spot_img
Homeຂ່າວພາຍ​ໃນແມັກຊິໂກທໍລະນີວິບັດໜັກ ເສຍແລ້ວ 119 ຄົນ

ແມັກຊິໂກທໍລະນີວິບັດໜັກ ເສຍແລ້ວ 119 ຄົນ

Published on

ສຳນັກຂ່າວຕ່າງປະເທດລາຍງານວ່າ ເວລາປະມານ 13:00 ປາຍ ຂອງວັນທີ 19 ກັນຍາ 2017 (ຕາມເວລາທ້ອງຖິ່ນ) ຢູ່ປະເທດແມັກຊິໂກ ໄດ້ເກີດແຜ່ນດິນໄຫວຢ່າງແຮງເຖິງ 7.1 ແມັກນີຈູດ ໃນພາກກາງຂອງປະເທດ ແລະໃກ້ກັບນະຄອນຫຼວງແມັກຊິໂກ ແຮງສັ່ນສະເທືອນໄດ້ເຮັດໃຫ້ອາຄານໃນເມືອງຫຼວງຂອງແມັກຊິໂກ ຫັກພັງລົງຈຳນວນຫຼາຍ ເປັນເຫດໃຫ້ມີຜູ້ເສຍຊີວິດແລ້ວຢ່າງໜ້ອຍ 119 ຄົນ.

ມີລາຍງານວ່າ ເມື່ອ 2 ອາທິດກ່ອນ ກໍໄດ້ເກີດແຜ່ນດິນໄຫວບາດໜຶ່ງແລ້ວ ແທກຄວາມແຮງໄດ້ 8.1 ແມກນີຈູດ ໃນປະເທດແມັກຊິໂກ ເຮັດໃຫ້ມີຜູ້ເສຍຊີວິດ 90 ກວ່າຄົນ. ແລະເມື່ອປີ 1985 ກໍເຄີຍເກີດແຜ່ນດິນໄຫວຄັ້ງຮ້າຍແຮງ ເຮັດໃຫ້ມີຜູ້ເສຍຊີວິດເຖິງ 10,000 ກວ່າຄົນ.

ບົດຄວາມຫຼ້າສຸດ

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...