Homeຂ່າວພາຍ​ໃນຜົນສຳເລັດຂອງນາຍົກລັດຖະມົນຕີແຫ່ງ ສປປ ລາວ ພ້ອມຄະນະທີ່ໄປຢ້ຽມຢາມ ສ ອິນໂດເນເຊຍ

ຜົນສຳເລັດຂອງນາຍົກລັດຖະມົນຕີແຫ່ງ ສປປ ລາວ ພ້ອມຄະນະທີ່ໄປຢ້ຽມຢາມ ສ ອິນໂດເນເຊຍ

Published on

ຕອບສະໜອງຕາມຄໍາເຊີນຂອງ ທ່ານ ໂຈໂກ ວີໂດໂດ (Joko Widodo) ປະທານາທິ ບໍດີ ແຫ່ງ ສ.ອິນໂດເນເຊຍ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ພ້ອມຄະນະ ໄດ້ເດີນທາງໄປຢ້ຽມຢາມ ເປັນເວລາ 2 ວັນ ຄື: ວັນທີ 11 ຫາ 12 ຕຸລາ 2017. ການຢ້ຽມຢາມຄັ້ງນີ້ ແມ່ນເປັນຄັ້ງທໍາອິດ ນັບແຕ່ດໍາລົງຕໍາແໜ່ງເປັນນາຍົກລັດຖະມົນຕີ ແຫ່ງ ສປປ ລາວ. ການຢ້ຽມຢາມດັ່ງກ່າວ, ໄດ້ດໍາເນີນຢູ່ໃນປີທີ່ສອງປະເທດ ພ້ອມກັນສະເຫລີມສະຫລອງ ວັນສ້າງຕັ້ງ ສາຍພົວພັນການທູດ ນໍາກັນຄົບຮອບ 60 ປີ, ​ເຊິ່ງເປັນນິມິດໝາຍອັນດີ ໃຫ້ແກ່ການເສີມຂະຫຍາຍສາຍພົວພັນ ສ.ອິນໂດເນເຊຍ ພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງສອງປະເທດ ທີ່ມີມາແຕ່ດົນນານ ໃຫ້ນັບມື້ແໜ້ນແຟ້ນ ຂຶ້ນເລື້ອຍໆ.

ພິຫີດັ່ງກ່າວ, ໃດ້ຈັດຂຶ້ນທີ່ທຳນຽບປະທານາທິບໍດີ ໂບໂກ (Bogor) ທີ່ນະຄອນຫລວງຈາກາຕາຢ່າງສົມກຽດ, ຫລັງ ຈາກນັ້ນທັງສອງຝ່າຍ ໃດ້ເຂົ້າຮ່ວມພົບປະຢ່າງເປັນທາງການ ເຊິ່ງຕ່າງຝ່າຍໃດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ສາຍພົວພັນ ແລະ ມິດຕະພາບການຮ່ວມມື ແລະ ສະໜັບສະໜູນ ໃຫ້ການຊ່ວຍເຫລືອເຊິ່ງກັນ ແລະ ກັນ ໃນລະດັບພາກພື້ນ ແລະ ສາກົນຢ່າງບໍ່ຢຸດຢັ້ງ, ທັງສອງຝ່າຍຍັງໃດ້ສືບຕໍ່ແລກປຽ່ນຄະນະຜູ້ແທນ ໃນທຸກລະດັບຕະ ຫລອດ ປະຊາຊົນທັງສອງຊາດນຳກັນ, ປະຕີບັດບົດບັນທຶກຄວາມເຂົ້າໃຈ ແລະ ສັນຍາວ່າດ້ວຍການບໍລິການທາງອາກາດ ທີ່ໃດ້ເຊັນກັນແລ້ວນັ້ນ ໃຫ້ໃດ້ຈັດຕັ້ງເປັນຮູບປະທຳ ຢ່າງມີປະສິດທິຜົນຫລາຍຂຶ້ນ, ທັງສອງຝ່າຍເຫັນດີ ໃນການຮ່ວມມື ໃນຂົງເຂດເສດຖະກິດ-ການຄ້າ-ການລົງທຶນ, ການສືກສາ-ວັດທະນະທຳ, ສາທາລະນະສຸກ, ໂທລະຄົມ ມະນາຄົມ ແລະ ການສື່ສານ, ກິລາ, ທ່ອງທຽ່ວ ແລະ ຂະແໜງອື່ນໆ ຕື່ມອີກ.

ໃນໂອກາດດັ່ງກ່າວ, ທ່ານ ທອງລຸນ ສີສຸລິດ ນາຍຍົກລັດຖະມົນຕີ ​ໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບ​ອັນ​ອົບ​ອຸ່ນ​ໃນ​ຄັ້ງ​ນີ້.

 

ແຫລ່ງຂ່າວ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...