ລັດຄວິນສ໌ແລນ ປະເທດ ອອສເຕຣເລຍ ເກີດຟ້າຜ່າຫຼາຍກວ່າ 176,000 ຄັ້ງພາຍໃນຄືນດຽວ

ບີບີຊີລາຍງານເມື່ອວັນທີ 30 ຕຸລາ 2017ວ່າ ປະກົດການທາງທຳມະຊາດທີ່ໜ້າຕື່ນເຕັ້ນໃນປະເທດອອສເຕຣເລຍ ຫຼັງອິດທິພົນພາຍຸຝົນຟ້າຄະນອງທີ່ພັດຖະລົ່ມລັດຄວິນສ໌ແລນ ທາງຕະເວັນຕົກສຽງເໜືອ ຕັ້ງແຕ່ວັນທີ 29 ຕຸລາ ທີ່ຜ່ານມາດົນກວ່າ 3 ຊົ່ວໂມງ ເຮັດໃຫ້ເກີດຟ້າຜ່າຫຼາຍກວ່າ 176,000 ຄັ້ງພາຍໃນຄືນດຽວ

ມີລາຍງານວ່າ ບ້ານເຮືອນຢ່າງໜ້ອຍກວ່າ 4,000 ຫຼັງຄາເຮືອນ ບໍ່ມີໄຟຟ້າໃຊ້ ແລະ ອີກຫຼາຍຫຼັງຄາເຮືອນທີ່ໄດ້ຮັບຄວາມເສຍຫາຍຈາກເຫດການຟ້າຜ່າ