Homeຂ່າວພາຍ​ໃນຝຣັ່ງທ້ວງຄຳຂວັນ "Drink Don't Drive " ຜິດໄວຍາກອນ

ຝຣັ່ງທ້ວງຄຳຂວັນ “Drink Don’t Drive ” ຜິດໄວຍາກອນ

Published on

ລາວໂພດ ໄດ້ຮັບຈົດໝາຍຈາກ ຜູ້ອ່ານທ່ານໜຶ່ງທີ່ເປັນອາຈານສອນ ຢູ່ໂຮງຮຽນນານາຊາດແຫ່ງໜຶ່ງ ຜູ້ກ່ຽວຂໍຮ້ອງວ່າໃຫ້ຂຽນເລື່ອງນີ້ສ່ອງແສງແດ່ ເພາະຄູສອນພາສາອັງກິດທີ່ເປັນຄົນຕ່າງປະເທດ ເຂົາທັກທ້ວງມາວ່າ ປ້າຍປຸກລະດົມຫຼຸດຜ່ອນອຸບັດເຫດ Drink Don’t Drive ແມ່ນຜິດໄວຍາກອນ ຈຶ່ງເຫັນສົມຄວນຕ້ອງແກ້ໄຂ ເພື່ອຕ້ອນຮັບປີທ່ອງທ່ຽວລາວ 2018 ນີ້.

ຫຼາຍທ່ານຄືຊິຄຸ້ນຫູຄຸ້ນຕາພໍສົມຄວນ ກັບຄຳຂວັນປຸກລະດົມຫຼຸດຜ່ອນອຸບັດເຫດ “ດື່ມບໍ່ຂັບ Drink Don’t Drive” ຂອງບໍລິສັດຜູ້ຜະລິດເຄື່ອງດື່ມທີ່ມີທາດເຫຼົ້າເປັນຜູ້ສະໜັບສະໜຸນ ເຊິ່ງຈະມີຕິດຢູ່ຕາມໂຄສະນາໃນວາລະສານ, ໜັງສືພິມ ແລະຕາມແຄມທາງ ເຊິ່ງເປັນວິທີການໜຶ່ງທີ່ສະແດງໃຫ້ເຫັນ ຄວາມຮັບຜິດຊອບຂອງບໍລິສັດຜູ້ຜະລິດເຄື່ອງດື່ມທາດເຫຼົ້າດັ່ງກ່າວ ແນໃສ່ໃຫ້ລູກຄ້າດື່ມຢ່າງມີສະຕິ ມີຄວາມປອດໄພຕໍ່ທັງຊີວິດແລະຊັບສິນຂອງຕົນ.

ແນວໃດກໍຕາມ, ຊາວຕ່າງປະເທດທີ່ເປັນເຈົ້າຂອງພາສາອັງກິດ ໄດ້ທ້ວງວ່າປ້າຍປຸກລະດົມທີ່ເປັນພາສາອັງກິດ “Drink don’t drive” ດັ່ງກ່າວນັ້ນ ແມ່ນຜິດຢູ່ 2 ຢ່າງຄື:
1. ຜິດໄວຍາກອນ. ຖ້າໃຫ້ຖືກໄວຍາກອນຕ້ອງຂຽນ “Drink, don’t drive ຫຼື Drink but don’t drive”.
2. ຜິດທາງດ້ານຄວາມໝາຍ. ທັດສະນະຂອງຄົນຕ່າງປະເທດ ເຊັ່ນ ອາເມລິກາ, ອັງກິດ, ແຄນາດາ ຫຼື ອົດສະຕາລີ ເວົ້າວ່າ Drink, don’t drive ຫຼື Drink but don’t drive ເຊິ່ງແປວ່າ “ດື່ມບໍ່ຂັບ ຫຼື ດື່ມແຕ່ບໍ່ຂັບ” ເປັນຄຳໂຄສະນາໃຫ້ດື່ມ (ຄືໃຫ້ດື່ມໄດ້ແຕ່ບໍ່ໃຫ້ຂັບ) ເຊິ່ງໃນຄວາມໝາຍເລິກໆແລ້ວຄືຍັງເປັນການຊັກຊວນໃຫ້ດື່ມຢູ່.

ເຂົາເຈົ້າໃຫ້ທັດສະນະວ່າ ຖ້າຈະປຸກລະດົມປ້ອງກັນການເກີດອຸບັດເຫດ ກໍຕ້ອງແຍກອອກຈາກການຊັກຊວນໃຫ້ດື່ມ. ຖືກຕ້ອງແທ້ຄວນຂຽນວ່າ: Don’t drink and drive ຫຼື If you drink don’t drive (ບໍ່ຕ້ອງດື່ມແລະຂັບລົດ ຫຼື ຖ້າເຈົ້າດື່ມບໍ່ຕ້ອງຂັບລົດ).

ຫຼ້າສຸດປ້າຍດັ່ງກ່າວໄດ້ມີການປ່ຽນແປງ ໃນສ່ວນທີ່ເປັນພາສາລາວ ຈາກ ດື່ມບໍ່ຂັບ ມາເປັນ ເມົາບໍ່ຂັບ ແຕ່ສ່ວນພາສາອັງກິດແມ່ນຍັງບໍ່ມີການແກ້ໄຂ ຍັງຄົງເປັນ Drink Don’t Drive ຄືເກົ່າ.

ປ້າຍນີ້ຕັ້ງຢູ່ແຈວັດເກົ້າຍອດ ຕໍ່ໜ້າບໍລິສັດ NCX

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...