spot_img
Homeຂ່າວທ້ອງຖິ່ນລາວເຂົ້າຮ່ວມກອງປະຊຸມສາກົນຄັ້ງທີ 19 ບັນດາພັກກອມມູນິດ ແລະ ກຳມະກອນທີ່ ຣັດເຊຍ

ລາວເຂົ້າຮ່ວມກອງປະຊຸມສາກົນຄັ້ງທີ 19 ບັນດາພັກກອມມູນິດ ແລະ ກຳມະກອນທີ່ ຣັດເຊຍ

Published on

ໂດຍ​ຕອບ​ສະ​ໜອງ ​ຕາມ​ການ​ເຊື້ອ​ເຊີນ ​ຂອງ​ພັກ​ກອມ​ມູ​ນິດ ສະ​ຫະ​ພັນ​ຣັດ​ເຊຍ, ຄະນະ​ຜູ້​ແທນ​ພັກ ປປ ລາວ ນຳ​ໂດຍ ສະຫາຍ ສົມ​ດີ ບຸນ​ຄຸ້ມ ​​ຮອງຫົວໜ້າຄະນະ​ພົວພັນ​ ຕ່າງປະ​ເທດ​ສູນ​ກາງ​ພັກ ໄດ້​ເດີນ ທາງ​​​ໄປ​ເຂົ້າ​ຮ່ວມ​ ກອງ​ປະ​ຊຸມ​ສາກົນຄັ້ງ ທີ 19 ຂອງບັນດາພັກ​ກອມ​ມູນິດ ​ແລະ ກຳມະກອນ ​ແລະ ພິ​ທີ​ສະ​ເຫລີມ​ສະຫລອງ​ ວັນ​ມະ​ຫາ​ປະ​ຕິ​ວັດ​ສັງ​ຄົມ​ນິ​ຍົມ ເດືອນ​ຕຸ​ລາ ຄົບ​ຮອບ 100 ປີ​, ເຊິ່ງຈັດ​ຂຶ້ນຢູ່​ນະ​ຄອນເຊັນ​ປີ​ເຕີ​ສະ​ເບິກ ແລະ ນະ​ຄອນຫລວງ​ມົດ​ສກູ ສະ​ຫະ​ພັນຣັດ​ເຊຍ​ ແຕ່​ວັນ​ທີ 2-7 ພະ​ຈິກ 2017, ​ພາຍ​ໃຕ້​ຫົວ​ຂໍ້: “ວັນ​ຄົບ​ຮອບ 100 ປີ ຂອງ​ມະ​ຫາ​ປະ​ຕິ​ວັດ ສັງ​ຄົມ​ນິ​ຍົມເດືອນ​ຕຸ​ລາ, ອຸ​ດົມ​ການ​ຂອງຂະ​ບວນ​ການກອມ​ມູ​ນິດ, ການ​ຟື້ນ​ຟູ​ການ​ຕໍ່​ສູ້ຕ້ານ​ສົງ​ຄາມ ຂອງ​ຈັກ​ກະ​ພັດ, ເພື່ອ​ສັນ​ຕິ​ພາບ ແລະ​ ສັງ​ຄົມ​ນິ​ຍົມ”. ໃນ​​ກອງ​ປະ​ຊຸມສາ​ກົນຄັ້ງ​ນີ້, ມີ​ບັນ​ດາຜູ້​ແທນ​ ຂອງພັກ​ກອມ​ມູນິດ ​ແລະ ກຳມະກອນຈຳນວນ 103 ພັກການເມືອງ ທີ່ມາຈາກ 77 ປະ​ເທດ​ເຂົ້າ​ຮ່ວມ.

ສະຫາຍ ສົມ​ດີ ບຸນ​ຄຸ້ມ ຫົວ​ໜ້າ​ຄະ​ນະ​ຜູ້​ແທນພັກ ປ​ປ ລາວ ໄດ້​ຂຶ້ນ​ປະ​ກອບ​ຄຳ​ເຫັນ​, ໂດຍ​ໄດ້​ກ່າວ​ເຖິງ​ ຄວາມ​ໝາຍ​ສຳ​ຄັນ​ ຂອງມະ​ຫາ​ປະ​ຕິ​ວັດ​ສັງຄົມນິຍົມ ເດືອນ​ຕຸ​ລາຣັດ​ເຊຍ ຕໍ່​ບັນ​ດາ​ປະ​ຊາ​ຊາດ​ ຢູ່​ໃນ​ໂລກ, ພິ​ເສດ ​ແມ່ນ​ຕໍ່ກັບ ສ​ປ​ປ ລາວ. ບັນ​ດາ​ຜູ້​ແທນ​ໄດ້​ປະກອບ​ຄຳ​ເຫັນ, ໂດຍ​ໄດ້​ເນັ້ນ​ໜັກ​ໃຫ້​ເຫັນ​ເຖິງ​ບົດ​ບາດ ແລະ ຄວາມ​ສຳ​ຄັນ​ຂອງ​ ມະ​ຫາ​​ປະ​ຕິ​ວັດສັງ​ຄົມ​ນິ​ຍົມ ເດືອນ​ຕຸ​ລາຣັດ​ເຊຍ ທີ່​ມີ​ຕໍ່​ຂະ​ບວນ​ການກອມ​ມູ​ນິດ ແລະ ກຳ​ມະ​ກອນ​ສາ​ກົນ ໃນ​ການ​ຕໍ່​ສູ້​ເພື່ອ​ຄວາມ ​ເປັນ​ເອ​ກະ​ລາດແຫ່ງ​ຊາດ​, ເພື່ອ​ສັນຕິ​ພາບ, ເພື່ອ​ສິດ​ທິ​ຂອງ​ກຳ​ມະ​ກອນ ແລະ ເພື່ອ​ສັງ​ຄົມ​ນິ​ຍົມ. ກອງ​ປະ​ຊຸມໄດ້​ຍົກ​​ໃຫ້​ເຫັນເຖິງ​ ສະ​ພາບ​ການໃນ​ພາກ​ພື້ນ​ຕ່າງໆ​ຂອງ​ໂລກ ​ທີ່ພວມ​ມີ​ການ​ຜັນ​ແປ​ຢ່າ​ງ​ໄວ​ວາ, ສັບ​ສົນຍ້ອນ​ທາດ​ແທ້​ ກະ​ຫາຍ​ສົງ​ຄາ​ມ​ ຂອງ​ພວກ​ຈັກ​ກະ​ພັດ ແລະ​ ທຶນ​ນິ​ຍົມ, ຊຶ່ງ​ເປັນບັນ​ຫາ​​ທ້​າທາຍລວມ ​ຕໍ່​ຂະ​ບວນ​ການກອມ​ມູ​ນິດ, ກຳ​ມະ​ກອນສາ​ກົນ ແລະ ປະ​ຊາ​ຊົນຂອງ​ປະ​ເທດ​ຕ່າງໆ​ໃນ​ໂລກ​. ກອງ​ປະ​ຊຸມ​ໄດ້​ຊີ້​ໃຫ້​ເຫັນ​ວ່າ ມະ​ຫາ​​ປະ​ຕິ​ວັດສັງຄົມນິຍົມ ເດືອນ​ຕຸ​ລາ​ຣັດ​ເຊຍ 1917 ໄດ້​ໄຂ​ສັງ​ກາດ​ໃໝ່-ສັງ​ກາດ​ ແຫ່ງ​ການຂ້າມຜ່ານ ຈາກ​ທຶນ​ນິ​ຍົມໄປ​ສູ່​ສັງ​ຄົມ​ນິ​ຍົມ ໃນ​ຂອບ​ເຂດ​ທົ່ວ​ໂລກ, ໄດ້​ສ້າງ​ລັດ​ກຳ​ມະ​ກອນ ລັດ​ທຳ​ອິດ​ໃນ​ປະ​ຫວັດ​ສາດ ຂອງມວນ​ມະ​ນຸດ, ໄດ້​ເຮັດ​ໃຫ້​ລັດ​ສັງ​ຄົມ​ນິ​ຍົມ ກຳເນີດເກີດຂຶ້ນ ຈາກແນວຄວາມຄິດ ກາຍມາເປັນຄວາມເປັນຈິງ, ​ຈາກ​ທິດ​ສະ​ດີ ກາຍ​ມາ​ເປັນ​ພຶດ​ຕິ​ກຳ​ຕົວ​ຈິງ ແລະ ເປັນ​ແວ່ນ​ແຍງ​ອັນ​ໃສ​ແຈ້ງ​ ໃຫ້​ແກ່​ປະ​ຊາ​ຊາດ ທີ່​ດຳ​ເນີນ​ການ​ຕໍ່​ສູ້​ເພື່ອ​ເອ​ກະ​ລາດ​ແຫ່ງ​ຊາດ ແລະ ກ້າວ​ຂື້ນ​ສູ່ສັງ​ຄົມ​ນິ​ຍົມ​ ໃນ​ໄລ​ຍະ​ຕໍ່​ມາ.

​ກອງ​ປະ​ຊຸມສາກົນ​ຄັ້ງ​ນີ້, ​ໄດ້​ປະສົບ​ຜົນສຳ​ເລັດ ​ຢ່າງ​ຈົບງາມ, ບັນ​ດາຄະນະ​ຜູ້​ແທນ ໄດ້​​ເປັນ​​​ເອກະ​ພາບ ຮັບຮອງ​ເອົາຄຳຮຽກຮ້ອງ ຂອງກອງ​ປະ​ຊຸມ​ສາກົນ ຄັ້ງທີ 19 ຂອງບັນດາພັກ​ກອມ​ມູນິດ ​ແລະ ກຳມະກອນ​ ທີ່​ເນັ້ນ​ເຖິງ​ຄວາມໝາຍສຳຄັນ ອັນເປັນປະຫວັດສາດ ຂອງມະຫາປະຕິວັດສັງຄົມນິຍົມ ເດືອນຕຸລາ ຣັດເຊຍ, ຮຽກຮ້ອງໃຫ້ມີການ ປະສານສົມທົບກັນຢ່າງແໜ້ນແຟ້ນ ເພື່ອຕ້ານການຮຸກຮານ ຂອງຈັກກະພັດ ເພື່ອອະທິປະໄຕ, ເອກະລາດແຫ່ງ ຊາດ, ສັນຕິພາບ, ຄວາມກ້າວໜ້າທາງສັງຄົມ ແລະ ສັງຄົມນິຍົມ.

ນອກ​ຈາກເຂົ້າ​ຮ່ວມ ກອງ​ປະ​ຊຸມແລ້ວ, ຄະ​ນະ​ຜູ້​ແທນ​ເຮົາ ຍັງ​ໄດ້ເຂົ້າຮ່ວມກິດຈະກຳຕ່າງໆ ເພື່ອສະເຫລີມສະຫລອງ 100 ປີ ມະຫາປະຕິວັດສັງຄົມນິຍົມ ເດືອນຕຸລາຣັດເຊຍ ແລະ ​ໄດ້ເຄື່ອນໄຫວພົບ​ປະ​ກັບ ຄະ​ນະ​ຜູ້​ແທນ​​ປະ​ເທດ​ຕ່າງໆ ທີ່ເຂົ້າຮ່ວມການພົບປະສາກົນຄັ້ງນີ້.

 

ແຫລ່ງຂ່າວ: ສຳນັກຂ່າວສານປະເທດລາວ.

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...