spot_img
Homeຂ່າວພາຍ​ໃນບຸນຊ່ວງເຮືອບຶງທາດຫຼວງ ວັນທີ 18-22 ຕຸລານີ້ ເງິນລາງວັນສູງເປັນປະຫວັດສາດ

ບຸນຊ່ວງເຮືອບຶງທາດຫຼວງ ວັນທີ 18-22 ຕຸລານີ້ ເງິນລາງວັນສູງເປັນປະຫວັດສາດ

Published on

ທ່ານ ຖະໜອມ ທໍາທອງ ກໍາມະການພັກ ນະຄອນຫຼວງວຽງຈັນ, ເລຂາຄະນະພັນເມືອງໆໄຊເສດຖາ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ເມື່ອວັນທີ 11 ຕຸລາ ທີ່ບຶງທາດຫຼວງວ່າ: ຜ່ານການຮ້າງຫາກະກຽມຂອງຄະນະອະນຸກໍາມະການຕ່າງໆເປັນຕົ້ນ ອະນຸກໍາມະການທາງດ້ານສະຖານທີ່, ດ້ານຈັດງານຕະຫຼາດນັດ ເພື່ອວາງສະແດງ ແລະ ຂາຍສິນຄ້າ, ດ້ານເຕັກນິກການແຂ່ງຂັນ ແລະ ອື່ນໆເຫັນວ່າ ພວກເຮົາມີຄວາມພ້ອມຈັດງານການແຂ່ງຂັນເຮືອຊວງນະຄອນຫຼວງ ປະຈໍາປີ 2017 ທີ່ບຶງທາດຫຼວງ ເມືອງໄຊເສດຖາ ຢ່າງແນ່ນອນນັບແຕ່ວັນທີ 18-22 ຕຸລານີ້ ແນ່ນອນ.

ປັດຈຸບັນ ມີເຮືອແຈ້ງເຈດຈໍານົງເຂົ້າຮ່ວມປະກອບມີ: ເຮືອປະເພນີຊາຍ 9 ລໍາ, ເຮືອສູດຊາຍ 6 ລໍາ, ເຮືອປະເພນີຍິງ 2 ລໍາ, ເຮືອກີລາ 10 ລໍາ ແລະ ເຮືອເຈັດສະກີ້ 33 ລໍາ.

ສ່ວນເງິນລາງວັນ ເຮືອປະເພນີຊາຍ-ຍິງ ແລະ ເຮືອສູດຊາຍ ແມ່ນເທົ່າກັບຄື:
-ຊະນະເລີດ ໄດ້ຂັນເງິນ 1 ກິໂລກຣາມ ພ້ອມເງິນສົດ 25 ລ້ານກີບ
-ອັນດັບ 2 ຂັນເງິນ 0,75 ກິໂລ ພ້ອມເງິນ 15 ລ້ານກີບ.
-ອັນດັບ 3 ຂັນເງິນ 0,5 ກິໂລກຣາມ ພ້ອມເງິນ 10 ລ້ານກີບ.
-ອັນດັບ 4 ເງິນສົດ 10 ລ້ານກີບ.
ສ່ວນເຮືອກີລາ 12 ສີພາຍ ມີດັ່ງນີ້:
-ຊະນະເລີດໄດ້ຂັນໂລ 1 ໜ່ວຍ ພ້ອມເງິນສົດ 8 ລ້ານກີບ,
-ອັນດັບ 2 ຂັນໂລ້ 1 ໜ່ວຍ ພ້ອມເງິນ 6 ລ້ານກີບ
-ອັນດັບ 3 ຂັນເງິນ 1 ໜ່ວຍ ພ້ອມເງິນສົດ 4 ລ້ານກີບ
-ອັນດັບ 4 ເງິນສົດ 3 ລ້ານກີບ

 

ແຫລ່ງຂ່າວ: ລາວອັບເດດ

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...