ສະພາແຫ່ງຊາດ ຮັບຮອງເອົາ ກົດໝາຍວ່າດ້ວຍ ການຈັດຊື້-ຈັດຈ້າງ ດ້ວຍທຶນຂອງລັດ

​ໃນ​ກອງປະຊຸມ​ສະ​ໄໝ​ສາມັນ ​ເທື່ອ​ທີ 4 ຂອງ​ສະພາ​ແຫ່ງ​ຊາດ ຊຸດ​ທີ VIII ​​ໃນ​ວັນ​ທີ 2 ພະຈິກ 2017 ​ໂດຍ​ການ​ເປັນ​ປະທານ​ຂອງ ​ທ່ານ ບຸນ​ປອນ ບຸດ​ຕະນະ​ວົງ ຮອງ​ປະທານ​ ສະພາ​ແຫ່ງ​ຊາດ ​ໄດ້​ພ້ອມ​ກັນພິຈະ​ລະນາ, ປະກອບ​ຄຳ​ຄິດ​ຄຳ​ເຫັນ​ ໃສ່​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ ການຈັດ​ຊື້-ຈັດ​ຈ້າງ ດ້ວຍ​ທຶນ​ຂອງ​ລັດ, ​ເຊິ່ງ​ເປັນ​ກົ​ດ​ໝາຍສ້າງ​ໃໝ່ ທີ່​ສະ​ເໜີ​ໂດຍ ທ່ານ ສົມ​ດີ ດວງ​ດີ ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ ​ກະຊວງ​ການ​​ເງິນ.

​ໃນ​ວາລະ​ດຳ​ເນີນ​ກອງ​ປະຊຸມ, ທ່ານ ສົມ​ດີ ດວງ​ດີ ​ໄດ້​ຂຶ້ນ​ລາຍ​ງານ ​ກ່ຽວກັບ​ຮ່າງກົດໝາຍວ່າ​ດ້ວຍ​ ການຈັດ​ຊື້-ຈັດ​ຈ້າງ ດ້ວຍ​ທຶນ​ຂອງ​ລັດ (ສ້າງ​ໃໝ່), ​ໂດຍ​ທ່ານ​ ໄດ້​ຍົກ​ໃຫ້​ເຫັນ​ສະພາບ ​ຄວາມ​ເປັນ​ມາ​ໃນ​ການ​ຄົ້ນ​ຄວ້າ​, ເຫດຜົນ ​ແລະ ຄວາມ​ຈຳ​ເປັນ ​​ໃນ​ການ​ສ້າ​ງ​ຮ່າງ​ກົດໝາຍ ວ່າ​ດ້ວຍ​ການຈັດ​ຊື້-ຈັດ​ຈ້າງ​ ດ້ວຍ​ທຶນ​ຂອງ​ລັດ ເຊິ່ງການຄົ້ນຄວ້າ ​ສ້າງ​ຮ່າງ​ກົດໝາຍ​ດັ່ງກ່າວ, ​ເນື້ອ​ໃນ​ຫລັກ​ແມ່ນ​ ບົນ​ພື້ນຖານ​ການ​ປັບປຸງ​ ຈາກ​ເນື້ອ​ໃນ​ຂອງ​ດຳລັດ ​ວ່າ​ດ້ວຍ​ການຈັດ​ຊື້​-ຈັດ​ຈ້າງ​ສິນຄ້າ, ການ​ກໍ່ສ້າງ​ສອມ​ແປງ ​ແລະ ການ​ບໍລິການ ​ດ້ວຍ​ທຶນ​ຂອງ​ລັດ​ (ສະບັບ​ປັບປຸງ) ສະບັບ​ເລກທີ 03/ນຍ, ລົງ​ວັນ​ທີ 9 ມັງກອນ 2004, ​ໂດຍ​ໄດ້​ປ່ຽນ​ແທນ​ຊື່​ ຈາກ​ດຳ​ລັດດັ່ງກ່າວ ມາ​ເປັນ​ກົດໝາຍ​ວ່າ​ດ້ວຍ ການ​ຈັດ​ຊື້-ຈັດ​ຈ້າງ​ ດ້ວຍ​ທຶນ​ຂອງ​ລັດ ​ເພື່ອ​​​ເປັນ​ເຄື່ອງມື​ ທາງ​ດ້ານ​ນິຕິ​ກຳທີ່​ໜັກ​ແໜ້ນ​ ໃນ​ການ​ປະຕິບັດ​ວຽກ​ງານ​ ຈັດ​ຊື້-ຈັດ​ຈ້າງ ​ດ້ວຍ​ທຶນ​ຂອງ​ລັດ ທັງ​ເປັນ​ການ​ເຮັດ​ໃຫ້ ການ​ຈັດ​ຕັ້ງ​ປະຕິບັດ​ ແຜນ​ພັດທະນາ​ເສດຖະກິດ​-ສັງຄົມ ​ໃນ​ແຕ່ລະ​ໄລຍະ​ ໃຫ້​ມີ​ປະສິດ​ທິຜົນ ​ແລະ ​ເຂັ້ມງວດ​ໃນ​ການ​ປະຕິບັດ ​ລັດຖະທຳ​ມະນູນ, ກົດໝາຍ, ນິຕິ​ກຳຕ່າງໆ ທີ່​ກ່ຽວຂ້ອງ​ ​ແລະ ​ໃຫ້ສອດຄ່ອງ​ກັບ​ ຫລາຍ​ປະ​ເທດໃນ​ພາກ​ພື້ນ ​ແລະ ອື່ນໆ.

ຫລັງ​ຈາກ​ນັ້ນ, ທ່ານ ບຸນ​ປອນ ບຸດ​ຕະນະ​ວົງ ປະທານ​ກອງ​ປະຊຸມ ​ໄດ້​ມີ​ຄຳ​ຖາມ​ ເຈາະ​ຈີ້ມບາງ​  ໝວດ, ບາງ​ມາດຕາ ແລະ ບັນດາ​ສະມາຊິກ​ ສະພາ​ແຫ່ງ​ຊາດ​ແຕ່ລະ​ເຂດ ​ໄດ້​ປະກອບ ​ຄຳ​ຄິດ​ຄຳ​ເຫັນ ຢ່າງ​ກົງ​ໄປ​ກົງ​ມາ ​ໃສ່​ຮ່າງ​ກົດໝາຍ​ດັ່ງກ່າວ, ເຊິ່ງໂດຍ​ລວມ​ແລ້ວ ​ແມ່ນ​ເຫັນ​ດີ​ເປັນ​ເອກະ​ພາບ​ ເປັນ​ພື້ນຖານ​ ທາງ​ດ້ານ​​ເນື້ອ​ໃນ, ​ໂຄງ​ສ້າງ, ແຕ່​ຍັງ​ມີ​ບາງ​ໝວດ, ບາງ​ມາດຕາ ທີ່​ຈະ​ຕ້ອງ​ໄດ້ປັບປຸງ, ດັດ​ແກ້, ​ຕັດ​ອອກ ແລະ ​ເຕີ່​ມ​ໃສ່ບາງ​ຄຳ​ສັບ ​ເພື່ອ​ໃຫ້​ສອດຄ່ອງ, ຖືກຕ້ອງ ​ແລະ ຊັດ​ເຈນ ກັບ​ສະພາບ​ຄວາມ​ເປັນ​ຈິງ. ພ້ອ​ມດຽວ​ກັນ​ນັ້ນ, ກໍ​ເຫັນ​ດີ​ເປັນ​ເອກະ​ພາບ​ ຮັບຮອງ​ເອົາ​ກົດໝາຍ​ວ່າ ​ດ້ວຍ​ການຈັດ​ຊື້-ຈັດ​ຈ້າງ ດ້ວຍ​ທຶນ​ຂອງ​ລັດ ດ້ວຍຄະ​ແນນ​ສຽງ​ເຫັນ​ດີ ​ເປັນ​ສ່ວນ​ຫລາຍ. ກອງ​ປະຊຸມຍັງ​ໄດ້​ສະ​ເໜີ​ ໃຫ້​ອະນຸ​ກຳມະການ​ເນື້ອ​ໃນ​ກົດໝາຍ​ ​ນຳ​ເອົາ​ຄຳ​ຄິດ​ຄຳ​ເຫັນ​ຂອງ ສສຊ ​ໄປ​ປັບປຸງ​ໃສ່​ກົດໝາຍ​ດັ່ງກ່າວ ​ໃຫ້​ເໝາະ​ສົມ ​ແລະ ຖືກຕ້ອງ​ສອດຄ່ອງ​ ກັບ​ຄວາມ​ເປັນ​ຈິງ, ທັງ​ນີ້ກໍ​ເພື່ອ​ເຮັ​ໃຫ້​ກົດໝາຍ ​ວ່າ​ດ້ວຍການຈັດ​ຊື້-ຈັດ​ຈ້າງ​ ດ້ວຍ​ທຶນ​ຂອງ​ລັດ ມີ​ຄວາມ​ສັກສິດ ​ແລະ ສາມາດນຳ​ໄປ​ຈັດ​ຕັ້ງ​ປະຕິບັດ​ ໄດ້​ຢ່າງ​ມີ​ປະສິດທິ​ຜົນ.

ກົດໝາຍ​ວ່າ​ດ້ວຍ​ການ ຈັດ​ຊື້-ຈັດ​ຈ້າງ ດ້ວຍ​ທຶນ​ຂອງລັດ ປະກອບ​ມີ 11 ພາກ, 15  ໝວດ, 90 ມາດຕາ ພາຍຫລັງ ກົດໝາຍ​ດັ່ງກ່າວ, ຖືກ​ຮັບຮອງ ​ແລະ ປະກາດ​ໃຊ້​ ຢ່າງ​ເປັນ​ທາງ​ການ ຈະ​ເປັນ​ນິຕິ​ກຳ​ທີ່​ເປັນ​ບ່ອນ​ອີງ​ທີ່​ໜັກ​ແໜ້ນ ໃຫ້​ແກ່​ການ​ຄຸ້ມ​ຄອງ ​ແລະ ຕິດຕາມ​ກວດກາ​ ການຈັດ​ຕັ້ງ​ປະຕິບັດ ວຽກ​ງານ​ຈັດ​ຊື້-ຈັດ​ຈ້າງ ດ້ວຍ​ທຶນ​ຂອງ​ລັດ ​ໃຫ້​ມີ​ປະສິດທິ​ຜົນ ​ແລະ ປະສິດທິ​ພາບ​ສູງ​ຂຶ້ນ, ມີ​ຄວາມ​ໂປ່​ງ​ໃສ ​ແລະ ຍຸຕິ​ທຳ, ​ເຮັດ​ໃຫ້​ອົງການ​ຈັດ​ຕັ້ງ​ ລັດ​ຂັ້ນ​ສູງ​ກາງ, ຂັ້ນ​ທ້ອງ​ຖິ່ນ ​ແລະ ລັດ​ວິ​ສາ​ຫະກິດ ​ເຂົ້າ​ໃຈ​ເຖິງ​ຄວາມ​ສຳຄັນ ​ໃນ​ການ​ຄຸ້ມ​ຄອງ​ວຽກ​ງານ ​ຈັດ​ຊື້-ຈັດ​ຈ້າງ​ ດ້ວຍ​ທຶນ​ຂອງ​ລັດ ດ້ວຍ​ກົດໝາຍ​ຫລາຍ​ຂຶ້ນ, ທັງ​ເປັນ​ການສ້າງ​ຄວາມ​ເຊື່ອ​ໝັ້ນ​ ໃຫ້​ແກ່​ນັກ​ລົງທຶນ ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ ກ່ຽວ​ກັບ​ວຽກ​ງານ​ຈັດ​ຊື້-ຈັດ​ຈ້າງ​ດ້ວຍ​ທຶນ​ຂອງ​ລັດອີກ​ດ້ວຍ.

 

ແຫລ່ງຂ່າວ: ທະນູ​ທອງ
ພາບປະກອບຂ່າວ: ສະຫວາດ (ສຳນັກຂ່າວສານປະເທດລາວ)

1 COMMENT

  1. ມັກຫລາຍ ຂ່າວນີ້ມີສາຣະໃຫ້ສັງຄົມລາວໂດຍພື້ນຖານ ທັງປ່ວງ

Comments are closed.