ຈີນສ້າງຕຶກທີ່ສູງທີ່ສຸດໃນມາເລເຊຍດ້ວຍຄວາມໄວ 1 ຊັ້ນຕໍ່ 3 ມື້

ທີ່ປະເທດມາເລເຊຍຕອນນີ້ກຳລັງມີໂຄງການສ້າງຕຶກແຫ່ງໃໝ່ ຕັ້ງຢູ່ໃນກາງນະຄອນຫຼວງກົວລາລຳເປີ ມັບໍ່ແມ່ນຕຶກທຳມະດາທົ່ວໄປ ແຕ່ມັນຄືຕຶກສຸງພຽງຟ້າທີ່ສ້າງສະຖິຕິຕຶກສູງທີ່ສຸດແຫ່ງໃໝ່ຂອງມາເລເຊຍ ຜູ່ທີ່ຄວບຄຸມການສ້າງຕຶກນີ້ຄືວິສະວະກອນຊາວຈີນ ແລະ ງານໄດ້ເດີນໜ້າໄປຢ່າງໄວທີ່ສຸດເພາະການກໍ່ສ້າງ 1 ຊັ້ນໃຊ້ເວລາພຽງ 3 ມື້ເທົ່ານັ້ນ ແລະ ໃຊ້ແຮງງານຕ່າງຊາດໃນການສ້າງຕຶກດັ່ງກ່າວກວ່າ 2,000 ຄົນ ເຖິງແມ່ນວ່າຕອນນີ້ຈະບໍ່ໄດ້ຮັບລາຍງານວ່າຕຶກດັ່ງກ່າວຈະສ້າງແລ້ວເມື່ອໃດ ແຕ່ຄາດວ່າຄົງຈະແລ້ວໃນໄວໆນີ້

ໂດຍຈາກການລາຍງານຂ່າວຂອງສຳນັກຂ່າວ China Xinhua News ເມື່ອວັນທີ 26 ກັນຍາ 2017ນີ້ວ່າ ບໍລິເວນການກໍ່ສ້າງຕຶກດັ່ງກ່າວຢູ່ບໍ່ໄກຈາກເປໂຕຣນາສທາວເວີ ຕຶກແຝດທີ່ມີຊື່ສຽງໂດ່ງດັງ ແລະ ເຄີຍຄອງຕຳແໜ່ງຕຶກທີ່ສູງທີ່ສຸດໃນໂລກມາແລ້ວ ປະຈຸບັນຕຶກແຝດເປັນຕຶກທີ່ສູງທີ່ສຸດໃນມາເລເຊຍ ໂດຍມີຄວາມສູງທີ່ 451.9 ແມັດ ແຕ່ແຊັ້ມເກົ່າຈະຖືກໂຄ້ນລົງໃນອີກບໍ່ດົນ ເພາະຕຶກແຫ່ງໃໝ່ທີ່ຈະສ້າງນີ້ມີຄວາມສູງ 452.37 ແມັດ

https://www.facebook.com/XinhuaNewsAgency.th/videos/1978585635690782/