spot_img
Homeຂ່າວການພັດທະນາດ່ານພາສີສາກົນຂົວມິດຕະພາບ 1 ຈະນໍາໃຊ້ລະບົບຈັດເກັບພາສີ-ອາກອນຜ່ານລະບົບອີເລັກໂທນິກ

ດ່ານພາສີສາກົນຂົວມິດຕະພາບ 1 ຈະນໍາໃຊ້ລະບົບຈັດເກັບພາສີ-ອາກອນຜ່ານລະບົບອີເລັກໂທນິກ

Published on

ດ່ານພາສີສາກົນຂົວມິດຕະພາບ 1 ຈະນໍາໃຊ້ລະບົບ ຈັດເກັບພາສີ-ອາກອນຜ່ານລະບົບອີເລັກໂທນິກສະກັດກັ້ນການນໍາເຂົ້າເຄື່ອງຂອງຕິດຕົວຜູ້ໂດຍສານທີ່ມີລັກສະນະທາງການຄ້າ ແລະ ມີການເຂົ້າ-ອອກຜ່ານດ່ານເປັນປະຈໍາ ເພື່ອປົກປ້ອງຜູ້ປະກອບການທີ່ດໍາເນີນທຸລະກິດຖືກຕ້ອງຕາມກົດໝາຍພາຍໃນສປປ ລາວ.

ໃນວັນທີ 19 ກັນຍາ 2017 ນີ້ ທີ່ດ່ານພາສີສາກົນຂົວມິດຕະພາບ 1 ໄດ້ມີພິທີເຊັນສັນຍາ ລະ ຫວ່າງ ທ່ານ ບຸນປະເສີດ ສີກຸນລະບຸດ ຮັກສາການຫົວໜ້າກົມພາສີ, ກະຊວງການເງິນ ແລະ ທ່ານ ພູຂົງ ຈັນທະຈັກ ຜູ້ອໍານວຍການໃຫຍ່ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ວ່າດ້ວຍການພັດທະນາລະບົບຈັດເກັບອາກອນມູນຄ່າເພີ່ມ ຈາກເຄື່ອງຕິດຕົວຜູ້ໂດຍສານຂາເຂົ້າ ແລະ ຄ່າທໍານຽມຜູ້ໂດຍສານ, ພາຫະນະເຂົ້າ-ອອກ ທີ່ດ່ານພາສີສາກົນຂົວມິດຕະພາບ 1 (Smart VAT ແລະ Fees).

ທ່ານ ບຸນປະເສີດ ກ່າວວ່າ: ການພັດທະນາການຈັດເກັບອາກອນແບບອີເລັກໂທຣນິກ ສ່ວນໜຶ່ງ ກໍເປັນການສົ່ງເສີມໃຫ້ປະຊາຊົນ ຫລື ຜູ້ໂດຍສານ ມີການໃຊ້ບໍລິການ ຫລື ຈັບຈ່າຍສິນຄ້າ, ເຄື່ອງຂອງພາຍໃນໃຫ້ຫລາຍຂຶ້ນ; ຫລຸດຜ່ອນການນໍາເອົາເງິນຕາອອກນອກປະເທດ ແລະ ອື່ນໆ. ຜູ້ຊົມໃຊ້ ຫລື ຜູ້ເສຍຄ່າພາສີອາກອນມູນຄ່າເພີ່ມສາມາດມີທາງເລືອກໃນການຊໍາລະອາກອນມູນຄ່າເພີ່ມໄດ້ງ່າຍຂຶ້ນ ເຊັ່ນ: ຜ່ານທາງ BCEL one ແລະ ຜ່ານບັດສະມາດແວັດ (Smart VAT Card) ເຊິ່ງສະດວກສະບາຍ ແລະ ໄວກວ່າໃຊ້ແບບຟອມແຈ້ງແບບດັ່ງເດີມ. 

 

ແຫລ່ງຂ່າວ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...