Homeຂ່າວຕ່າງປະເທດພໍ່ກັບລຸງອິນເດຍໃຈໂຫດ! ຮ່ວມມືກັນຂ້າລູກສາວທີ່ໜີຕາມຜູ້ຊາຍເພື່ອຮັກສາກຽດຂອງຕົນ

ພໍ່ກັບລຸງອິນເດຍໃຈໂຫດ! ຮ່ວມມືກັນຂ້າລູກສາວທີ່ໜີຕາມຜູ້ຊາຍເພື່ອຮັກສາກຽດຂອງຕົນ

Published on

ເມືອວັນທີ 1 ຕຸລາ 2017 ທາມອັອບອິນເດຍລາຍງານເຫດການຄາດຕະກຳເພື່ອຮັກສາກຽດທີ່ເກີດຂຶ້ນອີກຄັ້ງໃນເມືອງ ປານິພັດ ທາງພາກເໜືອຂອງປະເທດອິນເດຍ ໂດຍຜູ້ກໍ່ເຫດຂ້າຍິງສາວໄວອາຍຸ 17 ປີ ຄືທ້າວ ສຸເຣດກຸມານ (ເປັນພໍ່ແທ້ຜູ່ຕາຍ) ໂດຍມີລຸງຂອງຜູ່ຕາຍຮ່ວມລົງມືຂ້າໃນເທື່ອນີ້

ເຫດການສະເທືອນຂວັນດັ່ງກ່າວໄດ້ເກີດຂຶ້ນເມື່ອວັນສຸກທີ 29 ກັນຍາ 2017 ທີ່ຜ່ານມາ ທ້າວ ກຸມານ ເດີນທາງໄປທີ່ບ້ານແຟນໜຸ່ມຂອງລູກສາວທີ່ໜີຕາມກັນໄປໄດ້ປະມານ 1 ອາທິດແລ້ວ ພໍໄດ້ໂອກາດຜູ່ກ່ຽວຈິ່ງໄດ້ຮ່ວມມືກັບທ້າວ ປັນດິດ (ລຸງຜູ່ຕາຍ) ນຳຕົວລູກສາວກັບມາເຮືອນໃນເມືອງ ປານິພັດ ຈາກນັ້ນໄດ້ຈັບນາງມັດ ແລະ ເອົາຜ້າຍັດປາກ ກ່ອນຈະໃຊ້ສາຍໄຟຄວາມແຮງສູງຊັອດລູກສາວຈົນເສຍຊີວິດ

ຫຼັງຈາກນັ້ນທ້າວ ກຸມານ ແລະ ທ້າວ ປັນດິດ ໄດ້ນຳຮ່າງຜູ້ຕາຍໄປເຜົາທຳລາຍຫຼັກຖານ ແຕ່ເພື່ອນບ້ານທີ່ພົບເຫັນໄດ້ໂທແຈ້ງເຈົ້າໜ້າທີ່ຕຳຫຼວດ

ເຈົ້າໜ້າທີ່ຕຳຫຼວດໄດ້ນຳກຳລັງບຸກເຂົ້າຈັບກຸມ 2 ຄາດຕະກອນໃຈໂຫດ ພ້ອມນຳສິ້ນສ່ວນສົບໄປສັນນະສູດເພື່ອເລັ່ງດຳເນີນຄະດີ ຜູ້ກໍ່ເຫດຍອມຮັບສາລະພາບວ່າລົງມືເຮັດແທ້ໂດຍອ້າງວ່າ ລູກສາວຄົນນີ້ໄດ້ສ້າງຄວາມອັບອາຍໃຫ້ກັບຄອບຄົວຫຼັງທີ່ນາງໜີໄປຢູ່ກິນກັບແຟນໜຸ່ມເຊິ່ງມາຈາກຊົນກຸ່ມນ້ອຍໃນພື້ນທີ່ ແລະ ເປັນຊາວມຸສລິມ

ທັງນີ້ ອິນເດຍຍັງພົບກັບໄພວິກິດການຂ້າເພື່ອຮັກສາກຽດ ເຊິ່ງມັກຈະເກີດຂຶ້ນໃນພື້ນທີ່ຊົນນະບົດ ເຊິ່ງໃນແຕ່ລະປີມີຍອດຜູ່ເສຍຊີວິດຈາກການຂ້າເພື່ອຮັກສາກຽດປະມານ 1,000 ຄົນ ໂດຍສ່ວນໃຫຍ່ຈະເປັນແມ່ຍິງ 

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...