spot_img
Homeຂ່າວທ້ອງຖິ່ນຈະລາຈອນເມືອງໄຊເສດຖາ ພ້ອມ 100% ປ້ອງກັນບຸນຊ່ວງເຮືອບຶງທາດຫຼວງ

ຈະລາຈອນເມືອງໄຊເສດຖາ ພ້ອມ 100% ປ້ອງກັນບຸນຊ່ວງເຮືອບຶງທາດຫຼວງ

Published on

ປັດຈຸບັນ, ກໍາລັງຕໍາຫຼວດຈະລາຈອນ ກອງບັນຊາການ ປກສ ເມືອງ ໄຊເສດຖາ ນະຄອນຫຼວງວຽງຈັນ ມີຄວາມພ້ອມ 100% ໃນການປະຕິບັດໜ້າທີ່ປ້ອງກັນງານບຸນຊ່ວງເຮືອບຶງທາດຫຼວງ ທີ່ຈະຈັດຂຶ້ນໃນລະຫວ່າງວັນທີ 17-23 ຕຸລາ 2017 ຢູທີ່ເຂດເສດຖະກິດສະເພາະບຶງທາດຫຼວງ ເປັນຄັ້ງທໍາອິດ ເພື່ອອໍານວຍຄວາມສະດວກ ແລະ ຮັບປະກັນໃຫ້ ບັນດາພໍ່ແມ່ປະຊາຊົນບັນດາເຜົ່າຢູ່ພາຍໃນປະເທດ ແລະ ຕ່າງປະເທດ ທີ່ເຂົ້າມາຮັບຊົມການແຂ່ງຂັນເຮືອຊ່ວງຢູ່ ຈຸດດັ່ງກ່າວມີຄວາມສະດວກສະບາຍ ແລະ ມີຄວາມສະຫງົບປອດໄພດີ.

ທ່າຈ ພັຕ ອໍາພອນ ຄໍາອຸ່ນທອນ ຫົວໜ້າກອງຮ້ອຍຈະລາຈອນ ເມືອງ ໄຊເສດຖາ ໃຫ້ສໍາພາດຕໍ່ນັກຂ່າວ ປກສ ໃນວັນທີ 10 ຕຸລາຜ່ານມາວ່າ: ພາຍຫຼັງການນໍານະຄອນຫຼວງວຽງຈັນແຈ້ງມາວ່າຈະມີການຈັດການແຂ່ງຂັນຊ່ວງເຮືອຢູ່ເຂດ ເສດຖະກິດສະເພາະບຶງທາດຫຼວງ ໂດຍມອບໃຫ້ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ເປັນອະນຸກໍາມະການ ປ້ອງກັນ ໂດຍຄະນະກອງບັນຊາການໄດ້ແບ່ງເຂດປ້ອງກັນອອກເປັນ 2 ວົງໃຫຍ່ ປ້ອງກັນລວມມີທັງໝົດ 16 ຈຸດ; ໃນນັ້ນ, ວົງໃນມີ 8 ຈຸດ ແລະ ວົງນອກມີ 8 ຈຸດປ້ອງກັນ; ສະເພາະຈະລາຈອນເມືອງ ໄຊເສດຖາຮັບຜິດຊອບທັງໝົດ 6 ຈຸດວົງນອກປະກອບມີ: ຈຸດໄຊເສດຖາ ຫາ ໄຟແດງສັງກະສີ, ຈຸດ 4 ແຍກຫ້ອງການບ້ານ ໂພນທັນ, ຈຸດໄຟແດງ ລາວ-ໄອເຕັກ, ຈຸດໄຟແດງທາດຫຼວງ, ຈຸດ 3 ແຍກຫົວຂົວ-ໂນນຄໍ້ ແລະ ຈຸດເສັ້ນທາງຕັດໃໝ່ (ບໍລິເວນໜ້າຫ້ອງ ການບ້ານ ໂນນຫວາຍ ); ສະເພາະເມືອງ ສີສັດຕະນາກມີທັງໝົດ 2 ຈຸດ ຄື: ຈຸດໄຟອໍານາດໂພນປ່າເປົ້າ ແລະ ຈຸດ 4 ແຍກຕັດໃໝ່ບ້ານ ນ້ອຍຊຽງດາ; ສະເພາະວົງໃນມີທັງໝົດ 8 ຈຸດໃນນັ້ນມີຈຸດຈອດລົດ VIP, ຈຸດຈອດລົດທົ່ວໄປ, ຈຸດຂາຍເຄື່ອງ, ວົງດົນຕີ, ຈຸດວາງຂາຍສິນຄ້າ 1 ເມືອງ 1 ຜະລິດຕະພັນ ແລະອື່ນໆ ໂດຍນໍາໃຊ້ກໍາລັງນະຄອນຫຼວງ ວຽງຈັນ ເຂົ້າປ້ອງກັນ, ກໍາລັງປ້ອງກັນທັງໝົດຈະເລີ່ມລົງປ້ອງກັນໃນລະຫວ່າງວັນທີ 17-23 ຕຸລາ 2017 ນີ້.

ທ່ານກ່າວຕື່ມອີກວ່າ: ກ່ຽວກັບແຜນຮອງຮັບບັນຈຸລົດທີ່ມາແຕ່ສາຍໃຕ້-ສາຍເໜືອ ຫຼື ຊາວນະຄອນຫຼວງວຽງຈັນ ທີ່ ຈະມາຮັບຊົມການແຂ່ງຂັນເຮືອຊ່ວງຢູ່ເຂດເສດຖະກິດສະເພາະ ບຶງທາດຫຼວງ ພວກເຮົາໄດ້ມີການແບ່ງຈຸດ ແບ່ງເຂດໃນການຈອດຄື: ຈຸດຈອດລົດ VIP, ຈຸດຈອດລົດຊາວຄ້າຂາຍ ແລະ ຈຸດຈອດລົດມວນຊົນທົ່ວໄປໂດຍແຕ່ລະຈຸດຈະມີພະນັກງານບັນຈຸຢູ່ ເພື່ອອໍານວຍຄວາມສະດວກໃຫ້; ສະເພາະແຜນຮອງຮັບການສັນຈອນແມ່ນຈະບໍ່ມີການ ປິດເສັ້ນທາງ ຈະເປີດທັງ 4 ດ້ານທີ່ສາມາດເຂົ້າເຖິງງານບຸນ ເປັນຕົ້ນແມ່ນ: ເຂົ້າມາຕາມເສັ້ນທາງໂນນຫວາຍ, ເສັ້ນ ທາງເມືອງນ້ອຍຊຽງດາ ຫຼື ທາງປະຕູເຂດເສດຖະກິດສະເພາະບຶງທາດຫຼວງ ກໍໄດ້; ໃນນາມຕາງໜ້າໃຫ້ຕໍາຫຼວດຈະລາຈອນ ຂໍຮຽກຮ້ອງມາຍັງນັກຂັບຂີ່ຜູ້ໃຊ້ລົດ-ໃຊ້ຖະໜົນ ທີ່ຈະເຂົ້າມາທ່ຽວຊົມງານບຸນດັ່ງກ່າວຈົ່ງປະຕິບັດຕາມກົດລະບຽບການສັນຈອນໃຫ້ເຂັ້ມງວດ ແລະ ຢາກໃຫ້ທ່ານປະຕິບັດຕາມຄໍາແນະນໍາຂອງເຈົ້າໜ້າທີ່ ເພື່ອຮັບປະກັນຄວາມສະດວກສະບາຍໃນການໄປ-ມາ ຂອງບັນດາທ່ານ.

ແຫລ່ງຂ່າວ: Sengaloun Sayalath

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...