານ​ທີ່​ນາງ​ ແລະ ​ແມ່​ຢາກ​ຈະ​ກິນ ນອກ​ຈາກ​ນີ້​ຍັງມີ​ພຶດຕິກຳ​ອີກ​ຫລາຍ​ຢ່າງ​ທີ່​ເຮັດໃຫ້​ທາງ​ກອງ​ປະ​ກວດ​ເອືອມ​ລະ​ອາ​ຈົນ​ຕ້ອງ​ປົດ ນາງ​ໃນ​ທີ່ສຸດ
ຢ່າງໃດ​ກໍ​ດີ ກ່ອນ​ໜ້າ​ນີ້ ເມ ມຽດ ໂນ ໄດ້​ອອກ​ລາຍ​ກ່າວ​ຫາ​ວ່າ ທາງ​ກອງ​ປະ​ກວດ​ເປັນ​ຄົນ​ບັງຄັບ​ນາງ​ເຮັດ​ສັນລະຍະ​ກຳ​ໜ້າ​ເອິກ ເພື່ອ​ປັ້ນ​ນາງ​ເປັນ​ນັກ​ຮ້ອງ​ ແລະ​ນາງ​ຈະ​ຈັດ​ງານຖະແຫລ​ງ​ຂ່າວ​ໃນ​ວັນທີ່ 2 ກັນຍາ​ນີ້ ຊຶ່ງ​ທາງ​ກອງ​ປະ​ກວດ​ເອງ​ກໍ​ເຊື່ອ​ວ່າ ນາງ​ຈະ​ຕ້ອງ​ຮ້ອງ​ໄຫ້​ຕໍ່​ໜ້າ​ສື່​ມວນ​ຊົນ ​ແລະ ​ບອກວ່າ​ຕົວ​ເອງ​ເປັນ​ເຫຍື່ອ ນາງ​ຈະ​ເລີ່ມ​ຕວະ ​ແລະ ​ກ່າວ​ຫາ​ກອງ​ປະ​ກວດ​ອີກ​ຄັ້ງ
z-7

z-4_1

z-1_1

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...