spot_img
Homeຂ່າວພາຍ​ໃນຈູດທໍາລາຍຢາເສບຕິດຢາບ້າ 13 ລ້ານເມັດ ແລະ ແປ້ງປະສົມຫົວເຊື້ອຜະລິດຢາບ້າຫຼາຍພັນກິໂລ.

ຈູດທໍາລາຍຢາເສບຕິດຢາບ້າ 13 ລ້ານເມັດ ແລະ ແປ້ງປະສົມຫົວເຊື້ອຜະລິດຢາບ້າຫຼາຍພັນກິໂລ.

Published on

ຫ້ອງກວດກາ ແລະ ຄວບຄຸມຢາເສບຕິດ, ກົມໃຫຍ່ຕໍາຫຼວດ ກະຊວງປ້ອງກັນຄວາມສະຫງົບ ໄດ້ຈັດພິທີຈູດທໍາລາຍຢາເສບຕິດ ລວມມີຢາບ້າ 13 ລ້ານກວ່າເມັດ ແລະ ຍັງມີກັນ ຊາແຫ້ງ, ຢາໄອ, ກາເຟອິນ, ໂຣເດຍຣອມ, ແປ້ງປະສົມຫົວເຊື້ອຜະລິດຢາບ້າ ຫຼາຍພັນກິໂລ.

ພິທີຈູດທໍາລາຍສິ່ງເສບຕິດດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 17 ຕຸລາ 2017 ທີ່ເດີ່ນຫາດດອນຈັນ  ນະຄອນຫຼວງວຽງຈັນ ເນື່ອງໃນໂອກາດສະເຫຼີມສະຫຼອງວັນແຫ່ງຊາດຕ້ານຢາເສບຕິດ ຄົບຮອບ 16 ປີ (12 ຕຸລາ 2001-12 ຕຸລາ 2017 )  ພາຍໃຕ້ການເປັນປະທານຂອງ ທ່ານ ປອ ບຸນທອງ ຈິດມະນີ ຮອງນາຍົກລັດຖະມົນຕີ , ປະທານອົງການກວດກາລັດຖະບານ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ; ມີລັດຖະມົນຕີ, ຮອງລັດຖະມົນຕີ, ບັນດາທູຕານຸທູດ, ອົງການຈັດຕັ້ງສາກົນ ແລະ ບັນດາທ່ານຫົວໜ້າ-ຮອງກົມ ເຂົ້າຮ່ວມ.

ໃນພິທີທ່ານ ພົນຕີ ສົມແກ້ວ ສີລາວົງ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ໄດ້ ກ່າວລາຍງານກ່ຽວກັບສະພາບການປະຕິບັດວຽກງານກວດກາ ແລະ ຄວບຄຸມຢາເສບຕິດໃນໄລຍະ 1 ປີ ຜ່ານມາວ່າ: ນັບແຕ່ເດືອນ ມິຖຸນາ 2016 ຫາ ເດືອນ ກັນຍາ 2017 ສາມາດມ້າງຄະດີໄດ້ທັງໝົດທົ່ວປະເທດ 3.814 ເລື່ອງ, ຈັບກຸມຜູ້ຖືກຫາໄດ້ 5.811 ຄົນ, ໃນນີ້ເປັນຍິງ 784 ຄົນ, ຄົນຕ່າງປະເທດ 127 ຄົນ(ເປັນຍິງ 18 ຄົນ); ຢຶດຢາບ້າໄດ້ 2.552 ກິໂລກຼາມ, ເຮໂລອິນ 190 ກິໂລກຼາມ, ຄາເຟອິນ 1.875 ກິໂລກຼາມ, ຢາຝິ່ນ 224ກິໂລກຼາມ, ກັນຊາ 5.047ກິໂລກຼາມ, ຢາໄອ 130 ກິໂລກຼາມ, ໂຄເຄນ 0,01 ກຼາມ.

ຢາເສບຕິດທີ່ນຳມາຈູດທໍາລາຍ ເຊິ່ງສານໄດ້ຕັດສິນ ແລະ ມີຄຳສັ່ງໃຫ້ທຳລາຍຖິ້ມ ມີລາຍລະອຽດຄື: ຢາບ້າ 13ລ້ານກວ່າເມັດ, ກັນຊາແຫ້ງ 2.382 ກິໂລກຼາມ, ຢາໄອ 93ກິໂລກຼາມ, ແປ້ງປະ ສົມເຊື້ອຜະລິດຢາບ້າມີ 272 ກິໂລກຼາມ, ຄາເຟອິນ 4.312 ກິໂລກຼາມ, ໂຣເດຍອອມ 259 ກິໂລກຼາມ ແລະ ແປ້ງຝຸ່ນສີແດງ 12 ແກັດ.

 

ແຫລ່ງຂ່າວ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...

ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3

ອົງຄະນະພັກ ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3 ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ...

ແຈ້ງເຕືອນຈາກກົມໃຫຍ່ຕຳຫຼວດ ໃຫ້ລະວັງ 10 ລັກສະນະການກໍ່ເຫດທີ່ເປັນການສໍ້ໂກງຊັບ ຖ້າພົບເຫັນເຫດລັກສະນະນີ້ ສາມາດແຈ້ງດຳເນີນຄະດີໄດ້

- ອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລົງວັນທີ 05 ມັງກອນ 2022 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມໃຫຍ່ຕໍາຫຼວດ. ເພື່ອປ້ອງກັນ ບໍ່ໃຫ້ທຸກຄົນໃນສັງຄົມ ຕົກເປັນເຫຍື່ອຂອງກຸ່ມແກ້ງສໍ້ໂກງຊັບທາງໂທລະຄົມ ແລະ...