Homeຂ່າວພາຍ​ໃນລັດເປີດຮັບລັດຖະກອນໃໝ່ ປະຈຳປີ 2018

ລັດເປີດຮັບລັດຖະກອນໃໝ່ ປະຈຳປີ 2018

Published on

ແຈ້ງການຈາກ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ສະບັບເລກທີ 1863/ຫສຍນ.ກລຂ, ລົງວັນທີ 14 ພະຈິກ 2017.

ຮຽນເຖິງ: – ບັນດາລັດຖະມົນຕີກະຊວງ, ຫົວໜ້າອົງການທຽບເທົ່າກະຊວງ ທີ່ນັບຖື
– ທ່ານເຈົ້າຄອງນະຄອນຫຼວງວຽງຈັນ ແລະ ບັນດາທ່ານເຈົ້າແຂວງທີ່ ນັບຖື
ເລື່ອງ: ການຈັດແບ່ງຕົວເລກລັດຖະກອນໃໝ່ ຈຳນວນ 3.000 ຄົນ ປະຈຳປີ 2018

– ອີງຕາມບົດລາຍງານສະບັບ ເລກທີ 28/ພນ, ລົງວັນທີ 18 ຕຸລາ 2017 ຂອງກະຊວງພາຍໃນ.
– ອີງຕາມຄຳຊີ້ນຳ ແລະ ຕົກລົງຂອງກອງປະຊຸມນາຍົກ – ຮອງນາຍົກລັດຖະມົນຕີ ຄັ້ງວັນທີ 8-9 ພະຈິກ 2017
ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ຂໍຖືເປັນກຽດແຈ້ງການຊີ້ນຳ ແລະ ຕົກລົງຂອງກອງປະຊຸມນາຍົກ ແລະ ຮອງນາຍົກລັດຖະມົນຕີ ມາຍັງທ່ານຊາບດັ່ງນີ້:

  • ເຫັນດີຕາມການຈັດແບ່ງຕົວເລກລັດຖະກອນໃໝ່ ປະຈຳປີ 2018 ຕາມການສະເໜີຂອງກະຊວງພາຍໃນ
  • ມອບໃຫ້ກະຊວງພາຍໃນເປັນເຈົ້າການປະສານສົມທົບກັບບັນດາກະຊວງ, ອົງການທຽບເທົ່າກະຊວງ ແລະ ພາກສ່ວນທີ່ກ່ຽວຂ້ອງ ຄົ້ນຄວ້າສັບຊ້ອນພະນັກງານ – ລັດຖະກອນຄືນຕື່ມ ເປັນຕົ້ນວ່າຢູ່ບ່ອນໃດທີ່ເຫັນວ່າມີຫຼາຍ (ເກີນຕຳແໜ່ງງານ) ກໍ່ຄວນຈັດສັນໃຫ້ທ້ອງຖິ່ນທີ່ຍັງມີຄວາມຕ້ອງການຫຼາຍກວ່າ.
  • ສຳລັບກະຊວງການສຶກສາ ແລະ ກີລາ ແລະ ກະຊວງສາທາລະນະສຸກໃຫ້ສຸມໃສ່ຈັດແບ່ງຕົວເລກລັດຖະກອນ ໃຫ້ຄູອາຈານ ແລະ ແພດໝໍເປັນຕົ້ນຕໍ (ບໍ່ໃຫ້ເນັ້ນໜັກພະນັກງານບໍລິຫານຢູ່ຫ້ອງການ)
  • ບັນດາກະຊວງ, ອົງການທຽບເທົ່າກະຊວງ, ນະຄອນຫຼວງ ແລະ ບັນດາແຂວງ ຮັບເອົາພະນັກງານລັດຖະກອນໃໝ່ເຂົ້າເຮັດວຽກນັ້ນ ແມ່ນຕ້ອງຜ່ານລະບົບສອບເສັງຄັດເລືອກເອົາລັດຖະກອນ ຕາມລະບຽບການ ແລະ ຫ້າມບໍ່ໃຫ້ຮັບເອົາພະນັກງານອາສາສະໝັກ ເຂົ້າເປັນລັດຖະກອນໂດຍບໍ່ຜ່ານການສອບເສັງ

ດັ່ງນັ້ນຈິ່ງແຈ້ງມາຍັງທ່ານເພື່ອຊາບເພື່ອປະຈິບັດຕາມເນື້ອໃນແຈ້ງການສະບັບນີ້ດ້ວຍ.

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...