Homeຂ່າວຕ່າງປະເທດລັດຖະບານມຽນມາເຕືອນສະຫະລັດ ເລື່ອງການຂວ້ຳບາດກອງທັບ

ລັດຖະບານມຽນມາເຕືອນສະຫະລັດ ເລື່ອງການຂວ້ຳບາດກອງທັບ

Published on

ລັດຖະບານມຽນມາເຕືອນ “ຜົນກະທົບຮ້າຍແຮງ” ຫາກວຸດທິສະພາຂອງສະຫະລັດອອກມາຕະການຂວ້ຳບາດ ຄັ້ງໃຫມ່ຕໍ່ກອງທັບມຽນມາ ຈາກກໍລະນີການດູແລຊາວໂຣຮິນຢາໃນລັດຍະໄຂ່.

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນ ຢ່າງກຸ້ງ ວ່າ ໂຄສົກລັດຖະບານມຽນມາໄດ້ກ່າວເມື່ອວັນສຸກທີ່ຜ່ານມາວ່າ ຄວາມສະເໝີພາບ ແລະ ຄວາມໝັ້ນຄົງພາຍໃນປະເທດຖືເປັນເລື່ອງຈຳເປັນທີ່ສຸດສຳລັບທຸກພາກສ່ວນຂອງມຽນມາ ໃນການປະຕິຮູບບ້ານເມືອງ ແລະ ພັດທະນາເສດຖະກິດຂອງປະເທດ ການອອກມາດຕະການຂວ້ຳບາດພຽງຝ່າຍດຽວທີ່ມຸ່ງເນັ້ນຈຳກັດການເດີນທາງ ແລະ ການລົງທຶນຂອງບຸກຄົນກຸ່ມໃດກຸ່ມໜຶ່ງ ຈະເຮັດໃຫ້ເກີດ “ຜົນກະທົບຮ້າຍແຮງ” ຕາມມາຫຼາຍຢ່າງ.

ລັດຖະມົນຕີກະຊວງການຕ່າງປະເທດຂອງສະຫາລັດ ຈະເດີນທາງມາຢ້ຽມຢາມປະເທດມຽນມາໃນວັນທີ 15 ພະຈິກ 2017 ນີ້ ເພື່ອຫາລືກັບທ່ານ ນາງ ອອງຊານ ຊູຈີ ແລະ ເຈົ້າໜ້າທີ່ລະດັບສູງຈາກຫຼາຍຝ່າຍໃນລັດຖະບານມຽນມາ ກ່ຽວກັບດ້ານສິດທິມະນຸດໃນລັດຍະໄຂ່.

ທ່າທີດັ່ງກ່າວຂອງລັດຖະບານມຽນມາມີຂຶ້ນຫຼັງກຸ່ມແກນນຳໃນວຸດທິສະພາຈາກພັກຄຣີພັບລິກັນ ແລະ ພັກເດໂມແຄຣດ ຮ່ວມກັນສະເໜີຮ່າງກົດໝາຍເຂົ້າສູ່ການພິຈາລະນາໃນທີ່ປະຊຸມ ເມື່ອວັນພະຫັດທີ່ຜ່ານມາ ວ່າດ້ວຍການອອກມາຕະການຂວ້ຳບາດເຈົ້າໜ້າທີ່ລະດັບສູງຂອງມຽນມາ ການຈຳກັດຄວາມຮ່ວມມືທາງເສດຖະກິດ ແລະ ຄວາມຮ່ວມມືທາງທະຫານ ແລະ ການຈຳກັດການເດີນທາງໄປທີ່ສະຫະລັດອາເມລິກາຂອງທະຫານລະດັບສູງ ນອກ ຈາກນີ້ໃນຮ່າງກົດໝາຍຍັງສະເໜີໃຫ້ກີດກັ້ນການນຳເຂົ້າສິນຄ້າປະເພດຢົກ ແລະ ທັບທິມຈາກມຽນມາອີກຄັ້ງ.

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...