spot_img
Homeວິທະຍາສາດ-ວິທະຍາການສານໃນເສື້ອຊ້ອນບໍ່ສາມາດກໍ່ໃຫ້ເກີດມະເຮັງໄດ້

ສານໃນເສື້ອຊ້ອນບໍ່ສາມາດກໍ່ໃຫ້ເກີດມະເຮັງໄດ້

Published on

ເມື່ອວັນທີ 19 ຕຸລາ 2017 ທາງເຟສບຸກເພຈ ວິທະຍາສາດ ໄດ້ອອກມາຢືນຍັນຜ່ານທາງເພຈກ່ຽວກັບປະເດັນທີ່ຫຼາຍຄົນສົງໄສ ແລະ ກຳລັງຢ້ານກັນ ເນື່ອງຈາກພາຍໃນເສື້ອຊ້ອນ ມີຢາງຊິລິໂຄນຫຸ້ມທາງໃນເປັນນ້ຳມັນ ວ່າມັນກໍ່ມະເຮັງ ອັນນີ້ບອກໄດ້ເລີຍວ່າ ບໍ່ແມ່ນ

ໂດຍທາງເພຈໄດ້ໃຫ້ເຫດຜົນວ່າ ຖົງຊິລິໂຄນໃສ່ນ້ຳມັນ ຝັງໄວ້ໃນນັ້ນ ແມ່ນໄວ້ດັນ ໄວ້ເພີ່ມຂະຫນາດ ການເລືອກນ້ຳມັນກໍຍ້ອນມັນເບົາກວ່ານ້ຳ ແລະເຫດຜົນອີກສາລະພັດທີ່ເຂົາຄຶດຄົ້ນກັນມາ ຜູ່ນຳເທຣນນີ້ຍຸກທຳອິດແມ່ນຍີ່ຫໍ້ Victoria Secret

ຊ່ວງທຳອິດທີ່ເສື້ອຊ້ອນແບບນີ້ອອກຂາຍ ກໍມີບັນຫາ ຮົ່ວ ບາງຄົນໃສ່ໄປຢູ່ດີໆ ນົມປຽກ (ເບິ່ງຮູບນ້ອຍດ້ານເທິງ) ກໍກາຍເປັນເລື່ອງຕະຫລົກເຮຮາໄປ ມັນບໍ່ໄດ້ເປັນອັນຕະລາຍຫຍັງ

ບາດນີ້ກັບມາເລື່ອງເສື້ອຊ້ອນຖືກໆຈາກຈີນ ທີ່ຖືກກ່າວອ້າງ ແອັດລອງຄົ້ນຫາຂ່າວລອງເບິ່ງ ປະກົດວ່າ ມີຂ່າວລັກສະນະນີ້ຕັ້ງແຕ່ຊ່ວງປີ 2011 ເຊິ່ງກໍໃກ້ໆກັບຊ່ວງທີ່ມີເສື້ອຊ້ອນແບບນີ້ອອກຂາຍພໍດີ (victoria secret ອອກລຸ້ນນີ້ໃນປີ 2010)

ແລ້ວຂ່າວທີ່ເຫັນສ່ວນໃຫຍ່ມາຈາກຫວຽດນາມ ເປັນລັກສະນະຕື່ນຕົກໃຈ ບໍ່ຮູ້ວ່າແມ່ນຫຍັງຢູ່ໃນເສື້ອຊ້ອນ ລະກະຈົບບໍ່ໄປຊອກຂໍ້ມູນຫຍັງຕໍ່ (ພໍພໍກັນກັບນັກຂ່າວລາວ -..-) ຕົວຢ່າງຂ່າວຂອງຫວຽດ http://m.english.vietnamnet.vn/…/chinese-bras-contain-unkno…#

ສະຫລຸບເປັນເທັກນິກການດັນແບບນຶ່ງຂອງເສື້ອຊ້ອນ ບໍ່ແມ່ນສານກໍ່ມະເຮັງ ແຕ່ທັງນີ້ທັງນັ້ນ ຖ້າເປັນຫ່ວງສຸຂະພາບນົມ ຄວນເລືອກຊື້ຍີ່ຫໍ້ທີ່ຫນ້າເຊື່ອຖື ບໍ່ເອົາແບບລາຄາຖືກໂອເວີພາວເວີເຣນເຈີ ເພາະເຖິງສານພວກນີ້ບໍ່ກໍ່ມະເຮັງ ແຕ່ຖ້າສານພວກນີ້ເປັນໂຕຄຸນນະພາບຕ່ຳ ເວລາຖືກຜິວຫນັງ ອາດລະຄາຍເຄືອງເປັນຕຸ່ມອັກເສບໄດ້

 

ແຫລ່ງຂ່າວ: ວິທະຍາສາດ

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...