Homeຂ່າວຕ່າງປະເທດສຳເລັດແລ້ວ! ກອງທັບພັນທະມິດຮ່ວມປົດປ່ອຍຖານທີ່ໝັ້ນສຸດທ້າຍຂອງ IS ໃນຊີເຣຍ

ສຳເລັດແລ້ວ! ກອງທັບພັນທະມິດຮ່ວມປົດປ່ອຍຖານທີ່ໝັ້ນສຸດທ້າຍຂອງ IS ໃນຊີເຣຍ

Published on

ເມື່ອວັນພຸດທີ່ຜ່ານມາ (8 ພະຈິກ 2017) ສະຖານີໂທລະທັດຝ່າຍສະໜັບສະໜູນລັດຖະບານຊີເຣຍ al-Ekhbariya ໄດ້ລາຍງານວ່າ ກອງທັງຊີເຣຍ ແລະ ກອງທັບພັນທະມິດໄດ້ຮວມກັນປົດປ່ອຍເມືອງ ອັລບູຄາມາລ ຖານທີ່ໝັ້ນສຸດທ້າຍຂອງກຸ່ມກໍ່ການຮ້າຍລັດອິສລາມ IS ທາງຕະເວັນອອກຂອງປະເທດຊີເຣຍໄດ້ສຳເລັດ

ໂດຍລາຍງານຍັງລະບຸເພີ່ມເຕີມອີກວ່າ ຂະນະນີ້ໜ່ວຍງານເກັບກູ້ລະເບີດກຳລັງດຳເນີນງານກວາດລ້າງເມືອງ ອັລບູຄາມາລ ເຊິ່ງກວ່າພວກເຂົາຈະສາມາດຮັບໄຊຊະນະໃນຄັ້ງນີ້ມາໄດ້ ກອງທັບກໍ່ໃຊ້ເວລາບຸກໂຈມຕີເມືອງຢູ່ຫຼາຍຊົ່ວ ໂມງ ກຸ່ມໄອເອສຫຼັງຈາກສູນເສຍຖານທີ່ໝັ້ນແຫ່ງນີ້ແລ້ວ ກໍ່ເທົ່າກັນໄດ້ສູນເສຍຖານທີ່ໝັ້ນຂອງຕົນເອງທັງໝົດໃນຊີເຣຍໄປ ເຫຼືອພຽງທີ່ຕັ້ງເລັກໆນ້ອຍໆ ອີກບໍ່ເທົ່າໃດແຫ່ງຢູ່ທາງພາກຕະເວັນອອກສຽງເໜືອຂອງຊີເຣຍ

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...