Homeຂ່າວຕ່າງປະເທດເປຣູສັ່ງໃຫ້ທູດເກົາຫຼີເໜືອປະຈຳເປຣູອອກຈາກປະເທດພາຍໃນ 5 ມື້

ເປຣູສັ່ງໃຫ້ທູດເກົາຫຼີເໜືອປະຈຳເປຣູອອກຈາກປະເທດພາຍໃນ 5 ມື້

Published on

ໃນຕອນເຊົ້າຂອງວັນທີ 12 ກັນຍາ 2017 ກະຊວງການຕ່າງປະເທດເປຣູ້ປະກາດຜ່ານຖະແຫຼງການວ່າ ທ່ານ ຄິມຮັກຊໍ ເອກອັກຄະຣາຊທູດສາທາລະນະລັດປະຊາທິປະໄຕປະຊາຊົນເກົາຫຼີເໜືອປະຈຳເປຣູ ມີເວລາພຽງ 5 ມື້ໃນການກຽມຕົວເດີນທາງອອກຈາກປະເທດ

ນີ້ເປັນເຫດສືບເນື່ອງມາຈາກການທົດສອບລະເບີດນິວເຄຣຍຄັ້ງໃຫຍ່ທີ່ສຸດຂອງເກົາຫຼີເໜືອເມື່ອຕົ້ນເດືອນທີ່ຜ່ານມາ ສົ່ງຜົນໃຫ່ເກີດສຽງປະນາມຈາກທົ່ວໂລກ

ເປຣູຍັງຢ້ຳວ່າຕົນສະໜັບສະໜູນການແກ້ໄຂບັນຫາໂດຍສັນຕິພາບ ແລະ ຈະປະຕິບັດຕາມວິທີຜ່ານມະຕິຄະນະມົນຕີຄວາມໝັ້ນຄົງແຫ່ງສະຫະປະຊາຊາດຢ່າງເຄັ່ງຄັດ ເປຣູຈະໃຊ້ວິທີທາງການທູດທຸກວິທີເພື່ອກຳຈັດອາວຸດນິວເຄຣຍໃຫ້ໝົດໄປຈາກແຫຼມເກົາຫຼີ

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...