Homeຂ່າວຕ່າງປະເທດກຸ່ມປະທ້ວງປິດ 60 ເສັ້ນທາງທົ່ວເມືອງ ບາເຊໂລນາ

ກຸ່ມປະທ້ວງປິດ 60 ເສັ້ນທາງທົ່ວເມືອງ ບາເຊໂລນາ

Published on

ວັນພຸດທີ 8 ພະຈິກ 2017 ສານລັດຖະທຳມະນູນສະເປນຕັດສິນໃຫ້ການປະກາດເອກະລາດຝ່າຍດຽວຂອງລັດຖະບານກາຕາລຸຢາເປັນໂມຂະ

ໂຄສົກສານລັດຖະທຳມະນູນກ່າວໃນຖະແຫຼງການວ່າ “ການປະກາາດເອກະລາດເມື່ອວັນທີ 27 ຕຸລານັ້ນຂັດຕໍ່ລັດຖະທຳມະນູນ ແລະ ເປັນໂມຂະ” ແລະ ໃນວັນດຽວກັນນັ້ນ ມີກຸ່ມຜູ້ຊຸມນຸມປະທ້ວງທີ່ສະໜັບສະໜູນການແຍກຕົວເປັນເອກະລາດກໍ່ອອກມາປິດຖະໜົນກວ່າ 60 ເສັ້ນທາງທົ່ວເມືອງ ບາເຊໂລນາຕັ້ງແຕ່ 6:00 ໂມງເຊົ້າ ສົ່ງຜົນເຮັດໃຫ້ການສັນຈອນຕັດຂັດ ແລະ ສົ່ງຜົນກະທົບຮຸນແຮງຕໍ່ພາກສ່ວນຂອງການສຶກສາ

ທັງນີ້ລັດຖະບານຂອງສະເປນໄດ້ສັ່ງປົດຜູ້ນຳ ແລະ ສະພາແຫ່ງລັດຂອງກາຕາລຸຢາພຽງບໍ່ເທົ່ໃດຊົ່ວໂມງຫຼັງຈາກປະກາດເອກະສານເມື່ອວັນທີ 27 ຕຸລາ ທີ່ຜ່ານມາ ຈາກນັ້ນກໍ່ຍຸບສະພາ ແລະ ກຳນົກໃຫ້ມີການເລືອກຕັ້ງໃໝ່ຂອງແຄວ້ນກາຕາລຸຢາໃນວັນທີ 21 ທັນວາທີ່ຈະມາຮອດນີ້

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ສະເພາະກິດກະຊວງ ປກສ ມ້າງແກ້ງອາຊະຍາກໍາທາງອິນເຕີເນັດ 2 ຈຸດ ກັກຕົວໄດ້ 68 ຄົນ.

ໃນເວລາ 10:00 ໂມງ ຂອງວັນທີ 27 ສິງຫາ 2026 ເຈົ້າໜ້າທີ່ໜ່ວຍສະເພາະກິດກະຊວງປ້ອງກັນຄວາມສະຫງົບ ໄດ້ສົມທົບກັບກອງບັນຊາການປ້ອງກັນເຄື່ອນທີ່, ກົມໃຫຍ່ສັນຕິບານ ແລະ ກອງບັນຊາການປ້ອງກັນທີຕັ້ງ ໄດ້ເຂົ້າ ມ້າງກຸ່ມແກ້ງອາຊະຍາກໍາທາງອິນເຕີເນັດ,...

ລັດຖະບານຍີ່ປຸ່ນໃຫ້ການຊ່ວຍເຫຼືອເປັນມູນຄ່າປະມານ 40,570 ໂດລາສະຫະລັດ ໃນ “ໂຄງການກໍ່ສ້າງລະບົບນໍ້າລິນບ້ານນາປັນແຂວງຊຽງຂວາງ” ພາຍໃຕ້​ໂຄງ​ການ​ຊ່ວຍເຫຼືອລ້າ​ຂັ້ນ​ຮາກ​ຖານ (GGP).

ພິທີເຊັນສັນຍາໃນຄັ້ງນີ້ແມ່ນການສະໜັບສະໜູນທຶນຮອນ ເພື່ອກໍ່ສ້າງລະບົບນໍ້າລິນທີ່ບ້ານນາປັນແຂວງຊຽງຂວາງ ໂດຍມີເປົ້າໝາຍເພື່ອປັບປຸງ ແລະ ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນໃຫ້ສາມາດເຂົ້າເຖິງແຫຼ່ງນໍ້າທີ່ສະອາດ ແລະ ຖືກສຸຂະອະນາໄມ. ໃນພິທີເຊັນສັນຍາ ພະນະທ່ານ ໂຄອິຊຶມິ ຊຶໂຕະມຸ, ເອກອັກຄະຣາຊະທູດຍີ່ປຸ່ນ ປະຈໍາ ສປປ ລາວ​...

ການເອົາຈວຍມາຕັ້ງຈອງບ່ອນຈອດລົດແຄມທາງ ຜິດກົດໝາຍຈະລາຈອນ ຖືກປັບໄໝ ແລະ ປິດກິດຈະການ.

ຕາມກົດໝາຍຂອງ ສປປ ລາວ, ການກະທຳທຸກຮູບແບບທີ່ເປັນການ ຢຶດຄອງ, ນຳໃຊ້ ຫຼື ວາງສິ່ງກີດຂວາງ ຢູ່ເທິງທາງຫຼວງ ແລະ ເຂດສະຫງວນທາງຫຼວງ (ລວມທັງໜ້າທາງ, ທາງຍ່າງ, ແລະ...