ເກີດເຫດລະເບີດ 2 ລູກຊ້ອນ ຢູ່ເມືອງຫຼວງໂຊມາເລຍ ເສຍຊີວິດແລ້ວ 30 ຄົນ

ຕາມການລາຍງານຂອງສຳນັກຂ່າວຕ່າງປະເທດ ວັນທີ 14 ຕຸລາ (ຕາມເວລາທ້ອງຖິ່ນ) ໄດ້ເກີດເຫດລະເບີດຂຶ້ນໃນນະຄອນຫຼວງ ໂມກາດິຊູ ເມືອງຫຼວງຂອງປະເທດໂຊມາເລຍ ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 30 ຄົນ ແລະໄດ້ຮັບບາດເຈັບອີກຢ່າງຫຼວງຫຼາຍ.

ຕາມການລາຍງານລະບຸວ່າ ລະເບີດລູກທຳອິດລະເບີດຂຶ້ນກັບລົດບັນທຸກ ທີ່ບັນຈຸລະເບີດຢ່າງຫຼວງຫຼາຍແລະໄດ້ນຳມາຈອດໄວ້ໃກ້ກັບທາງອອກຂອງໂຮງແຮມແຫ່ງໜຶ່ງ ເຊິ່ງລະເບີດລູກນີ້ໄດ້ເຮັດໃຫ້ມີຜູ້ເສຍຊີິວິດແລະບາດເຈັບຈຳນວນຫຼວງຫຼາຍ. ສ່ວນລູກທີ 2 ແມ່ນລະເບີດຂຶ້ນໃນເຂດ ມາດີນາ ເປັນເຫດໃຫ້ມີຜູ້ເສຍຊີວິດ 2 ຄົນ.

ແຫຼ່ງຂ່າວ: ມະຕິຊົນ