spot_img
Homeຂ່າວຕ່າງປະເທດຊາຍຊາວຝຣັ່ງໄວອາຍຸ 52 ປີມີນິໄສກືນໂລຫະຈົນຕ້ອງຮັບການຜ່າຕັດ 4 ຄັ້ງໃນໄລຍະ 5 ປີ

ຊາຍຊາວຝຣັ່ງໄວອາຍຸ 52 ປີມີນິໄສກືນໂລຫະຈົນຕ້ອງຮັບການຜ່າຕັດ 4 ຄັ້ງໃນໄລຍະ 5 ປີ

Published on

ຈາກການລາຍງານຂອງເວັບໄຊ ເດິຊັນ ເມື່ອວັນທີ 4 ຕຸລາ 2017 ລະບຸວ່າ ໃນທ້າຍເດືອນກັນຍາທີ່ຜ່ານມາ ວາລະ ສານທາງການແພດ BMJ Case Reports  ໄດ້ເປີດເຜີຍຂໍ້ມູນ ຄົນໄຂ້ລາຍໜຶ່ງເປັນຊາຍຊາວຝຣັ່ງໄວອາຍຸ 52 ປີ (ບໍ່ເປີດເຜີຍນາມ) ຜ່ານການຜ່ານຕັດມາແລ້ວເຖິງ 4 ຄັ້ງໃນຊ່ວງໄລຍະເວລາ 5 ປີ ຮັບແຕ່ປີ 2012-2016 ໂດຍໃນແຕ່ລະຄັ້ງແພດຕ້ອງເອົາໂລຫະອອກຈາກຮ່າງກາຍຂອງເຂົາເຊິ່ງນັບແຕ່ຕະປູ ເຂັມ ຫຼຽນ ມີດໂກນ ຫຼັງຈາກມີການຜ່າຕັດໃຫຍ່ຜ່ານໄປຊາຍຄົນນີ້ຍັງບໍ່ເລີກກືນໂລຫະລົງທ້ອງ ໂດຍເຂົາມັກຈະກິນໂລຫະເປັນປະຈຳ ກືນໂລຫະລົງເລື່ອຍໆຈົນບາງຄັ້ງເຮັດໃຫ້ມັນຈັບຕົວກັນເປັນກ້ອນ ບີຊົວ (Bezoar) ພຶດຕິກຳນີ້ເຮັດໃຫ້ສຸຂະພາບຂອງລາວມີບັນຫາ ຍ້ອນພຶດຕິກຳການກິນໂລຫະຂອງຜູ້ກ່ຽວຈົນເຮັດໃຫ້ມີການຜ່າຕັດຫຼາຍຄັ້ງ ແພດໄດ້ລະບຸວ່າ ຜູ້ກ່ຽວມີບັນຫາທາງຈິດ ຄວນໃຫ້ຈິດຕະແພດຮັກສາ

 

ບົດຄວາມຫຼ້າສຸດ

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...

ສປປ ລາວ ສົ່ງອອກໝາກມ່ວງສົດ ຂະບວນທໍາອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ

ສົ່ງອອກສູ່ຕະຫຼາດສາກົນ ສປປ ລາວ ສົ່ງອອກໝາກມ່ວງສົດຂະບວນທຳອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ ວັນທີ 30 ພຶດສະພາ 2025 ໄດ້ມີພິທີເປີດຂະບວນສົ່ງຫມາກມ່ວງສົດຂະບວນທຳອິດຈາກສປປ...

ຂ່າວດີ! ເປີດບໍລິການຄືນໃໝ່ແລ້ວ ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ

ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ ເປີດບໍລິການຄືນໃໝ່ແລ້ວ ເລີ່ມ 1 ມິຖຸນາ 2025 ເປັນຕົ້ນໄປ. ລັດວິສາຫະກິດການບິນລາວໄດ້ເປີດຖ້ຽວບິນລະຫວ່າງນະຄອນຫຼວງວຽງຈັນ ແລະ ແຂວງຊຽງຂວາງຄືນໃໝ່ ເລີ່ມແຕ່ວັນທີ 1 ມິຖຸນາເປັນຕົ້ນໄປດ້ວຍເຮືອບິນ ATR 72...