Homeຂ່າວທ້ອງຖິ່ນປະຊາຊົນຍັງຕ້ອງແບກຄ່າຜ່ານທາງ 16 w ແລະ 14 A ໃນລາຄາເກົ່າຕໍ່ໄປ

ປະຊາຊົນຍັງຕ້ອງແບກຄ່າຜ່ານທາງ 16 w ແລະ 14 A ໃນລາຄາເກົ່າຕໍ່ໄປ

Published on

ພາຍຫຼັງທີ່ທາງບໍລິສັດດວງດີ ກໍ່ສ້າງແລະຂົວທາງ ໄດ້ແຈ້ງໃຫ້ຜູ້ໃຊ້ເສັ້ນທາງຮັບຊາບວ່າ ຈະໄດ້ຂຶ້ນລາຄາຄ່າຜ່ານທາງ 16 w ປາກເຊ-ວັງເຕົ່າ ແລະ 14 A ແຕ່ທາງຄົບ ໄປຫາ ພະພິນ, ຫ້ອງວ່າການແຂວງຈຳປາສັກ ຈຶ່ງໄດ້ມີການພິຈາລະນາຄົ້ນຄວ້າບັນຫາດັ່ງກ່າວທັນທີ ໂດຍອີງໃສ່ແຈ້ງການຂອງຫ້ອງວ່າການລັດຖະບານ, ທິດຊີ້ນຳຂອງຜູ້ປະຈຳການເຈົ້າແຂວງຈຳປາສັກ ແລະຜົນຂອງກອງປະຊຸມຮ່ວມລະຫວ່າງທາງການແຂວງຈຳປາສັກ ກັບບໍລິສັດດວງດີ ກໍ່ສ້າງແລະຂົວທາງ ຜູ້ສຳປະທານເສັ້ນທາງດັ່ງກ່າວ, ຫ້ອງວ່າການແຂວງຈຳປາສັກຈຶ່ງໄດ້ອອກແຈ້ງການໂຈະການຂຶ້ນຄ່າຜ່ານທາງດັ່ງກ່າວໄວ້ໃນລາຄາເກົ່າທີ່ທາງສູນກາງໄດ້ອະນຸມັດແລ້ວນັ້ນ.

 

 

ບົດຄວາມຫຼ້າສຸດ

ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈໍາເດືອນກັນຍາ 2026 ພິຈາລະນາ 16 ຫົວຂໍ້ສຳຄັນ

ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ກັນຍາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ;...

ຈັດກອງປະຊຸມ ຮ່ວມ 4 ພາກສ່ວນຂະບວນຍຸຕິທຳ ສະຫຼຸບຜົນງານ 2 ປີທີ່ຜ່ານມາ

ກະຊວງປ້ອງກັນຄວາມສະຫງົບ ອົງການໄອຍະການປະຊາຊົນສູງສຸດ ສານປະຊາຊົນສູງສຸດ ແລະ ກະຊວງຍຸຕິທໍາ ໄດ້ຈັດກອງປະຊຸມຮ່ວມ 4 ພາກສ່ວນກ່ຽວກັບການດໍາເນີນຄະດີຕາມຂະບວນຍຸຕິທໍາຄັ້ງທີ VIII ໃນວັນທີ 21 ກັນຍາ 2026 ທີ່ສະໂມສອນ...

ນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຮອງນາຍົກລັດຖະມົນຕີ ແຫ່ງ ສສ. ຫວຽດນາມ

ນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຮອງນາຍົກລັດຖະມົນຕີ ແຫ່ງ ສສ. ຫວຽດນາມ ໃນຕອນບ່າຍຂອງວັນທີ 21 ກັນຍາ 2026 ທີ່ ສໍານັກງານນາຍົກລັດຖະມົນຕີ, ສະຫາຍ ສອນໄຊ...

ລາວ-ຫວຽດນາມ ເພີ່ມຄວາມສາມັກຄີ ຊ່ວຍພັດທະນາເຂດຫ່າງໄກສອກຫຼີກ ແລະ ເຂດຊາຍແດນ

ເນື່ອງໃນໂອກາດທີ່ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເດີນທາງຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ ແລະ...