Homeຂ່າວຕ່າງປະເທດກອງປະຊຸມໃຫຍ່ພັກຄອມມູນິດຈີນ ຄັ້ງທີ 19 ປິດລົງຢ່າງເປັນທາງການແລ້ວ

ກອງປະຊຸມໃຫຍ່ພັກຄອມມູນິດຈີນ ຄັ້ງທີ 19 ປິດລົງຢ່າງເປັນທາງການແລ້ວ

Published on

ສຳນັກຂ່າວຊິນຫົວຂອງຈີນລາຍງານວ່າ ວັນທີ 24 ຕຸລາ 2017 ພັກຄອມມູນິດຈີນ (CPC) ໄດ້ເປີດເຜີຍລາຍຊື່ຄະນະຜູ້ນຳຊຸດໃໝ່ ຮວມເຖິງການຄັດເລືອກຄະນະກຳມະການສູນກາງພັກຄອມມູນິດຈີນຊຸດທີ 19 ເຊິ່ງຈະຖືເປັນຜູ້ນຳພັກຕະຫຼອດໄລຍະ 5 ປີຕໍ່ໜ້ານັບຈາກນີ້ເປັນຕົ້ນໄປ

ລາຍງານລະບຸວ່າ ຄະນະການນຳຈາກທົ່ວປະເທດຈຳນວນ 2,336 ທ່ານ ທີ່ເຂົ້າຮ່ວມກອງປະຊຸມໄດ້ຄັດເລືອກຄະນະກຳມະການສູນກາງພັກຊຸດໃໝ່ແບ່ງເປັນ 204 ທ່ານ ແລະ ສະມາຊິກສົມທົບ 172 ທ່ານ

ທ່ານ ສີ ຈິ້ນຜິງ ໄວອາຍຸ 64 ປີ ເຊິ່ງເຄີຍດຳລົງຕຳແໜ່ງເລາຂາທິການຄະນະກຳມະການກາງພັກຄອມມູນິດ ຊຸດທີ 18 ຍັງຄົງໄດ້ຮັບຕັດເລືອກໃຫ້ເປັນໜຶ່ງໃນຄະນະກຳມະການສູນກາງພັກ ຊຸດໃໝ່

 

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...