spot_img
Homeຂ່າວທ້ອງຖິ່ນ8 ບ້ານໄດ້ຮັບຜົນກະທົບຈາກເຫດການເຂື່ອນທີ່ແຕກຢູ່ເມືອງຜາໄຊ ແຂວງຊຽງຂວາງ

8 ບ້ານໄດ້ຮັບຜົນກະທົບຈາກເຫດການເຂື່ອນທີ່ແຕກຢູ່ເມືອງຜາໄຊ ແຂວງຊຽງຂວາງ

Published on

ພາຍຫຼັງເຫດເຂື່ອນນ້ຳເອົ້າ ເມືອງຜາໄຊ ແຕກ ເມື່ອ ເວລາ 14:00 ໂມງ ຂອງວັນທີ 11 ກັນຍາ 2017 ເຮັດໃຫ້ນໍ້າ 5 ແສນແມັດກ້ອນ ໄຫຼຊຸລົງມາຢ່າງແຮງສົ່ງຜົນໃຫ້ປະຊາຊົນທີ່ອາໄສຢູ່ໃນເຂດໃກ້ຄຽງ ແລະ ຕິດກັບແມ່ນໍ້າເອົ້າໄດ້ຮັບຜົນກະທົບ ລວມທັງເສັ້ນທາງຫຼາຍຈຸດຖືກຕັດຂາດ, ປັດຈຸບັນແມ່ນສາມາດສັນຈອນໄດ້ແລ້ວຈຳນວນໜຶ່ງ.

ຫຼ້າສຸດວັນທີ 12 ກັນຍາ 2017 ທ່ານ ຄຳຫຼ້າ ຈັນດາລາ ເຈົ້າເມືອງຜາໄຊ ແຂວງຊຽງຂວາງ ໃຫ້ຮູ້ວ່າ: ພາຍຫຼັງທີ່ເຂື່ອນນໍ້າເອົ້າແຕກ ໃນວັນທີ 11 ກັນຍາ, ປັດຈຸບັນທາງພາກສ່ວນທີ່ກ່ຽວຂ້ອງກໍ່ຄືທາງເມືອງ ໄດ້ຂຸ້ນຂ້ຽວເຂົ້າໄປຊ່ວຍເຫຼືອປະຊາຊົນທີ່ໄດ້ຮັບຜົນກະທົບ.

ສະເພາະເມືອງຜາໄຊ ແຂວງຊຽງ ຂວາງ ແມ່ນໄດ້ຮັບຜົນກະທົບໜ້ອຍເພາະເຂື່ອນຈະຕັ້ງຢູ່ເບື້ອງລຸ່ມຂອງເມືອງ. ສະນັ້ນ, ຈຶ່ງເຮັດໃຫ້ເມືອງທ່າໂທມ ແຂວງໄຊສົມບູນ ໄດ້ຮັບຜົນກະທົບຫຼາຍກວ່າເພາະຢູ່ບໍລິເວນກ້ອງເຂື່ອນ ປັດຈຸບັນພວກເຮົາໄດ້ປະສານສົມທົບກັບເມືອງທ່າໂທມ ແລະ ແຂວງ ແຕ່ງຕັ້ງໜ່ວຍສະເພາະກິດລົງຕິດຕາມ ແລະ ຊ່ວຍເຫຼືອປະຊາຊົນ ແຕ່ການເຂົ້າໄປຊ່ວຍເຫຼືອນັ້ນຍາກຫຼາຍ ເພາະເສັ້ນທາງຂາດ, ເປ່ເພຫຼາຍເຮັດໃຫ້ການເຂົ້າຊ່ວຍເຫຼືອນັ້ນຫຼ້າຊ້າ, ທ່ານ ຄຳຫຼ້າ ຈັນດາລາ ກ່າວ.

ຂະນະທີ່ ທ່ານ ສົມບູນ ສອນລິດທິເດດ ເຈົ້າເມືອງທ່າໂທມ ແຂວງໄຊສົມບູນ ໃຫ້ສຳພາດວ່າ: ເຂື່ອນທີ່ແຕກຢູ່ເມືອງຜາໄຊ ແຂວງຊຽງຂວາງ ໄດ້ສົ່ງຜົນກະທົບຕໍ່ປະຊາຊົນທີ່ອາໄສຢູ່ເມືອງທ່າໂທມ ຫຼາຍພໍສົມຄວນ ໂດຍສະເພາະແມ່ນເນື້ອທີ່ນາ, ຜົນລະປູກ, ຮົ້ວສວນ, ເສັ້ນທາງ ແລະ ເຮືອນຊານຂອງປະຊາຊົນທີ່ຕັ້ງຢູ່ລຽບແຄມແມ່ນໍ້າເອົ້າ ນັ້ນເປ່ເພ ແລະ ຍັງບໍ່ສາມາດປະເມີນໄດ້ວ່າປະຊາຊົນໄດ້ຮັບຜົນກະທົບເສຍຫາຍປານໃດ ເຊິ່ງປັດຈຸບັນແມ່ນກຳລັງຢູ່ໃນຂັ້ນຕອນໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບ ແລະ ລົງເກັບກຳຂໍ້ມູນກ່ຽວກັບການເສຍຫາຍ ຄັ້ງນີ້.

ທ່ານ ບຸນທອນ ປັນແກ້ວ ຮອງເຈົ້າເມືອງທ່າໂທມ ແຂວງໄຊສົມບູນ ໃຫ້ຮູ້ວ່າ: ເຫດການເຂື່ອນນ້ຳເອົ້າແຕກ ຢູ່ເມືອງຜາໄຊ ແຂວງຊຽງຂວາງ ໄດ້ສົ່ງຜົນກະທົບຕໍ່ 8 ບ້ານ ທີ່ຢູ່ລຽບແຄມນ້ຳງຽບ. ໃນນັ້ນ, ແມ່ນບ້ານຊຽງຄົງ ໄດ້ຮັບຜົນກະທົບຫຼາຍກວ່າໝູ່. ນອກນີ້, ນ້ຳຍັງໄຫຼຖ້ວມເສັ້ນທາງ 3 ຈຸດ ໂດຍສະເພາະແມ່ນເສັ້ນທາງຫຼວງແຫ່ງຊາດ 1D ແຕ່ບ້ານຊຽງຄົງ ຫາ ບ້ານປູ້ ຍາວ 26 ກິໂລແມັດ ເຊິ່ງນ້ຳໄດ້ຖ້ວມທາງເປັນເວລາ 3 – 4 ຊົ່ວໂມງ ຈຶ່ງຫຼຸດລົງ, ລົດບໍ່ສາມາດສັນຈອນໄດ້ ພາຍຫຼັງນ້ຳຫຼຸດລົງ ທາງເມືອງກໍ່ໄດ້ເອົາລົດຂູດຕົມອອກຈາກເສັ້ນທາງສຳເລັດປະມານ 18:00 ໂມງ ປັດຈຸບັນເສັ້ນທາງແມ່ນສາມາດສັນຈອນໄດ້ປົກກະຕິ.

 

ແຫລ່ງຂ່າວ: ໜັງສືພິມເສດຖະກິດ-ການຄ້າ

ບົດຄວາມຫຼ້າສຸດ

ປກສ ເມືອງບາຈຽງຈະເລີນສຸກແລະ ປກສ ແຂວງຈຳປາສັກສຶກສາອົບຮົມກຸ່ມຍັກຍອກຢາງພາລາຂອງສາມບໍລິສັດ

ກອງບັນຊາການ ປກສ ເມືອງບາຈຽງຈະເລີນສຸກແລະ ປກສ ແຂວງຈຳປາສັກສຶກສາອົບຮົມກຸ່ມຍັກຍອກຢາງພາລາຂອງສາມບໍລິສັດ ວັນທີ 8 ສິງຫາ 2025 ນີ້, ກອງບັນຊາການ ປກສ ເມືອງບາຈຽງຈະເລີນສຸກ ແລະ ປກສ...

ທ່ານ ເຫຼັກໄຫຼ ສີວິໄລ ລົງຕິດຕາມເສັ້ນທາງ 2W ແຕ່ເມືອງໄຊ ຫາເມືອງ ປາກແບ່ງ ແຂວງອຸດົມໄຊ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ຍທຂ ພ້ອມຄະນະລົງຕິດຕາມເສັ້ນທາງ 2W ແຕ່ເມືອງໄຊ ຫາເມືອງ ປາກແບ່ງ ແຂວງອຸດົມໄຊ. ໃນວັນທີ 9 ສິງຫາ 2025...

ຍີ່ປຸ່ນທຸບສະຖິຕິໃໝ່! ກວດພົບຄື້ນຄວາມຮ້ອນ ອຸນຫະພູມ 41.8 ອົງສາ ພ້ອມເຕືອນໄພປະຊາຊົນໃຫ້ອອກຈາກພື້ນທີ່ສ່ຽງ

ຍີ່ປຸ່ນທຸບສະຖິຕິອາກາດຮ້ອນສູງສຸດ 41.8 ອົງສາ ເຈົ້າໜ້າທີ່ເລັ່ງອົບພະຍົບປະຊາຊົນ ພ້ອມເຕືອນໂຣກລົມແດດ 44 ແຂວງໃນຍີ່ປຸ່ນ ຂະນະດຽວກັນພາກເໜືອຮັບມືຝົນຕົກໜັກ-ສ່ຽງນ້ຳຖ້ວມຊຸ. ສຳນັກຂ່າວຕ່າງປະເທືດລາຍງານໃນວັນທີ 7 ສິງຫາ 2025 ສຳນັກງານອຸຕຸນິຍົມວິທະຍາຂອງປະເທດຍີ່ປຸ່ນ (Japan Meteorological...

ຄະນະບໍລິຫານງານພັກກະຊວງປ້ອງກັນຄວາມ ສະຫງົບ ສະໄໝທີ VI ປະກອບມີ 27 ສະຫາຍ ຍິງ 1 ສະຫາຍ

ຊົມເຊີຍ ຜົນສຳເລັດກອງປະຊຸມຄັ້ງປະຖົມມະລຶກກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ VI ອົງຄະນະພັກກະຊວງປ້ອງກັນຄວາມສະຫງົບ ໃນຕອນເຊົ້າວັນທີ 6 ສິງຫາ 2025, ສະຫາຍ ພົອ ວິໄລ ຫຼ້າຄຳຟອງ ໄດ້ລາຍງານຜົນຂອງກອງປະຊຸມຄັ້ງປະຖົມມະລຶກຄະນະບໍລິຫານງານພັກກະຊວງປ້ອງກັນຄວາມສະຫງົບ ສະໄໝທີ...