spot_img
Homeຂ່າວຕ່າງປະເທດອິຣັກສົ່ງອອກນ້ຳມັນເພີ່ມຂື້ນອີກ

ອິຣັກສົ່ງອອກນ້ຳມັນເພີ່ມຂື້ນອີກ

Published on

ສຳນັກຂ່າວ ຣອຍເຕີລາຍງານຈາກນະຄອນຫຼວງ ແບກແດດ ປະເທດ ອິຣັກ ເມື່ອວັນທີ 29 ຕຸລາ 2017 ວ່າ ການເພີ່ມຂຶ້ນຂອງປະລິມານນ້ຳມັນສົ່ງອອກມີຂຶ້ນຫຼັງຈາກອິຣັກຕິດຕັ້ງທຸ່ນຮັບນ້ຳມັນດິບ (ເອສພີເອັມ) ໃໝ່ໃນອ່າວເປີເຊຍ ທ່ານ ຈາບາຣ໌ ອັລ-ລູໄອບີ ລັດຖະມົນຕີກະຊວງນ້ຳມັນອິຣັກ ກ່າວໃນຖະແຫຼງການເມື່ອວັນອາທິດທີ່ຜ່ານມາວ່າ ປະລິມານການສົ່ງອອກນ້ຳມັນຂຶ້ນສູ່ລະດັບສູງຢ່າງບໍ່ເຄີຍເປັນມາກ່ອນ ການຕິດຕັ້ງທຸ່ນຮັບນ້ຳມັນດິບແຫ່ງໃໝ່ເຮັດໃຫ້ປະລິມານການສົ່ງອອກເພີ່ມຂຶ້ນອີກ 9 ແສນບຣາເຣລຕໍ່ມື້ ເຊິ່ງໃນຂະນະນີ້ອິຣັກມີເອສພີເອັມປະຕິບັດງານ 4 ແຫ່ງ ສຳລັບການຂົນຖ່າຍນ້ຳມັນໃສ່ເຮືອບັນທຸກ

ບົດຄວາມຫຼ້າສຸດ

ຜູ້ນຳສະຫະລັດ ບັນລຸຂໍ້ຕົກລົງກັບຫວຽດນາມ ຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20%

ໂດນັລ ທຣຳ ຜູ້ນຳສະຫະລັດເປີດເຜີຍວ່າ ໄດ້ບັນລຸຂໍ້ຕົກລົງກັບຫວຽດນາມແລ້ວ ໂດຍສະຫະລັດຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20% ຂະນະທີ່ສິນຄ້າຈາກປະເທດທີ 3 ສົ່ງຜ່ານຫວຽດນາມຈະຖືກເກັບພາສີ 40% ສຳນັກຂ່າວບີບີຊີລາຍງານໃນວັນທີ 3 ກໍລະກົດ 2025 ນີ້ວ່າ:...

ປະຫວັດ ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ

ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 1 ກໍລະກົດ 2025, ພາຍຫຼັງສານລັດຖະທຳມະນູນຮັບຄຳຮ້ອງ ສະມາຊິກວຸດທິສະພາ ປະເມີນສະຖານະພາບ ທ່ານ ນາງ ແພທອງທານ...

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...