Homeຂ່າວຕ່າງປະເທດປູຕິນກົດປຸ່ມຊ້ອມຍິງຂີປະນາວຸດດ້ວຍຕົນເອງ

ປູຕິນກົດປຸ່ມຊ້ອມຍິງຂີປະນາວຸດດ້ວຍຕົນເອງ

Published on

ວັນທີ 27 ຕຸລາ 2017 ສຳນັກຂ່າວຕາສ໌ຂອງຣັດເຊຍລາຍງານວ່າ ທ່ານ ວາລານິເມຍ ປູຕິນ ປະທານາທິບໍດີຣັດເຊຍກົດປຸ່ມປ່ອຍຂີປະນາວຸດຂ້າມທະວີບຈຳນວນ 4 ລູກ ດ້ວຍຕົນເອງໃນການຊ້ອມຮົບທາງທະຫານ

ທ່ານ ດາມິທຣີ ເປສຄອຟ ໂຄສົກປະຈຳຕົວປະທານາທິບໍດີ ປູຕິນກ່າວວ່າ ທ່ານ ປູຕິນເຂົ້າຮ່ວມການຊ້ອມສູ້ຮົບໃນຖານະຜູ້ບັນຊາການກອງທັບສູງສຸດ 

ການຊ້ອມຮົບນີ້ສອດຄ່ອງກັບທີ່ກະຊວງປ້ອງກັນປະເທດແຈ້ງວ່າ ໄດ້ທົບສອບຂີປະນາວຸດຈາກເຮືອດຳນ້ຳພະລັງນິວເຄລຍ ຢູ່ທາງທິດຕະເວັນຕົກສຽງເໜືອຂອງປະເທດ ນອກຈາກນີ້ຍັງມີເຮືອບິນຖິ້ມລະເບີດອອກມາຈາກຖານເພື່ອອອກໄປຮ່ວມຊ້ອມຮົບ ການໂຕມຕີເປົ້າໝາຍປະສົບຄວາມສຳເລັດດ້ວຍດີ

ກະຊວງປ້ອງກັນປະເທດຣັດເຊຍຍັງປ່ອຍຄລິບຊ້ອມຍິງຂີປະນາວຸດຂ້າມທະວີບໂຕປໍ ຮວມເຖິງເຮືອບິນຖິ້ມລະເບີດຕູ -160 ແບຣັກແຈັກ ແລະ ຕູ-95 ແບຣ໌ ຍິງຈາກຖານປ່ອບຈະຫຼວດເປຣເສດ ເມື່ອອາຣ໌ຄັນເກລ ຢູ່ທາງທິດເໜືອຂອງຣັດເຊຍ ໂດຍອີກ 3 ລູກປ່ອຍຈາກເຮືອດຳນ້ຳຢູ່ໃນທະເລໂອຄອດ ກັບ ບາເຣນ

 

ບົດຄວາມຫຼ້າສຸດ

ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາ

ໃນວັນທີ 19 ພະຈິກ 2026, ຄະນະທີມງານສະເພາະກິດເມືອງແປກ ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍເປັນຈໍານວນຫລາຍໃນນໍ້າຫ້ວຍຫີນລາຍ ລະຫວ່າງຊາຍແດນບ້ານຍວນ ແລະ ບ້ານໂພນງາມເໜືອ ເມືອງແປກ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາທີ່ບໍ່ຖືກຕ້ອງຕາມກົດໝາຍ ຢູ່ບ້ານໂພນງາມເໜືອ....

ໂດຍຕອບສະໜອງຄໍາເຊື້ອເຊີນຂອງສະຫາຍ ຢູນ ເຈີງ ໂຮ, ລັດຖະມົນຕີກະຊວງພົວພັນເສດຖະກິດກັບຕ່າງປະເທດ ແຫ່ງ ສປປ ເກົາຫຼີ, ສະຫາຍ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ...

ໄລຍະ 9 ເດືອນ ປີ 2026, ແຂວງອັດຕະປື ກໍ່ຄືພະແນກໂຍທາທິການ ແລະ ຂົນສົ່ງແຂວງ ໄດ້ເປັນເຈົ້າການຕິດຕາມ ແລະ ຄວບຄຸມຄຸນນະພາບໂຄງການກໍ່ສ້າງ-ສ້ອມແປງຂົວ-ທາງ ທີ່ເປັນໂຄງການສືບຕໍ່ ຈໍານວນ...

ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຈໍາປາສັກ ໄດ້ຕ້ອນຮັບ ທ່ານ ເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...