Homeຂ່າວຕ່າງປະເທດກອງປະຊຸມໃຫຍ່ພັກຄອມມິວນິດຄັ້ງທີ 19 ຈີນປະກາດໄດ້ເລີ່ມຕົ້ນຍຸກໃໝ່ແລ້ວ

ກອງປະຊຸມໃຫຍ່ພັກຄອມມິວນິດຄັ້ງທີ 19 ຈີນປະກາດໄດ້ເລີ່ມຕົ້ນຍຸກໃໝ່ແລ້ວ

Published on

ເມື່ອວັນທີ 18 ຕຸລາ 2017 ກອງປະຊຸມໃຫຍ່ພັກຄອມມິວນິດຄັ້ງທີ 19 ເປີດສາກຂື້ນແລ້ວທີ່ມະຫາສາລາປະຊາຊົນ ນະຄອນຫຼວງ ປັກກິ່ງ ແລະ ຈະດຳເນີນໄປເຖິງວັນທີ 24 ຕຸລາ 2017 ປະທານາທິບໍດີ ສີຈິ້ນຜິງ ກ່າວສຸນທໍລະພົດເປີດງານປະຊຸມ ດົນເກືອບ 4 ຊົ່ວໂມງ ຕໍ່ໜ້າສະມາຊິກທີ່ເຂົ້າຮ່ວມປະຊຸມກວ່າ 2,300 ຄົນ ວ່າຈີນໄດ້ເລີ່ມຕົ້ນຍຸກໃໝ່ແລ້ວ ຄວາມສຳຄັນຂອງສັງຄົມນິຍົມທີ່ຕ້ອງປັບໃຫ້ທັນສະໄໝໃນຂະນະທີ່ຈີນເດີນໜ້າເຂົ້າສູ່ຍຸກໃໝ່ເປັນມະຫາອຳນາດໂລກ ໂດຍມີແຜນສອງຊັ້ນທີ່ຈະຕ້ອງເດີນໜ້າເຮັດໃຫ້ລຸລ່ວງໃນປີ 2050 

ການປະຊຸມດັ່ງກ່າວນີ້ແມ່ນຈັດຂຶ້ນທຸກໆ 5 ປີ ນອກຈາກນີ້ຍັງເນັ້ນຢ້ຳໃຈຄວາມສຳຄັນໃນການປາບປາມການສໍ້ລາດບັງຫຼວງທີ່ລົງໂທດບັນດາພະນັກງານລັດ ແລະ ເຈົ້າໜ້າທີ່ພັກຄອມມູນິດໄປແລ້ວກວ່າ 1 ລ້ານຄົນ, ຍັງໄດ້ກ່າວເຖິງຄວາມສຳຄັນໃນການພັດທະນາເທັກໂນໂລຍີ ແລະ ບໍ່ລືມທີ່ຈະເອີ່ຍເຖິງການປາບປາມກຸ່ມແບ່ງແຍກດິນແດນທີ່ເຄື່ອນໄຫວໃນຊິນຈຽງ, ຕິເບດ ແລະ ຮ່ອງກົງ

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...