Homeວິທະຍາສາດ-ວິທະຍາການດູໄບປະສົບຄວາມສຳເລັດໃນການທົດສອບ "ແທັກຊີບິນ" ຄາດ 2030 ເປີດໃຊ້ບໍລິການ

ດູໄບປະສົບຄວາມສຳເລັດໃນການທົດສອບ “ແທັກຊີບິນ” ຄາດ 2030 ເປີດໃຊ້ບໍລິການ

Published on

ອົງການຂົນສົ່ງຂອງດູໄບ ໄດ້ເຊັນສັນຍາກັບ Volocopter ໃນໂຄງການທົດສອບການບິນເລີ່ມຕັ້ງແຕ່ປີ 2017 ເປັນເວລາ 5 ປີ ກ່ອນທີ່ຈະເປີດໃຊ້ບໍລິການແທ້ ແລະ ຮຽນສະໜາມບິນນີ້ວ່າ Autonomous Air Taxi (AAT) ໂດຍຫວັງວ່າ AAT ຈະໃຫ້ບໍລິການຜູ້ໂດຍສານປະມານ 25% ຂອງການເດີນທາງທັງໝົດໃນເມືອງດູໄບພາຍໃນປີ 2030

ເມືອງດູໄບກຳລັງມຸ່ງເນັ້ນທີ່ຈະເປັນຜູ້ນຳໃນການໃຊ້ເທັກໂນໂລຢີທັນສະໄໝກັບການໃຫ້ບໍລິການສາທາລະນະ ຈາກແຜນການສ້າງລະບົບຂົນສົ່ງ Hyperloop One ທີ່ໃກ້ຈະເປັນຈິງ ມາຈົນເຖິງການໃຊ້ບໍລິການແທັກຊີບໍ່ມີຄົນຂັບ ໂດຍໃຊ້ລົດໄຟຟ້າຂັບເຄື່ອນອັດຕະໂນມັດຂອງ Tesla ຈຳນວນ 50 ຄັນ ເປັນຊຸດທຳອິດເມື່ອກາງເດືອນກັນຍາທີ່ຜ່ານມາ ຫຼ້າສຸດເມື່ອວັນທີ 25 ກັນຍາ 2017 ໄດ້ເຮັດການທົດສອບ “ແທັກຊີບິນ” ທີ່ພັດທະນາໂດຍບໍລິສັດ Volocopter ຈາກເຢຍລະມັນເປັນຄັ້ງທຳອິດ ແລະ ປະສົບຄວາມສຳເລັດຕາມເປົ້າໝາຍ

 

 

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...