spot_img
Homeຂ່າວພາຍ​ໃນສສຊ ເປັນຫ່ວງ ນັກໂທດຈະລົ້ນຄຸກ

ສສຊ ເປັນຫ່ວງ ນັກໂທດຈະລົ້ນຄຸກ

Published on

ກອງປະຊຸມສະພາທີ່ຜ່ານມາ ສະມາຊິກສະພາແຫ່ງຊາດ (ສສຊ) ເປັນຫ່ວງກ່ຽວກັບຈຳນວນຜູ້ຕ້ອງຂັງໄດ້ເພິ່ມຂຶ້ນ ໂດຍສ່ວນຫຼາຍເປັນໄວໜຸ່ມແລະກຳລັງແຮງງານຂອງປະເທດ.

ທ່ານ ສະຫວັນຄອນ ຣາດມົນຕີ ຮອງລັດຖະມົນຕີວ່າການກະຊວງຖະແຫຼງຂ່າວ ວັດທະນະທຳ ແລະທ່ອງທ່ຽວ ແລະເປັນ ສສຊ ປະຈຳແຂວງສະຫວັນນະເຂດກ່າວວ່າ “ຈຳນວນຜູ້ຖືກຈັບກຸມຄຸມຂັງແມ່ນນັບມື້ນັບຫຼາຍຂຶ້ນທຸກແຂວງ ແລະໃນນັ້ນສ່ວນຫຼວງຫຼາຍແມ່ນໜຸ່ມສາວທີ່ເປັັນກຳລັງແຮງງານທີ່ມີຄວາມສຳຄັນກັບການພັດທະນາປະເທດ”.

“ໃນຂະນະດຽວກັນພວກເດັກນ້ອຍ ກໍເປັນເຫຍື່ອຂອງການເກີດອຸບັດເຫດເທິງທ້ອງຖະໜົນນັບມື້ຫຼາຍຂຶ້ນ ເຊິ່ງມີທັງກາຍເປັນຄົນພິການແລະເສຍຊີວິດ ເຊິ່ງເປັນຄວາມສູນເສຍທີ່ຍິ່ງໃຫຍ່ຂອງປະເທດ”.

ທ່ານ ສະຫວັນຄອນ ຊີ້ໃຫ້ເຫັນວ່າການດຳເນີນນະໂຍບາຍທີ່ເໝາະສົມເພື່ອແນະນຳສັ່ງສອນເຍົາວະຊົນທີ່ຖືກຄຸມຂັງໂດຍຢຶດຖືຫຼັກການດ້ານມະນຸດສະທຳແລະໃຫ້ໂອກາດພວກເຂົາໄດ້ກັບອອກມາເປັນພົນລະເມືອງທີ່ດີທີ່ສາມາດຊ່ວຍເຫຼືອໃນຂະບວນການພັດທະນາປະເທດໄດ້.

ທ່ານຮອງລັດຖະມົນຕີຯ ໄດ້ເນັ້ນວ່າຈຳເປັນຕ້ອງທົບທວນແນວທາງການຟື້ນຟູແລະຈັດການເຝິກອົບຮົມທີ່ມີປະສິດທິພາບເພື່ອໃຫ້ໝັ້ນໃຈວ່າຜູ້ຕ້ອງຂັງສາມາດກັບເຂົ້າສູ່ສັງຄົມໄດ້ອີກແລະເຝິກຝົນວິຊາຊີບແລະການໃຊ້ຊີວິດໃຫ້ກັບຜູ້ຕ້ອງຂັງ ໂດຍໃຫ້ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການຂອງຕະຫຼາດແຮງງານ.

ທ່ານ ວິໄລສຸກ ພິມມະສອນ ສະມາຊິກສະພາແຫ່ງຊາດປະຈຳແຂວງຊຽງຂວາງ ໄດ້ຮຽກຮ້ອງໃຫ້ໜ່ວຍງານບັງຄັບໃຊ້ກົດໝາຍກວດສອບວ່າລາຍໄດ້ແລະຊັບສິນທີ່ຢຶດມາຈາກຂະບວນການຄ້າຢາເສບຕິດແລະອາຊະຍາກຳອື່ນໆ ໄດ້ເອົາເຂົ້າໃນຄັງງົບປະມານຂອງປະເທດຫຼືບໍ່?.

ທ່ານ ວິໄລສຸກ ລະບຸວ່າຄວາມຮັບຜິດຊອບຂອງເຈົ້າໜ້າທີ່ ໂດຍສະເພາະຢ່າງຍິ່ງໃນລະດັບແຂວງບໍ່ໄດ້ປະຕິບັດຕາມກົດໝາຍຢ່າງເຄັ່ງຄັດຫຼືບາງເທື່ອກໍບໍ່ສອດຄ່ອງກັບກົດໝາຍ ເຊັ່ນວ່າ: ການຈັບກຸມເກີດຂຶ້ນໂດຍບໍ່ມີໃບສັ່ງຈັບ, ຕາມທຳມະດາແລ້ວ ເຈົ້າໜ້າທີ່ຕ້ອງປ່ອຍໂຕຜູ້ຕ້ອງສົງໄສພາຍໃນ 48 ຊົ່ວໂມງຖ້າບໍ່ມີຫຼັກຖານພຽງພໍທີ່ຈະແຈ້ງຂໍ້ຫາແກ່ຈຳເລີຍ. ແຕ່ວ່າເຈົ້າໜ້າທີ່ມັກບໍ່ປະຕິບັດຕາມກົດນີ້ແລະຜູ້ຕ້ອງສົງໄສກໍຖືກຄຸມໂຕໄວ້ເກີນໄລຍະເວລາຕາມກົດໝາຍກຳນົດ.

ເບິ່ງຕາມສະພາບຕົວຈິງແລ້ວ, ນັບມື້ນັບມີຄະດີຫຼາຍຂຶ້ນ ມີການຈັບກຸມຫຼາຍຂຶ້ນ ເຮັດໃຫ້ຈຳນວນຜູ້ຕ້ອງຂັງອັ່ງອໍ ຈຶ່ງຈຳເປັນຕ້ອງທົບທວນເຖິງວິທີການແກ້ໄຂບັນຫາ ເຮັດແນວໃດໃຫ້ການເກີດຄະດີໜ້ອຍລົງ ເຊິ່ງອາດຈະຕ້ອງນຳໃຊ້ກົດໝາຍຢ່າງເຄັ່ງຄັດ, ເຜີຍແພ່ຄວາມຮູ້ທາງດ້ານກົດໝາຍໃຫ້ປະຊາຊົນໄດ້ຮັບຮູ້ຢ່າງກວ້າງຂວາງ ແລະຕ້ອງມີກິດຈະກຳອົບຮົມບົ່ມສອນແລະປູກຈິດສຳນຶກທີ່ດີແກ່ເຍົາວະຊົນໃຫ້ຫຼາຍເທົ່າທີ່ຈະຫຼາຍໄດ້.

ແຫຼ່ງຂ່າວ: laotiantimes.com

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...