Homeຂ່າວຕ່າງປະເທດອົບພະ ຍົບກວ່າ 3,000 ຄົນອອກຈາກເຫດການໄຟໄໝ້ທີ່ຫ້າງຊັບພະສິນຄ້າໃນເມືອງມອສກູ

ອົບພະ ຍົບກວ່າ 3,000 ຄົນອອກຈາກເຫດການໄຟໄໝ້ທີ່ຫ້າງຊັບພະສິນຄ້າໃນເມືອງມອສກູ

Published on

ສຳນັກຂ່າວເອເອຟພີລາຍງານວ່າ ກະຊວງບໍລິການສຸກເສີນຂອງຣັດເຊຍ ອອກມາຖະແຫຼງການວ່າ ເກີດເຫດໄຟໄໝ້ທີ່ຫ້າງຊັບພະສິນຄ້າ ຊິນດີກາ ທີ່ນະຄອນຫຼວງມອສກູ ທີ່ປະເທດຣັດເຊຍ ເມື່ອວັນທີ 8 ຕຸລາ ຈົນເຮັດໃຫ້ມີຜູ້ອົບພະ ຍົບກວ່າ 3,000 ຄົນ ອອກຈາກຫ້າງດັງກ່າວ ຫຼັງຈາກທີ່ໄຟໄດ້ລຸກໄໝ້ຈາກບໍລິເວນຫ້ອງເກັບເຄື່ອງກ່ອນຈະລຸກລາມໄປທົ່ວ ແລະ ເຮັດໃຫ້ມີຄວັນໄຟຈຳນວນຫຼາຍ ແລະ ຫຼັງຄາຂອງຫ້າງເກີດພັງລົງມາບາງສ່ວນ ມີລາຍງານວ່າມີຜູ້ໄດ້ຮັບບາດເຈັບ 1 ຄົນ ບໍ່ມີລາຍງານຜູ່ເສຍຊີວິດ.

ແຫລ່ງຂ່າວລະບຸວ່າຕ້ອງໃຊ້ເຈົ້າໜ້າທີ່ກວ່າ 290 ຄົນ ແລະ ລົດດັບເພີງ 170 ຄັນ  ເຮີລິຄັອບແຕອີກ 3 ລຳ ສະກັດໄຟທີ່ລຸກໄໝ້ເອົາໄວ້.

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...