Homeຂ່າວພາຍ​ໃນສປປ ລາວ ກຽມຈັດກອງປະຊຸມ ລັດຖະມົນຕີ ຄຸ້ມຄອງໄພພິບັດອາຊຽນຄັ້ງທີ 5

ສປປ ລາວ ກຽມຈັດກອງປະຊຸມ ລັດຖະມົນຕີ ຄຸ້ມຄອງໄພພິບັດອາຊຽນຄັ້ງທີ 5

Published on

ໃນວັນທີ 9 ຕຸລາ 2017 ຢູ່ທີ່ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ​ໄດ້​ຈັດ​ພິທີຖະ​ແຫລ​ງຂ່າວ​ ກ່ຽວ​ກັບ​ການ​ກະກຽມ​ຄວາມ​ພ້ອມຂອງ ສປປ ລາວ ໃນການຈັດກອງປະຊຸມລັດຖະມຸນຕີ ຄຸ້ມຄອງໄພພິບັດອາຊຽນ ຄັ້ງທີ 5 ແລະ ບັນດາກອງປະຊຸມປິ່ນອ້ອມ ທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບເຊິ່ງຈະໄດ້ຈັດຂຶ້ນ ໃນລະ​ຫວ່າງວັນທີ 17-19 ຕຸລາ ນີ້ ທີ່ແຂວງຫລວງພະບາງ.

ທ່ານ ປະສົງ ວົງຄໍາຈັນ ຫົວໜ້າ ກົມສັງຄົມສົງເຄາະກະຊວງແຮງງານ ແລະ ສະຫວັດດີການສັງຄົມ ​​ກ່າວ​ຕໍ່​ສື່​ມວນ​ຊົນ​ວ່າ: ກອງປະຊຸມໃນຄັ້ງນີ້, ແມ່ນມີຄວາມໝາຍສໍາຄັນເປັນຢ່າງຍິ່ງ, ເປັນເວທີລະດັບສູງເພື່ອຮ່ວມປຶກສາຫາລື,ແລກ ປ່ຽນ ແລະ ກໍານົດບັນດາມາດຕະການ ເພື່ອກຽມພ້ອມຕອບໂຕ້,ປ້ອງກັນ, ແກ້ໄຂ ແລະ ຫລຸດຜ່ອນຜົນກະທົບ ທີ່ອາດຈະເກີດຂື້ນຈາກໄພພິບັດທໍາມະຊາດ ໂດຍສະເພາະ ໃນການຈັດຕັ້ງຜັນຂະຫຍາຍສັນຍາອາຊຽນ ວ່າດ້ວຍ ການຄຸ້ມຄອງ ໄພພິບັດ ແລະ ການຕອບໂຕ້ຕໍ່ເຫດການສຸກເສີນ ແລະ ຖະແຫລງການອາຊຽນ ວ່າດ້ວຍໜຶ່ງອາຊຽນ ໜຶ່ງການຕອບໂຕ້: ອາຊຽນຮວມກັນເປັນໜຶ່ງດຽວ ໃນການຕອບໂຕ້ໄພພິບັດທັງໃນ ແລະ ນອກອາຊຽນ, ຊຶ່ງທັງສອງເອກະສານ ແມ່ນໄດ້ຮັບ ຮອງເອົາ ໂດຍບັນດາຜູ້ນໍາອາຊຽນ ຢູ່ ສປປ ລາວ.

ທ່ານ ປະສົງ ວົງຄໍາຈັນ ​ກ່າວ​ຕື່ມ​ວ່າ: ປັດຈຸບັນ ບັນດາອະນຸກໍາມະການຝ່າຍຕ່າງໆ ທີ່ຮັບ ຜິດຊອບ ໃນການກະກຽມກອງປະຊຸມ ​ແມ່ນມີຄວາມພ້ອມ ແລະ ໄດ້ກະກຽມສໍາເລັດ ໃນທຸກດ້ານ ບໍ່ວ່າ ຈະເປັນດ້ານເນື້ອໃນ, ເສດຖະກິດ, ພິທີການ ແລະ ການປ້ອງກັນ ແລະ ອື່ນໆ. ຕາມການຊີ້ນໍາຂອງຄະນະພັກ ຄະນະນໍາກະຊວງແຮງງານ ແລະ ສະຫວັດດີການສັງຄົມ. ຜົນສໍາເລັດຂອງກອງປະຊຸມຄັ້ງນີ້ ຈະເປັນການປະກອບສ່ວນທີ່ສໍາຄັນໃຫ້ແກ່ ການຈັດຕັ້ງປະຕິບັດ ບັນດາແນວທາງ ຍຸດທະສາດສາກົນ ແລະ ອາຊຽນ ໃນການປ້ອງກັນ, ຫລຸດຜ່ອນຜົນກະທົບ ແລະ ຊ່ວຍເຫລືອດ້ານມະນຸດສະທໍາ ແກ່ຜູ້ປະສົບເຄາະຮ້າຍ ຈາກໄພພິບັດທັງທໍາມະຊາດ ແລະ ມະນຸດສ້າງຂຶ້ນ.

ກອງປະຊຸມລັດຖະມົນຕີ ຄຸ້ມຄອງໄພພິບັດອາຊຽນຄັ້ງທໍາອິດ ແມ່ນຈັດຂຶ້ນໃນປີ 2004 ຢູ່ປະເທດກໍາປູເຈຍ, ຄັ້ງທີ 4 ຈັດຂຶ້ນໃນປີ 2016 ຢູ່ ປະເທດ ອິນໂດເນເຊຍ ແລະ ຄັ້ງທີ 5 ແມ່ນ ສປປ ລາວ ຈະເປັນເຈົ້າພາບ, ຊຶ່ງ​ຈະຈັດຂຶ້ນທີ່ ແຂວງຫລວງພະບາງ ໃນລະຫວ່າງວັນທີ 17-19 ຕຸລາ 2017 ນີ້. 

 

ຂ່າວ: ມະນີ​ທອນ, ພາບ: ​ໄອ່​ຄຳ (ສຳນັກຂ່າວສານປະເທດລາວ)

ບົດຄວາມຫຼ້າສຸດ

ອົງການກວດກາລັດແຂວງເຊກອງ ແລະ ນະຄອນດາໜັງ ພົບປະແລກປ່ຽນບົດຮຽນ ຕ້ານການສໍ້ລາດບັງຫຼວງ.

ກອງປະຊຸມພົບປະແລກປ່ຽນບົດຮຽນ ລະຫວ່າງອົງການກວດກາລັດແຂວງເຊກອງ ສປປ ລາວ ແລະ ອົງການກວດກາລັດນະຄອນດາໜັງ ສສ ຫວຽດນາມ ຈັດຂຶ້ນໃນວັນທີ 9 ສິງຫາ 2026 ທີ່ຫ້ອງວ່າການແຂວງເຊກອງ, ໂດຍມີທ່ານ...

ຍີ່ປຸ່ນ-ລາວ ສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ກໍຄືການເປັນຄູ່ຮ່ວມຍຸດທະສາດຮອບດ້ານ.

ໃນຕອນບ່າຍຂອງວັນທີ 5 ສິງຫາ 2026 ທີ່ ກະຊວງການຕ່າງປະເທດ ໄດ້ມີພິທີລົງນາມເອກະສານແລກປ່ຽນ (ສະບັບປັບປຸງ) ສໍາລັບໂຄງການຊ່ວຍເຫຼືອລ້າຈາກລັດຖະບານຍີ່ປຸ່ນ ໃນການປັບປຸງສະໜາມບິນສາກົນວັດໄຕ ມູນຄ່າລວມທັງໝົດ 3,863,000,000 ເຢນ ຫຼື...

ກະຊວງສຶກສາທິການ ແລະ ກິລາ ຮ່ວມກັບລັດຖະບານອົດສະຕຣາລີ ໄດ້ນຳສະເໜີເຄື່ອງມືປະເມີນຕົນເອງສຳລັບຄູຊັ້ນປະຖົມສຶກສາ ເພື່ອສົ່ງເສີມຄຸນນະພາບການສຶກສາ.

ກະຊວງສຶກສາທິການ ແລະ ກິລາ (ສສກ), ໂດຍໄດ້ຮັບການສະໜັບສະໜູນຈາກ ລັດຖະບານອົດສະຕຣາລີ ຜ່ານແຜນງານບີຄວາ, ໄດ້ນຳສະເໜີເຄື່ອງມືປະເມີນຕົນເອງສຳລັບຄູຢ່າງເປັນທາງການໃນວັນທີ 4 ສິງຫາ 2026. ກອງປະຊຸມແມ່ນພາຍໃຕ້ການເປັນປະທານຂອງ ທ່ານ ປອ...

ຈັບນັກບິນມາເລເຊຍ ພ້ອມຍຶດເຄື່ອງຂອງກາງ ຢາອີ ຫຼາຍກວ່າ 70,000 ເມັດ

ສຳນັກຂ່າວຕ່າງປະເທດລາຍງານວ່າ ນັກບິນມາເລເຊຍ ອາດຖືກໂທດປະຫານຊີວິດ ຫຼັງຖືກຈັບກຸມຢູ່ສະໜາມບິນນານາຊາດ ຊູກາໂນ-ຮັດຕາ ໃນນະຄອນຫຼວງຈາກາຕາ ພ້ອມເຄື່ອງຂອງກາງເປັນຢາອີ ຫຼາຍກວ່າ 70,000 ເມັດ ເຊື່ອງຢູ່ໃນກະເປົາເດີນທາງ ໂດຍຜົນກວດຍັງພົບວ່າ ນັກບິນມີສານເສບຕິດໃນຮ່າງກາຍ ຂະນະປະຕິບັດໜ້າທີ່ຂັບເຮືອບິນໂດຍສານ...