Homeຂ່າວພາຍ​ໃນສຸດເສົ້າເຮັດນາມາໝົດປີ ຖືກໂຈນລັກຈູດກອງເຂົ້າ

ສຸດເສົ້າເຮັດນາມາໝົດປີ ຖືກໂຈນລັກຈູດກອງເຂົ້າ

Published on

ວັນທີ 14 ພະຈິກ 2017 ມີຜູ້ໃຊ້ເຟັດບຸກທ່ານໜຶ່ງ ຊື່ ປຸກກີ່ ໄຊສົມບູນ ໄດ້ລົງຮູບພາບກອງເຂົ້າຂອງຕົນຖືກຈູດ ໂດຍບັນລະຍາຍວ່າ: ຄະຕິເຕືອນໃຈເດີທຸກຄົນ ເປັນຫູເປັນຕານຳກັນ ກອງເຂົ້າຂອງຂ້ອຍຢູ່ ບ້ານມຸກ ເມືອງຫີນເຫີບ ແຂວງວຽງຈັນ ຖືກໂຈນໃຈໝາ ມາຈູດກອງເຂົ້າຈົນສະພາບເປັນແບບນີ້ ສາທຸແດ່ເດີ ຂໍໃຫ້ຈັບໄດ້ໄລ່ທັນ ເຮັດນາມາໝົດປີ ມາຖືືແບບນີ້.

ໂພດດັ່ງກ່າວໄດ້ຮັບຄວາມສົນໃຈແລະແຊຕໍ່ຢ່າງກວ້າງຂວາງ ເຊິ່ງຜູ້ຄົນສ່ວນຫຼາຍລ້ວນແຕ່ສະແດງຄວາມເສຍໃຈຕໍ່ເຈົ້າຂອງກອງເຂົ້າ. ຂ່າວດັ່ງກ່າວໄດ້ສ້າງຄວາມສະເທືອນໃຈໃຫ້ແກ່ຊາວໄຮ່ນາເປັນຢ່າງຍິ່ງ ໂດຍສະເພາະແມ່ນເຈົ້າຂອງຜູ້ເສຍຫາຍ ທີ່ໄດ້ລົງທຶນລົງແຮງເສຍເວລາເຮັດມາໝົດມົວ ສຸດທ້າຍໄດ້ພຽງກອງຂີ້ເທົ່າ.

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...