spot_img
Homeຂ່າວພາຍ​ໃນນາຍົກແຕ່ງຕັ້ງ ຄະນະສະເພາະກິດແກ້ໄຂບັນຫາ ພີເອັສ ແລ້ວ

ນາຍົກແຕ່ງຕັ້ງ ຄະນະສະເພາະກິດແກ້ໄຂບັນຫາ ພີເອັສ ແລ້ວ

Published on

ທ່ານທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ອອກຕົກລົງ  ເລກທີ 67/ນວ ວັນທີ 14/09/2017 ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບຄົ້ນຄວ້າແກ້ໄຂບັນຫາ ບໍລິສັດ ພີເອສ (PS) ສົ່ງເສີມກະສິກຳ ແລະ ອຸດສາຫະກຳ ຄົບວົງຈອນ ຂາອອກ-ຂາເຂົ້າ ແລະ ບັນດາບໍລິສັດ ທີ່ດຳເນີນທຸລະກິດທາງດ້ານການເງິນບໍ່ສອດຄ່ອງກັບກົດໝາຍ ແລະ ລະບຽບຂອງ ສປປ ລາວ.

ໂດຍໄດ້ແຕ່ງຕັ້ງ
1. ທ່ານ ປອ. ສົມພາວ ໄຟສິດ ຜູ້ວ່າການ ທະນາຄານແຫ່ງ ສປປ ລາວ ເປັນຫົວໜ້າຄະນະ;
2. ທ່ານ ພັນທອງ ພິດທຸມາ, ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ເປັນຮອງຫົວໜ້າຄະນະ;
3. ທ່ານ ພຕ. ກົງທອງ ພົງວິຈິດ, ຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ເປັນຮອງຫົວໜ້າຄະນະ;

ນອກນັ້ນຍັງມີຄະນະອີກ10 ທ່ານ ທີ່ມາຈາກກະຊວງທີ່ກ່ຽວຂ້ອງ

ໜ້າທີ່ ແລະ ສິດ ຂອງຄະນະດັ່ງກ່າວ ມີດັ່ງນີ້:1. ມີໜ້າທີ່ຊີ້ນຳ-ນຳພາ ໃນການແກ້ໄຂບັນຫາບໍລິສັດ ພີເອັສ ແລະ ບັນດາບໍລິສັດ ທີ່ດຳເນີນທຸລະກິດການເງິນທີ່ບໍ່ສອດຄ່ອງກັບກົດໝາຍ ແລະ ລະບຽບການ ຢ່າງຮອບດ້ານ ໂດຍສະເພາະການເກັບກຳສະພາບການເຄື່ອນໄຫວຕົວຈິງ, ການສຶກສາຄົ້ນຄວ້າຂໍ້ມູນໃຫ້ລະອຽດເລີກເຊິ່ງ, ກຳນົດທິດທາງ, ວິທີການ, ມາດຕະການ ແລະ ດຳເນີນແກ້ໄຂບັນຫາດັ່ງກ່າວ ໃຫ້ຂາດຕົວ. ສຳລັບບັນຫາໃດຫາກເກີນສິດຕົກລົງຂອງຄະນະ ກໍ່ໃຫ້ນຳສະເໜີລັດຖະບານພິຈາລະນາ.2. ແຕ່ງຕັ້ງກອງເລຂາ ຫຼື ອະນຸກຳມະການຊ່ວຍວຽກ ຕາມຄວາມເໝາະສົມ ເພື່ອໃຫ້ການເຄື່ອນໄຫວວຽກງານດັ່ງກ່າວ ໄດ້ຮັບຜົນເປັນຢ່າງດີ.3. ປະຕິບັດວຽກງານອື່ນໆ ທີ່ຕິດພັນກັບການແກ້ໄຂບັນຫາດັ່ງກ່າວ ຕາມການຊີ້ນຳ ຂອງລັດຖະບານ ແລະ ພາລະບົດບາດຂອງຕົນ.

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...