spot_img
Home​ຂ່າວບັນເທິງເມ ວະລິສະລາ ສາວງາມຫົວໃຈເຂັ້ມແຂງ ຄວ້າລາງວັນ Miss Exquisite Asia ມາຄອງ

ເມ ວະລິສະລາ ສາວງາມຫົວໃຈເຂັ້ມແຂງ ຄວ້າລາງວັນ Miss Exquisite Asia ມາຄອງ

Published on

ເມ ວະລິສະລາ ອີກຄັ້ງໜຶ່ງທີ່ສ້າງຊື່ສຽງໃຫ້ກັບແມ່ຍິງລາວໃນເວທີສາກົນ ດ້ວຍການຄວ້າລາງວັນ Miss Exquisite Asia ຈາກການປະກວດ Exquisite Face of The Universe ທີ່ປະເທດ ການ້າ ເມື່ອວັນທີ 16 ກັນຍາ 2017 ທີ່ຜ່ານມາ.

Exquisite Face of The Universe ເປັນກອງປະກວດໃບໜ້າຂອງແມ່ຍິງລະດັບສາກົນ ຄົ້ນຫາແມ່ຍິງທີ່ມີຄວາມເປັນສາກົນແລະມີທັກສະໃນການທູດ ມາເພື່ອໂປຣໂໝດທະວີບອາຟິກາ ໂດຍບໍ່ເນັ້ນຊາດນິຍົມ ເພາະຕ້ອງການສື່ໃຫ້ເຫັນຖຶງຄວາມເປັນສາກົນແລະບໍ່ຢຽດສີຜິວໃນຊົນຊັ້ນຄົນຜິວດຳ

ແຕ່ສຳລັບເວທີນີ້ບອກເລີຍວ່າມີກະແສຂ່າວທັງດ້ານດີ ແລະ ດ້ານລົບ ເລື່ອງຄວາມບໍ່ເໝາະສົມດ້ານຊຸດປະຈຳຊາດ ໃນໄລຍະ 18 ມື້ ມີທັງຄວາມປະທັບໃຈ ແລະ ເສຍໃຈ ຈົນສາວເມ ໄດ້ອອກມາໂພສຄວາມຮູ້ສຶກ ແລະ ເລົ່າປະສົບການທີ່ໄດ້ພົບໃນກອງປະກວດນີ້ ຜ່ານເພຈຂອງນາງ Varissara May Tangsouvanh ເພື່ອຈະໃຫ້ທຸກຄົນເຂົ້າໃຈກວ່ານາງຈະໄດ້ລາງວັນນີ້ມາຄອງມັນບໍ່ແມ່ນເລື່ອງງ່າຍໆ

ຊົມເຊີຍກັບຜົນງາມທີ່ສາວເມ ວະລິສະລາ ຍາດລາງວັນອັນຊົງກຽດອີກໜຶ່ງເວທີມາຕ້ອນພີ່ນ້ອງຊາວລາວໄດ້ ແລະ ຂໍເປັນກຳລັງໃຈໃຫ້ສາວເມຕໍ່ໄປ ແລະ ຫວັງວ່າຈະມີພາກສ່ວນຕ່າງໆເຫັນຄວາມຕັ້ງໃຈ ຍື່ນມືເຂົ້າມາໃຫ້ການສະໜັບສະໜູນ “ຈົ່ງເຊື່ອໃນຄວາມຝັນຂອງຕົນເອງ ແລະ ເດີນໄປຕາມຄວາມຝັນດ້ວຍພະລັງແຫ່ງຄວາມສັດທາ”

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...