spot_img
Homeຂ່າວຕ່າງປະເທດຫາກສະຫະລັດຮຸກຮານບໍ່ເລີກເກົາຫຼີເໜືອພ້ອມເຮັດສົງຄາມທຸກເວລາ

ຫາກສະຫະລັດຮຸກຮານບໍ່ເລີກເກົາຫຼີເໜືອພ້ອມເຮັດສົງຄາມທຸກເວລາ

Published on

ສຳນັກຂ່າວຕ່າງປະເທດລາຍງານ 17 ຕຸລາ 2017 ວ່າ: ທ່ານ ຄິມ ອິນ ຣີຢອງ ຮອງທູດເກົາຫຼີເໜືອປະຈຳສະຫະປະຊາຊາດ ກ່າວຕໍ່ກຳມາທິການປົດອາວຸດຂອງສະມັດຊາໃຫຍ່ອົງການສະຫະປະຊາຊາດເມື່ອວັນຈັນທີ່ຜ່ານມາວ່າ: ບໍ່ມີປະເທດໃດໃນໂລກນອກເໜືອຈາກເກົາຫຼີເໜືອ ທີ່ຕົກຢູ່ພາຍໃຕ້ໄພຮຸກຮານໂດຍກົງ ແລະ ຮ້າຍແຮງຈາກນິວເຄຣຍຂອງສະຫະລັດອາເມລິກາ ແລະ ເກົາຫຼີເໜືອມີສິດທີ່ຈະປ້ອງກັນໂຕເອງ.

ທ່ານ ຄິມ ກ່າວຕື່ມອີກວ່າ ປີນີ້ເກົາຫຼີເໜືອໄດ້ກາຍເປັນປະເທດມະຫາອຳນາດນິວເຄຣຍໂດຍສົມບູນແບບແລ້ວ ແລະ ມີຄວາມສາມາດທາງດ້ານນິວເຄຣຍໃນຫຼາຍລະບັບລວມເຖິງ ລະເບີດປະລາມະນູນລະເບີດໄຮໂດຣເຈນ ແລະ ຂີປະນາວຸດຂ້າມທະວີບພ້ອມທັງເຕືອນວ່າ ແຜ່ນດິນໃຫຍ່ສະຫະລັດທັງໝົດຕົກຢູ່ໃນຈຸດພິກັດຍິງຂອງພວກເຮົາ ແລະ ຫາກສະຫະລັດອາເມລິກາມາຮຸກຮານ ພວກເຮົາຈະລົງໂທດຢ່າງຮຸນແຮງດ້ວຍການໂຈມຕີທຸກບ່ອນທົ່ວໂລກ.

ທາງດ້ານທ່ານ ຈອນ ເຈ ຊັນລິແວນ ຮອງລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ ອາເມຣິກາ ກ່າວຕໍ່ສື່ມ່ວນຊົນທີ່ນະຄອນຫຼວງໂຕກຽວ ປະເທດຍີ່ປຸ່ນ ພາຍຫຼັງສຳເລັດການຢ້ຽມຢາມ ເພື່ອປຶກສາຫາລືກັບລັດຖະມົນຕີກະຊວງການຕ່າງປະເທດຍີ່ປຸ່ນ ເມື່ອວັນຈັນທີ່ຜ່ານມາວ່າ ສະຫະລັດ ອາເມຣິກາຫວັງທີ່ຈະຮ່ວມໂຕະເຈລະຈາໂດຍກົງກັບເກົາຫຼີເໜືອໃນບັ້ນປາຍ ໂດຍສະຫະລັດ ອາເມຣິກາເອງແມ່ນເນັ້ນແນວທາງການທູດເພື່ອແກ້ໄຂບັນຫາ ແຕ່ສະຫະ ລັດ ອາເມຣິກາ ແລະ ພັນທະມິດຄື ຍີ່ປຸ່ນ ແລະ ເກົາຫຼີໃຕ້ ພ້ອມທີ່ຈະປະຈັນໜ້າກັບສິ່ງທີ່ຊົ່ວຮ້າຍທີ່ສຸດ ຫາກການ ທູດລົ້ມເຫຼວ. 

ບົດຄວາມຫຼ້າສຸດ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...

ລາວເສຍຫາຍໜັກ! ຜົນກະທົບຈາກພາຍຸບົວລອຍ ພັດຖະລົ່ມລາວ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 4 ຄົນ.

ພາຍຸບົວລອຍ ສົ່ງຜົນກະທົບຕໍ່ 34 ເມືອງໃນທົ່ວປະເທດ ມີຜູ້ເສຍຊີວິດ 4 ຄົນ ຮອງນາຍົກຊີ້ນຳໃຫ້ເລັ່ງໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບໂດຍດ່ວນ. ໃນຕອນເຊົ້າວັນທີ 6 ຕຸລາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມ...

ແລກເມຍກັບງົວ 1 ໂຕ ເມື່ອໜຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ

ໃນວັນທີ 07/10/2025 ລາຍງານຈາກສຳນັກຂ່າວໃນປະເທດອິນໂດເນເຊຍ ມີຄລິບເຫດການທີ່ເປັນກະແສເນື່ອງຈາກມີຊາຍຄົນໜຶ່ງຍອມໃຫ້ເມຍຕົນເອງໄປຄົບກັບຊູ້ ພ້ອມຍອມແລກເມຍກັບງົວ 1 ໂຕ, ແລະເງິນອີກປະມານ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ) ຜ່ານການຕົກລົງຈາກທັງ 2...

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...