spot_img
Homeຊີວິດແລະຄວາມຮັກພໍ່ເຖົ້າຕາປອດແບກແມ່ເຖົ້າພິການຂາຕະຫຼອດ 29 ປີ

ພໍ່ເຖົ້າຕາປອດແບກແມ່ເຖົ້າພິການຂາຕະຫຼອດ 29 ປີ

Published on

ເວັບໄຊຂ່າວຮ່ອງກົງ “hk.on.cc” ລາຍງານຈາກເຂດຈຽງຈິນ ເທດສະບານນະຄອນສົງຊິ່ງ ປະເທດຈີນ ເມື່ອວັນທີ 16 ຕຸລາ 2017 ວ່າ ຊາວເນັດຕ່າງຊື້ງໃຈ ຄູ່ຮັກພໍ່ເຖົ້າແມ່ເຖົ້າຢູ່ນຳກັນບໍ່ເຄີຍຫ່າງກັນໄປທາງໃດຕະຫຼອດ 24 ຊົ່ວໂມງ/ມື້ ໃນຕະຫຼອດເວລາ 29 ປີ ຄົນໜຶ່ງຕາບອດ ອີກຄົນຍ່າງບໍ່ໄດ້ ຈິ່ງຕ້ອງເປັນຕາ ແລະ ຂາໃຫ້ກັນ ແລະ ກັນ ຝ່າຍຊາຍມີຊື່ວ່າ ພໍ່ເຖົ້າ ເສົາ ຊູ່ໄສ ອາຍຸ 63 ປີ ຝ່າຍຍິງຊື່ວ່າ ແມ່ເຖົ້າ ສູ່ ໂຮ່ປີ້ ໄວອາຍຸ 59 ປີ, ພໍ່ເຖົ້າເປັນຄົນຕາບອດຈະເປັນຄົນເອົາແມ່ເຖົ້າໃສ່ກະຕ່າແລ້ວແບກ ຍ່າງໄປໄຮ່ນຳກັນ ພໍ່ເຖົ້າໄດ້ກ່າວວ່າ ທັງຄູ່ໄດ້ແຕ່ງງານກັນ ເມື່ອຢູ່ກິນນຳກັນເປັນເວລາ 6 ປີ ພໍ່ເຖົ້າເສົາກໍ່ໄດ້ຫາກະຕ່າໃຫຍ່ເອົາມາໄວ້ໃສ່ເມຍ ແລະ ກໍ່ເລີ່ມແບກເມຍຂຶ້ນຫຼັງໄປໃສມາໃສນຳກັນທຸກມື້ ຢູ່ນຳກັນຕະຫຼອດ 24 ຊົ່ວໂມງ ເປັນທີ່ເພິ່ງພາໃຫ້ກັນ ແລະ ກັນ ແມ່ເຖົ້າສູ່ ເປີດເຜີຍໃຫ້ຮູ້ວ່າ ນາງອາໃສຜູ່ເປັນຜົວທຸກຢ່າງ ນອກຈາກນີ້ພໍ່ເຖົ້າເສົາ ຍັງເຮັດອາຫານມາໃຫ້ແມ່ເຖົ້າກິນສະເໝີ ເພາະບໍ່ຕ້ອງການໃຫ້ແມ່ເຖົ້າເຄື່ອນຕົວໄປເຮັດອາຫານເອງ ຜູ້ຄົນອ້ອມຂ້າງມັກຈະຫົວຂວັນພວກເຂົາສະເໝີ ເພາະບໍ່ເຄີຍເຫັນຄູ່ຜົວເມຍໃດທີ່ໃຊ້ຊີວິດຢູ່ຮ່ວມກັນຕະຫຼອດ 24 ຊົ່ວໂມງແບບນີ້

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...