spot_img
Home​ຂ່າວທ່ອງທ່ຽວເປີດປີທ່ອງທ່ຽວລາວ 2018 ພ້ອມບຸນນະມັດສະການພະທາດຫລວງ 2017

ເປີດປີທ່ອງທ່ຽວລາວ 2018 ພ້ອມບຸນນະມັດສະການພະທາດຫລວງ 2017

Published on

ໃນຕອນແລງຂອງມື້ນີ້ 28 ຕຸລາ ພະນະທ່ານ ທອງລຸນ ສີສຸລິດ ໄດ້ປະກາດເປີດງານປີທ່ອງທ່ຽວລາວ 2018 ແລະ ບຸນນະມັດສະການພະທາດຫລວງ 2017 ໂດຍມີ ບັນດາລັດຖະມົນຕີ ຮອງລັຖະມົນຕີ, ເຈົ້າຄອງນະຄອນຫລວງວຽງຈັນ, ທູຕານຸທູດ ແລະ ຕາງຫນ້າອົງການຈັດຕົ້ງສາກົນ ແລະ ຊາວນະຄອນຫລວງວຽງຈັນເຂົ້າຮວ່ມຢ່າງຫລວງຫລາຍ.

ສະເພາະກິດຈະກຳປີທ່ອງທ່ຽວທີ່ສຳຄັນໃນທົ່ວປະເທດ ມີ 18 ກິດຈະກຳທີ່ເປັນເຫດການອັນພົ້ນເດັ່ນຂອງແຕ່ລະແຂວງໃນຂອບເຂດທົ່ວປະເທດ ໃນນັ້ນປະກອບມີ:
1. ບຸນປີໃຫມ່ຊົນເຜົ່າກຶມມຸ ແຂວງອຸດົມໄຊຸ
2. ບຸນເສົາຫລັກເມືອງ 10 ຊົນເຜົ່າແຂວງເຊກອງ
3.ບຸນພະບາດໂພນສັນ ບໍລິຄຳໄຊ
4. ບຸນຊົນເຜົ່າຫລວງນຳ້ທ່າ
5. ເທດສະການດອກງິ້ວບານບ່ໍແກ້ວ
6. ບຸນຊ້າງໄຊຍະບູລີ
7. ບຸນວັດພູຈຳປາສັກ
8. ບຸນພະທາດສີໂຄດຄຳມ່ວນ
9. ປີໃຫມ່ລາວ ຫລວງພະບາງ
10. ງານສະເຫລີມສະຫລອງແກ້ວຫລັກເມືອງ ແລະ ທ່ຽວຊົມຖຳ້ທ່ານຜູ້ນຳ ຫົວພັນ
11. ບຸນຊວ່ງເຮືອສາລະວັນ
12. ບຸນນະມັດສະການພະທາດຫລວງວຽງຈັນ
13. ບຸນຊ່ວງເຮືອເມືອງຂວາຜົ້ງສາລີ
14. ບຸນພະທາດອີງຮັງສະຫວັນນະເຂດ
15. ບຸນກິນຈຽງທີ່ຊຽງຂວາງ
16. ບຸນກິນຈຽງຫລັກ 52 ແຂວງວຽງຈັນ
17. ບຸນກິນຈຽງແຂວງໄຊສົມບູນ
18. ງານນະນະມັດສະການພະເຈົ້່າໄຊເສດຖາແຂວງອັດຕະປື. 

ສຳລັບການຈັດງານບຸນນະມັດສະການພະທາດຫລວງໃນຄັ້ງນີ້ແມ່ນພິເສດ ເພາະໄດ້ຈັດຂຶ້ນພາຍຫລັງທີ່ຫາກໍສຳເລັດການບູລະນະພະທາດຫລວງໃນນັ້ນຈອມພະທາດແມ່ນເຮັດດ້ວຍຄຳຫລາຍ ກິໂລ ແລະ ມີງານວາງສະແດງສິນຄ້າຫນຶ່ງເມືອງຫນຶ່ງຜະລິດຕະພັນ ODOP, ສິນຄ້າອຸດສາຫະກຳ-ຫັດຖະກຳ, ສິນຄ້າຂອງຄອບຄົວຕົວແບບ, ສິນຄ້າເອສເອັມອີ, ມີການວາງສະແດງຜະລິດຕະພັນທ່ອງທ່ຽວຈາກພາຍໃນແລະ ຕ່າງປະເທດ,ການສະແດງສິລະປະວັດທະນະທຳ, ວາງສະແດງເຮືອນຊົງລາວຈຳລອງ ແລະ ກິດຈະກຳທາງສາສະຫນາບູຊາພະທາດຫລວງ ແລະ ອື່ນໆ. 

ງານວາງສະແດງສິນຄ້າບຸນນະມັດສະການພະທາດຫຼວງປີນີ້ຈັດຂຶ້ນຢູ່ສອງບ່ອນ ຄື ຢູ່ລາວ ໄອເຕັກ ມີ 460 ຮ້ານຈາກລາວ ແລະ ຕ່າງປະເທດ ແລະ ຢູ່ເດີ່ນພະທາດຫຼວງມີ 640 ຮ້ານ ໃນນັ້ນມີສາມຮ້ານ ແມ່ນຮ້ານວາງສະແດງຈາກຕ່າງປະເທດ. 

ນອກນີ້ຄະນະກຳມະການຈັດງານຍັງໄດ້ກະກຽມຜື້ນທີ່ອ້ອມຮອບພະທາດຫຼວງ ແລະ ບໍລິເວນໃກ້ຄຽງເປັນບ່ອນນັ່ງຊົມຂະບວນແຮ່ພາສາດເຜິ້ງຢູ່ທາງທິດເໜືອຂອງທາດຫຼວງ ແລະ ຍັງມີການກະກຽມຜື້ນທີ່ບໍລິເວນເດີ່ນພະທາດຫຼວງ ແລະ ບໍລິເວນໃກ້ຄຽງໄວ້ໃຫ້ປະຊາຊົນສາມາດຊົມການແຂ່ງຂັນຕີຄີ ໃສ່ບາດ ແລະ ວຽນທຽນອີກດ້ວຍ ທັງນີ້ກໍເພື່ອໃຫ້ມີມວນຊົນ ແລະ ພະສົງສາມາດເຂົ້າຮ່ວມສະເຫຼີມສະຫຼອງບຸນນະມັດສະການພັດທາດຫຼວງໄດ້ຫຼາຍເທົ່າທີ່ຈະຫຼາຍໄດ້. 

 

ແຫລ່ງຂ່າວ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ອົບພະຍົບຫຼາຍກວ່າ 1,000 ຄົນ ເຫດໄຟໄໝ້ເຂດຊຸມຊົນແອອັດ ໃນນະຄອນຫຼວງມະນິລາ ປະເທດຟິລິປິນ

ເກີດເຫດໄຟໄໝ້ຮຸນແຮງຢູ່ເຂດຊຸມຊົນແອອັດ ໃນເມືອງຫຼວງຂອງຟິລິບປິນ ປະຊາຊົນຫຼາຍກວ່າ 500 ຄອບຄົວບໍ່ມີທີ່ຢູ່ອາໄສ. ສຳນັກຂ່າວຕ່າງປະເທດລາຍງານວ່າ: ໃນວັນທີ 15 ກັນຍາ 2025 ຜ່ານມາ, ເກີດເຫດໄຟໄໝ້ຮຸນແຮງໃນຊ່ວງກາງຄືນໃນດເຂດຊຸມຊົນ ແຮບປີ້ແລນ ເຮັດໃຫ້ອາຄານບ້ານເຮຶືອນໄດ້ຮັບຄວາມເສຍຫາຍຫຼາຍຮ້ອຍຫຼັງ ເຮັດໃຫ້ປະຊາຊົນກວ່າ...

ງົດງາມທີ່ສຸດຈາກທົ່ວໂລກ ຕາດກວາງຊີ ແຂວງຫຼວງພະບາງ ຖືຈັດຢູ່ໃນ 21 ນໍ້າຕົກທີ່ສວຍງາມຈາກທົ່ວໂລກ ປີ 2025

ວາລະສານ ການທ່ອງທ່ຽວຊື່ດັງຂອງໂລກ Travel + Leisure ໄດ້ຈັດອັນດັບ Top 21 Most Beautiful Waterfalls in the World...

ໄທເລີ່ມປະຕິບັດແລ້ວ ທະນາຄານເລີ່ມປາບປາມຂະບວນການບັນຊີມ້າ ຖ້າກວດພົບຄວາມສົງໄສ ຈະອາຍັດບັນຊີທັນທີ

ບັນຊີມ້າແມ່ນບັນຊີທະນາຄານທີ່ຖືກນໍາໃຊ້ໂດຍອາດຊະຍາກອນ ເພື່ອເກັບເງິນ ຫຼື ຟອກເງິນທີ່ໄດ້ມາແບບຜິດກົດໝາຍ ແມ່ນບັນຊີທີ່ຖືກຈ້າງໃຫ້ເປີດ ຫຼື ຖືກລັກຂໍ້ມູນໄປໃຊ້ ເພື່ອເປັນທາງຜ່ານຂອງເງິນທີ່ໄດ້ມາຈາກການກະທຳຜິດກົດໝາຍ ລວມທັງການພະນັນ. ໃນຊ່ວງໜຶ່ງອາທິດທີ່ຜ່ານມາ ທາງທະນາຄານເເຫ່ງປະເທດໄທ ເລີ່ມກວດສອບ ແລະ ລົງມືປະຕິບັດຢ່າງເຂັ້ມງວດ ໃນການອາຍັດບັນຊີມ້າ...

ຄວາມຫວັງໃໝ່ຂອງເນປານ ແຕ່ງຕັ້ງລັດຖະມົນຕີຄົນໃໝ່ ໂດຍຈະປະຕິບັດໜ້າຮັກສາການ 6 ເດືອນ

ພາຍຫຼັງຄວາມວຸ່ນວາຍຂອງເຫດການປະທ້ວງໃນປະເທດເນປານ ເຮັດໃຫ້ອະດີດນາຍຍົກລັດຖະມົນຕີໄດ້ລາອອກ ພ້ອມທັງເດີນທາງອອກນອກປະເທດ ນຳພາໃຫ້ເນປານບໍ່ມີຄົນດຳລົງຕໍາເເໜ່ງນາຍົກລັດຖະມົນຕີໃນໄລຍະໜຶ່ງ. ເຊິ່ງໃນວັນທີ 12 ກັນຍາ 2025 ທີ່ຜ່ານມາ, ໄດ້ມີການປະກາດແຕ່ງຕັ້ງ ທ່ານ ນາງ  ສຸຊີລາ ກາກີ ຂຶ້ນຮັບຕໍາແໜ່ງຮັກສາການນາຍົກລັດຖະມົນຕີ...