spot_img
Homeຂ່າວການພັດທະນາປະທານປະເທດລົງ​ເຄື່ອນ​ໄຫວ​ຢ້ຽມຢາມ ​ແລະ ຊີ້​ນຳ​ວຽກງານຢູ່​ແຂວງ​ເຊ​ກອງ

ປະທານປະເທດລົງ​ເຄື່ອນ​ໄຫວ​ຢ້ຽມຢາມ ​ແລະ ຊີ້​ນຳ​ວຽກງານຢູ່​ແຂວງ​ເຊ​ກອງ

Published on

ໃນໂອກາດລົງ​ເຄື່ອນ​ໄຫວ​ຢ້ຽມຢາມ ​ແລະ ຊີ້​ນຳ​ວຽກງານຢູ່​ແຂວງ​ເຊ​ກອງ ໃນວັນທີ 19 ຕຸ ລາ 2017 ນີ້, ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ພົບ​ປະ​ໂອ້​ລົມ​ການ​ນຳ​ຫລັກ​ແຫ​ລ່ງ,  ​ໂດຍ​ໄດ້ສະແດງຄວາມ ຍ້ອງຍໍຊົມເຊີຍ ຕໍ່ບັນດາຜົນງານທີ່ ແຂວງເຊກອງ ທີ່ຍາດມາໄດ້ໃນຊຸມປີຜ່ານມາ. ພ້ອມນັ້ນ, ​ໄດ້ເນັ້ນໜັກຫລາຍໜ້າວຽກອັນສຳຄັນ ຄື: ການປະຕິບັດແນວທາງວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ວຽກງານຫັນລົງກໍ່ສ້າງຮາກຖານຕາມ 4 ເນື້ອໃນ 4 ຄາດໝາຍ, ວຽກງານກໍ່ສ້າງພັກ-ພະນັກງານ, ເສີມຂະຫຍາຍວຽກງານ ສຶກສາອົບຮົມການເມືອງ-ແນວຄິດໃຫ້ແກ່ຖັນແຖວພະນັກງານ-ສະມະຊິກພັກເປັນບັນຫາກົກ ​ແລະ ວຽກງານກະສິກຳໃຫ້ສອດຫ້ອຍເຂົ້າກັບການ ແກ້ໄຂຊີວິດ ການ ເປັນຢູ່ ຂອງພໍ່ແມ່ປະຊາຊົນ. ຂະນະ​ດຽວກັນ​ ໃຫ້ສືບຕໍ່ໃກ້ຊິດບັນດາໂຄງ ການຕ່າງໆໃຫ້ສຳເລັດໂດຍໄວ, ສືບຕໍ່ເພີ່ມທະວີຄວາມສາມັກຄີປອງດອງ ບັນດາເຜົ່າພາຍໃນແຂວງເຊກອງ ໃຫ້ເປັນປຶກແຜ່ນແໜ້ນໜາ ເພື່ອຕ້ານກັບການໂຄສະນາແບບ ບິດເບືອນ ຂອງກຸ່ນຄົນບໍ່ດີ ທີ່ຂັດແຍ່ງຕໍ່ແນວທາງນະໂຍ ບາຍຂອງພັກ-ລັດ.

 ​ໃນໂອກາດ​ຢ້ຽມຢາມ ​ແຂວງ​ເຊ​ກອງ​ຄັ້ງ​ນີ້, ທ່ານປະທານປະເທດ ບຸນຍັງ ວໍລະຈິດ ​ໄດ້​ຮັບ​ການຕ້ອນຮັບຢ່າງອົບອຸ່ນຈາກ ທ່ານ ຄໍາເຜີຍ ບຸດດາວຽງ ເຈົ້າແຂວງເຊກອງ ພ້ອມດ້ວຍຄະນະ. ພ້ອມ​​ຮັບ​ຟັງການລາຍງານສະພາບລວມ ດ້ານເສດຖະກິດ ເຫັນວ່າຍັງສືບຕໍ່ຂະຫຍາຍຕົວຕໍ່ເນື່ອງ, ​ເຊິ່ງໃນ 9 ເດືອນຜ່ານ​ມາ ເຫັນວ່າລວມຍອດຜະລິດຕະພັນພາຍໃນ GDP ທົ່ວແຂວງ ເຕີບໂຕສະເລ່ຍ 9,1%, ການຈັດເກັບລາຍຮັບເຂົ້າງົບປະມານ ສາມາດປະຕິບັດໄດ້ທັງໝົດ 80%. ໃນນັ້ນ, ລາຍຮັບພູດຂອງແຂວງ ປະຕິບັດໄດ້ 78%; ຄາດວ່າໝົດປີ ຈະສູ້ຊົນໃຫ້ບັນລຸໄດ້ຕາມແຜນທີ່ວາງໄວ້. ສ່ວນລາຍຮັບພູດຂອງສູນກາງ ຮອດປັດຈຸບັນ ປະຕິບັດໄດ້ 130,37% ຖ້າທຽບໃສ່ໝົດປີ 2017 ຖືວ່າລື່ນຄາດໝາຍ.

ຄຽງຄູ່ກັນນັ້ນ, ແຂວງເຊກອງ ຍັງໄດ້ເອົາໃຈໃສ່ພັດທະນາ ດ້ານວັດທະນະທຳ-ສັງຄົມ ໃນນີ້, ເລັ່ງໃສ່ວຽກງານສຶກສາ ແລະ ສາທາເປັນຕົ້ນຕໍ ແນໃສ່ເພື່ອເຮັດໃຫ້ຕົວເລກຄາດໝາຍ ທີ່ກຳນົດໄວ້ໃນເປົ້າໝາຍສະຫັດສະວັດ ດ້ານການ ພັດທະນາ ຂອງປະເທດ ກໍຄື ຂອງແຂວງໃຫ້ບັນລຸຜົນສຳເລັດໂດຍໄວ ແລະ ອັນທີ່ພົ້ນເດັ່ນໃນປັດຈຸບັນ ແມ່ນການປະຕິບັດວຽກງານ 3 ສ້າງ ກຳລັງດຳເນີນໄປຢ່າງເປັນຂະບວນຟົດຟື້ນ ທັງນີ້, ກໍເພື່ອຮັບປະກັນໃຫ້ປະຊາຊົນບັນດາເຜົ່າ ມີຊີ ວິດການເປັນຢູ່ທີ່ດີຂຶ້ນ ເທື່ອລະກ້າວ. ການນຳພັກ-ລັດທຸກຂັ້ນນັບແຕ່ຂັ້ນແຂວງລົງຮອດທ້ອງຖິ່ນ, ໄດ້ເພີ່ມທະວີເອົາໃຈໃສ່ຊີ້ນຳໆພາປະຊາຊົນປະຕິບັດແນວທາງການເມືອງຂອງພັກ, ແຜນພັດທະນາເສດຖະກິດຂອງລັດ ໄປພ້ອມໆກັບການປັບປຸງ ແລະ ກໍ່ສ້າງກຳລັງ ປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບຢ່າງຕໍ່ເນື່ອງ.

ຂ່າວ ແລະ ພາບ: ນາລີວັນ (ສຳນັກຂ່າວສານປະເທດລາວ)

ບົດຄວາມຫຼ້າສຸດ

ໂຮມຊຸມນຸມ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ

ໂຮມຊຸມນຸມ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ພິທີໂຮມຊຸມນຸມ ສະເຫລີມສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ໄດ້ຈັດຂຶ້ນໃນວັນທີ...

ປກສ ເມືອງບາຈຽງຈະເລີນສຸກແລະ ປກສ ແຂວງຈຳປາສັກສຶກສາອົບຮົມກຸ່ມຍັກຍອກຢາງພາລາຂອງສາມບໍລິສັດ

ກອງບັນຊາການ ປກສ ເມືອງບາຈຽງຈະເລີນສຸກແລະ ປກສ ແຂວງຈຳປາສັກສຶກສາອົບຮົມກຸ່ມຍັກຍອກຢາງພາລາຂອງສາມບໍລິສັດ ວັນທີ 8 ສິງຫາ 2025 ນີ້, ກອງບັນຊາການ ປກສ ເມືອງບາຈຽງຈະເລີນສຸກ ແລະ ປກສ...

ທ່ານ ເຫຼັກໄຫຼ ສີວິໄລ ລົງຕິດຕາມເສັ້ນທາງ 2W ແຕ່ເມືອງໄຊ ຫາເມືອງ ປາກແບ່ງ ແຂວງອຸດົມໄຊ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ຍທຂ ພ້ອມຄະນະລົງຕິດຕາມເສັ້ນທາງ 2W ແຕ່ເມືອງໄຊ ຫາເມືອງ ປາກແບ່ງ ແຂວງອຸດົມໄຊ. ໃນວັນທີ 9 ສິງຫາ 2025...

ຍີ່ປຸ່ນທຸບສະຖິຕິໃໝ່! ກວດພົບຄື້ນຄວາມຮ້ອນ ອຸນຫະພູມ 41.8 ອົງສາ ພ້ອມເຕືອນໄພປະຊາຊົນໃຫ້ອອກຈາກພື້ນທີ່ສ່ຽງ

ຍີ່ປຸ່ນທຸບສະຖິຕິອາກາດຮ້ອນສູງສຸດ 41.8 ອົງສາ ເຈົ້າໜ້າທີ່ເລັ່ງອົບພະຍົບປະຊາຊົນ ພ້ອມເຕືອນໂຣກລົມແດດ 44 ແຂວງໃນຍີ່ປຸ່ນ ຂະນະດຽວກັນພາກເໜືອຮັບມືຝົນຕົກໜັກ-ສ່ຽງນ້ຳຖ້ວມຊຸ. ສຳນັກຂ່າວຕ່າງປະເທືດລາຍງານໃນວັນທີ 7 ສິງຫາ 2025 ສຳນັກງານອຸຕຸນິຍົມວິທະຍາຂອງປະເທດຍີ່ປຸ່ນ (Japan Meteorological...