ບີບີຊີລາຍງານເມື່ອວັນທີ 10 ກັນຍາ 2017 ລາຍງານພາບບັນທຶກດ້ວຍໂດຣນເໜືອພື້ນທີ່ເກີດເຫດແຜ່ນດິນໄຫວໃນລະດັບ 8.1 ແມັກນິຈູດ ທາງຕະເວັນຕົກສຽງໃຕ້ຂອງແມັກຊິໂກ ໄດ້ເຜີຍສະພາບເມືອງພັງເສຍຫາຍເປັນວົງກວ້າງ ຂະນະນີ້ມີຍອດຜູ່ເສຍຊີວິດແລ້ວເກືອບຮອດ 100 ຄົນ
ແຜ່ນດິນໄຫວເກີດຂຶ້ນເມື່ອວັນທີ 7 ກັນຍາ 2017 ທີ່ຜ່ານມາ ທີມງານໜ່ວຍກູ້ໄພໄດ້ລະດົມກຳລັງຄົ້ນຫາຮ່າງຜູ່ເສຍຊີວິດ ແລະ ໃຫ້ການຊ່ວຍເຫຼືອຜູ່ປະສົບໄພທີ່ຕິດຢູ່ກ້ອງຊາກຫັກພັງຂອງບ້ານເຮືອນ ໃນລັດຕາບັສໂກ ວາຮາກາ ແລະ ເຊຍປັສ
ຕອນນີ້ມີລາຍງານວ່າພົບຮ່າງຜູ້ເສຍຊີວິດແລ້ວຢ່າງໜ້ອຍ 91 ສົບ ໃນຈຳນວນນີ້ມີປະມານ 71 ສົບເປັນຜູ້ເສຍຊີວິດໃນລັດວາຮາກາ ແລະ ອີກກວ່າ 200 ຄົນທີ່ໄດ້ຮັບບາດເຈັບ ຂະນະດຽວກັນສູນແຜ່ນດິນໄຫວແຫ່ງແມັກຊິໂກລະບຸວ່າພົບອາຟເຈີຊັອກຢ່າງໜ້ອຍ 721 ຄັ້ງນັບຕັ້ງແຕ່ມີແຜ່ານດິນໄຫວ
https://youtu.be/hfG_WBsRp3M

