spot_img
Home​ຂ່າວບັນເທິງຄວາມໝາຍຂອງຊຸດ "ນາຄາມະນີວາລີນິມິດ" ໃນ Miss Global 2017

ຄວາມໝາຍຂອງຊຸດ “ນາຄາມະນີວາລີນິມິດ” ໃນ Miss Global 2017

Published on

Miss Global 2017 ທີ່ຈັດຂຶ້ນໃນປະເທດ ກຳປູເຈ້ຍ ແລະ ຮອບຕັດສິນແມ່ນມື້ວັນທີ 17 ພະຈິກ 2017ນີ້ ເປັນອີກ 1 ເວທີທີ່ມີ Miss Global Laos ເຂົ້າຮ່ວມປະກວດ ນັ້ນກໍ່ຄືສາວ “ເມ ວາລິສະລາ ຕັ້ງສຸວັນ” ຂອງເຮົານີ້ເອງ ແລະ ເມື່ອວານນີ້ (30/10/2017) ທາງເພຈ May Varissara Page ກໍ່ໄດ້ເຜີຍຊຸດປະຈຳຊາດທີ່ຈະໃສ່ໃນກອງປະກວດໃຫ້ແຟນຄລັບໄດ້ເບິ່ງ ຕ້ອງຂໍບອກເລີຍວ່າ ຊຸດ “ນາຄາມະນີວາລີນິມິດ” ງົດງາມ ອະລັງການ ແລະ ມີຄວາມໝາຍລຶກຊື້ງແທ້ໆ ເປັນອີກຊຸດໜຶ່ງທີ່ເໝາະສົມກັບການເປັນຊຸດປະຈຳຊາດລາວ ເຊິ່ງຊຸດດັ່ງກ່າວເປັນການອອກແບບໂດຍ Pornpikaness ນັກອອກແບບຊາວຕ່າງຊາດ.

ຫຼາຍຄົນອາດສົງໃສວ່າດ້ວຍເຫດຜົນໃດ ນັກອອກແບບ ພ້ອມດ້ວຍທີມງານຈິ່ງສ້າງຊຸດນີ້ຂຶ້ນມາ ດັ່ງນັ້ນເຮົາມາຮູ້ຈັກແຮງບັນດານໃນໃຈການສ້າງຊຸດນີ້ພ້ອມກັນເລີຍ

ພຣະຍານາກ ແມ່ນງູທີ່ມີະຫນາດໃຫ່ຍ ມີຫອນ ເປັນສັດສັກສິດ ແລະ ເປັນສັນຍາລັກແຫ່ງຄວາມຍິ່ງໃຫ່ຍ ຄວາມອຸດົມສົມບູນ, ເປັນສິ່ງລີ້ລັບເຫນືອທຳມະຊາດ ທີ່ຢູ່ຄູແທ່ນຳ້ຂອງ ຢູ່ຕິດກັບຄວາມເຊື່ອ ຂອງລາວແລະໄທ ແຫ່ງສອງຝັ່ງຂອງ

ດ້ວຍອົງປະກອບນີ້ ຈຶ່ງເກີດເປັນແຫ່ງບັນດານໃຈ ໃນການສ້າງຊຸດ ນາຄາມະນີວາລີນິມິດ(Jewel of Mekong) ໃຫ້ມີຮູບຮ່າງຄ້າຍກັບພຣະຍານາກ ໂຕມີເກັດ ມີສຽນເຈັດສຽນ ລຳໂຕສີຂຽວທອງເຫລື້ອມ ໃນມືຖືລູກໄຟເຊິ່ງ ໃນຄວາມເຊື່ອຫມາຍເຖິງ ວັນທີ່ພະພຸດທະເຈົ້າສະເດັດລົງມາຈາກສະຫັວນຊັ້ນດາວະດຶງ ເຊິ່ງກົງກັບວັນທີ່ 15ຄຳ່ ເດືອນ 11 ຈະເຫັນເປັນລູກໄຟຜຸດຂຶ້ນມາຈາກແມ່ນຳ້ຂອງ ປຽບເຫມືອນເຫົລາພຣະຍານາກໄດ້ມາບູຊາພຣະພຸດທະເຈົ້າເປັນ ຄວາມເຊື່ອ ແລະ ສັດທາທີ່ຖືກຖ່າຍທອດມາຈາກລຸ້ນສູ່ລຸ້ນ ແລະ ຍັງສືບສານຕໍ່ໄປອີກຍາວນານ

ມື້ນີ້ທ່ານເຂົ້າໄປໂຫວດໃຫ້ສາວ ເມ ວາລິສາລາ Miss Global Laos 2017 ແລ້ວ ຫຼື ຍັງ ຖ້າຍັງໃຫ້ຮີບດ່ວນ! ໂດຍການເຂົ້າໄປທີ່ເພຈ Official Miss Global ເລື່ອນຊອກຫາຮູບຂອງສາວເມ ແລ້ວກໍ່ກົດໄລນ໌ ກົດແຊຣ໌ ງ່າຍໆພຽງເທົ່ານີ້ ທທ່ານກໍ່ສາມາດເປັນສ່ວນໜຶ່ງໃນການໃຫ້ກຳລັງໃຈ Miss Global Laos 2017 ຂອງເຮົາໄດ້ແລ້ວ

ບົດຄວາມຫຼ້າສຸດ

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...