Homeຂ່າວຕ່າງປະເທດເພັດເມັດເທົ່າໄຂ່ຫ່ານອາຍຸກວ່າ 3,000 ປີ ຖືກປະມູນໄປໃນລາຄາ 53 ລ້ານໂດລາ

ເພັດເມັດເທົ່າໄຂ່ຫ່ານອາຍຸກວ່າ 3,000 ປີ ຖືກປະມູນໄປໃນລາຄາ 53 ລ້ານໂດລາ

Published on

ບີບີຊີລາຍງານເມື່ອວັນທີ 28 ກັນຍາ 2017 ວ່າ ເພັດເມັດໃຫຍ່ເທົ່າໄຂ່ຫ່ານ ໃຫຍ່ອັນດັບສອງຂອງໂລກ ຊື່ Lesedi La Rona (ເລເຊດີ ລາ ໂຣນາ ແປວ່າ ແສງສະຫວ່າງຂອງເຮົາ) ທີ່ຍັງບໍ່ທັນໄດ້ເຈຍລະໄນ ຕົກເປັນຂອງພໍ່ຄ້າຂາຍເພັດຊາວອັງກິດໃນລາຄາປະມູນ 53 ລ້ານໂດລາ

ທ່ານ ລໍເຣນຊ໌ ກຣາຟ ຫົວໜ້າບໍລິສັດກຣາຟ ໄດມອນ ເຊິ່ງເປັນບໍລິສັດຂ້າມຊາດຂາຍເພັດ ສັນຊາດຊາວອັງກິດຊື້ເພັດເມັດນີ້ແບບສ່ວນຕົວ ຫຼັງບໍ່ມີຜູ້ປະມູນເພັດເມັດດັ່ງກ່າວນີ້ໃນລາຄາທີ່ຕັ້ງໄວ້ຕອນທີ່ຕັ້ງການປະມູນຄັ້ງທີ 1 ເມື່ອປີທີ່ຜ່ານມາ

ເພັດດິບເມັດນີ້ ເຊື່ອວ່າມີອາຍຸເລີ່ມກໍ່ຕົວເມືອ 2,500-3,000 ລ້ານປີກ່ອນ ຂະໜາດ 1,109 ກະຣັດ ຄົ້ນພົບໂດຍບໍລິສັດທລູຄາລາ ໄດມອນ ຄອບ ສັນຊາດການາດາ ໃນປະເທດ ບອດສາວານາ ທະວີບແອຟຣິກາ ເມື່ອ 2 ປີທີ່ຜ່ານມາ ໄດ້ຮັບການຮັບຮອງວ່າມີຄຸນນະພາບ ແລະ ໃສໃນລະດັບເລີ້ດ ຈາກສະຖາບັນອັນຍະມະນີວິທະຍາຂອງສະຫະລັດອາເມ ລິກາ

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...