Homeຄວາມງາມວິທີແກ້ລັງແຄ ດ້ວຍຕົນເອງ

ວິທີແກ້ລັງແຄ ດ້ວຍຕົນເອງ

Published on

1407223716

  • ບໍ່​ມີ​ໃຜ​ຢາກ​ມີຄວາມສຸກ​ກັບ ​ຫິ​ມະ​ໜ້າ​ໜາວ​ເທິງ​ຫົວ​ແນ່ນອນ ລັງ​ແຄ ​ເກີດ​ຈາກ​ເຊວ​ຜິວ​ໜັງ​ທີ່​ຕາຍ​ແລ້ວ ແຫ້ງ​ຫລຸດ​ລອກ ຕົກ​ສະ​ເກັດ​ອອກຈາກ​ໜັງ​ຫົວ

ຄວາມ​ຈິງ​ນີ້ເປັນ​ກະ​ບວນ​ການ​ຜັດ​ເຊວຜິວ ເທິງ​ໜັງ​ຫົວ​ໂດຍ​ທຳມະຊາດ​ຢູ່​ແລ້ວ ແຕ່​ຫາກ​ເກີດ​ຂຶ້ນ​ໃນ​ປະລິມານ​ຫລາຍ​ ກໍ​ຈະ​ເກີດ​ເປັນ​ບັນຫາ​ລັງ​ແຄ ​ທີ່​ມີ​ສ່ວນ​ໃຫ້​ໜັງ​ຫົວ​ລະ​ຄາຍ​ເຄືອງ ທີ່​ເຊື້ອ​ລາ​ມີ​ສ່ວນ​ເຮັດໃຫ້​ເກີດ​ ອາ​ກາດ​ທີ່​ໜາວ​ ແລະ ​ແຫ້ງ ມັກ​ເຮັດໃຫ້​ເກີດ​ລັງ​ແຄ​ ຂຶ້ນ​ໄດ້​ຫລາຍກວ່າ​ປົກກະຕິ ນອກ​ຈາກ​ນີ້​ ອາດ​ເປັນ​ສ່ວນຫນຶ່ງ​ຂອງ​ອາການ​ພ່າຍແພ້​ອາຫານ​ບາງ​ຊະນິດ ລວມ​ທັງ​ການ​ທີ່​ຮ່າງກາຍ​ຂາດ​ກົດ​ໄຂ​ມັນ​ໂອ​ເມ​ກ້າ 3ແລະ ​ວິ​ຕາ​ມິນ​ບີ​ ຄອມ​ເພັກ ​ທີ່​ຊ່ວຍ​ຫລຸດ​ການ​ຜັດ​ເຊວ​ຜິວ ສ່ວນ​ຜະລິດຕະພັນ​ກ່ຽວກັບ​ຜົມ​ ແລະ ຜະລິດຕະພັນ​ກ່ຽວກັບ​ສີ​ຜົມ ​ກໍ​ເຮັດໃຫ້​​ລະ​ຄາຍ​ເຄືອງ​ໜັງ​ຫົວ​ຈົນ​ເຊວຜິວ​ຫລຸດ​ລອກ​ໄດ້ ວິທີແກ້

  • ພາຍ​ນອກ ໃຊ້​ຜະລິດຕະພັນ​ບຳ​ລຸງ​ເສັ້ນ​ຜົມ​ທີ່​ປິ່ນປົວ​ລັງ​ແຄ​ໂດຍ​ສະເພາະ ເຊັ່ນ ​ຢາສະຜົມ​ກຳຈັດ​ລັງ​ແຄ
  • ພາຍ​ໃນ ເພື່ອ​ປ້ອງ​ກັນ​ການ​ຜັດ​ເຊວ​ຜິວ​ທີ່​ຫລາຍ​ເກີນ​ຈຳ​ເປັນ ຕ້ອງ​ເລີ່ມ​ຈາກມີ​ສຸຂະພາບ​ທີ່​ດີ ທັງ​ໃນ​ເລື່ອງ​ການ​ກິນ   ໃຫ້​ຮ່າງກາຍ​ໄດ້ຮັບ​ສານ​ອາຫານ​ກໍ່ຄື ກົດ​ໄຂ​ມັນ​ໂອ​ເມ​ກ້າ 3ແລະ ​ວິ​ຕາ​ມິນ​ບີ​ຄອມ​ເພັກ ການ​ດື່ມ​ນ້ຳ​ໃຫ້​ຮ່າງກາຍ​ໄດ້ຮັບ​ຂອງ​ແຫລວ​ໃນ​ປະລິມານ​ເໝາະ​ສົມ ປ້ອງ​ກັນ​ຜິວ​ແຫ້ງ ການ​ນອນ​ຫລັບ​ພັກ​ຜ່ອນ​ທີ່​ພຽງ​ພໍ ກິດຈະກຳ​ເພື່ອ​ຄວາມ​ຜ່ອນ​ຄາຍ​ຢ່າງ​ການເຮັດ​ສະ​ມາ​ທິ ​ແລະ ​ໂຍ​ຄະ ກໍ​ມີ​ສ່ວນ​ຊ່ວຍ​ໄດ້​ຄືກັນ
  • ຕົ້ມ​ໃບ​ຊາ​ແຫ້ງ​ໃນ​ນ້ຳ ຖິ້ມ​ໄວ້​ໃຫ້​ເຢັນ​ ແລະ ​ບີບ​ນ້ຳ​ໝາກ​ນາວ​ລົງ​ໄປ​ເຄິ່ງ​ໜ່ວຍ ທາ​ລົງ​ເທິງ​ໜັງ​ຫົວ​ຖິ້ມ​ໄວ້​ປະ​ມານ​ໜຶ່ງ​    ຊົ່ວ​ໂມງ​ກ່ອນ​ສະ​ຜົມ​ຕາມ​ປົກກະຕິ ມັນ​ຊ່ວຍ​ກຳຈັດ​ລັງ​ແຄ ​ແລະ ​ເຮັດໃຫ້​ຜົມ​ເບິ່ງ​ເງົາ​ງາມ​ຂຶ້ນ​ໄດ້
  • ປະສົມ​ໄຂ່​ຂາວ​ໜຶ່ງ​ໜ່ວຍ ​ກັບ ​ນ້ຳ​ໜາກນາວ 1ໜ່ວຍ ທາ​ລົງ​ເທິງ​ໜັງ​ຫົວ​ໄວ້​ໜຶ່ງ​ຊົ່ວ​ໂມງ ກ່ອນ​ສະ​ຜົມ​ ແລະ ​ລ້າງ​ນ້ຳ​ສຸດ​ທ້າຍ​ດ້ວຍ​ນ້ຳ​ທີ່​ປະສົມ​ນ້ຳ​ສົ້ມ​ສາຍ​ຊູ​ເຈືອ​ຈາງ​ລົງ​ໄປ​ນໍາ ເປັນ​ອີກ​ວິທີ​ໜຶ່ງ​ທີ່​ໄດ້​ຜົນດີີ
  • ຜ່າ​ເຄິ່ງ​ໝາກນາວ ນຳ​ມາ​ທາ​ຖູ​ເທິງ​ໜັງ​ຫົວ​ກ່ອນ​ອາບ​ນ້ຳ ລອງ​ເຮັດ​ນຳ​ເປັນ​ບາງເທື່ອ
  • ກ່ອນ​ສະ​ຜົມ ນວດ​ໜັງ​ຫົວ​ດ້ວຍ​ເກືອ​ໄລຍະໜຶ່ງ​ແລ້ວ​ລ້າງ​ອອກ ລອງ​ເຮັດ​ເບິ່ງ​ເລື້ອຍໆ ແລ້ວ​ມັນ​ຈະ​ຊ່ວຍ​ກຳຈັດ​ລັງ​ແຄ​ ໄດ້​

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...