Homeຂ່າວຕ່າງປະເທດກະແສຕໍ່ຕ້ານມຽນມາ-ຊູຈີຮືຮາທົ່ວໂລກ! ຮຽກຮ້ອງໃຫ້ຢຸດການຂ້າລ້າງເຜົ່າພັນໂຣຮິນຢາ

ກະແສຕໍ່ຕ້ານມຽນມາ-ຊູຈີຮືຮາທົ່ວໂລກ! ຮຽກຮ້ອງໃຫ້ຢຸດການຂ້າລ້າງເຜົ່າພັນໂຣຮິນຢາ

Published on

ເມື່ອວັນທີ 8 ກັນຍາ 2017 ທີ່ຜ່ານມາ ເອເອຟພີລາຍງານວ່າ ເກີດກະແສການຊຸມນຸມຊອງປະຊາຊົນຕາມເມືອງຕ່າງໆ ໃນປະເທດມຸສລິມທົ່ວໂລກ ທີ່ຕ້ອງການສະແດງພະລັງສະໜັບສະໜູນຊາວໂຣຮິນຢາ ແລະ ປະນາມວິທີການຈັດການຂອງລັດຖະບານມຽນມາຫຼັງຈາກສະຫະປະຊາຊາດປະເມີນສະຖານະການການສູ້ຮົບໃນລັດຍະໄຂ່ລະຫວ່າງກອງທັບທະຫານມຽນມາກັບກອງກຳລັງຕິດອາວຸດໂຣຮິນຢາ ເຊິ່ງດຳເນີນມາເປັນໄລຍະ 2 ອາທິດ ນັບຈາກວັນທີ 25 ສິງຫາເປັນຕົ້ນມາ ວ່າອາດມີຜູ້ເສຍຊີວິດຫຼາຍກວ່າ 1,000 ຄົນ ຫຼາຍເກືອບສອງເທົ່າຂອງຍອດຜູ້ເສຍຊີວິດ ເຊິ່ງລັດຖະບານມຽນມາລະບຸໄວ້ທີ່ປະມານ 400 ຄົນ ສ່ວນຜູ້ອົບພະຍົບມີສູງເຖິງ 270,000 ຄົນແລ້ວ

ທີ່ນະຄອນຫຼວງອິສລາມາບັດ ຊາວປາກີສຖານຫຼາຍພັນຄົນໄດ້ຊຸມນຸມກັນແລະຮ້ອງຕໍ່ຕ້ານທ່ານນາງ ອອງ ຊານ ຊູຈີ ຮຽກຮ້ອງໃຫ້ຢຸດຕິການຂ້າລ້າງເຜົ່າພັນ ສ່ວນທີ່ນະຄອນຫຼວງ ກົວລາລັມເປີ ຊາວມາເລເຊຍຮຽກຮ້ອງໃຫ້ລັດຖະບານຫຼຸດຄວາມສຳພັນກັບລັດຖະບານມຽນມາລົງດ້ວຍການຮຽກທູດກັບປະເທດ

ນະຄອນຫຼວງທາກາ ຊາວບັງກາລາເທດຢ່າງໜ້ອຍ 15,000 ຄົນ ຊຸມນຸມຮຽກຕຳນິທ່ານ ນາງ ອອງ ຊານ ຊູຈີ ແລະ ນະຄອນຫຼວງເຕຫະຣານ ຊາວອິຫລ່ານອອກມາປະທ້ວງການໃຊ້ຄວາມຮຸນແຮງຕໍ່ຊາວໂຣຮິນຢາ ໃນຂະນະທີ່ລັດຖະບານອີຫລ່າຍເຮັດໜັງສືເຖິງເລຂາສະຫະປະຊາຊາດ ເພື່ອສະແດງຄວາມວິຕົກກັງວົນຕໍ່ເຫດການນີ້

ສ່ວນປະເທດຕວັກກີ ຜູ້ນຳຕວັກກີ ພ້ອມທັງລັດຖະມົນຕີກະຊວງການຕ່າງປະເທດ ກະຊວງຄອບຄົວ ແລະ ກິດຈະ ການສັງຄົມ ແລະເຈົ້າໜ້າທີ່ລະດັບສູງໄດ້ເດີນທາງໄປທີ່ບັງກາລາເທດ ໂດຍລົງພື້ນທີ່ນຳສິ່ງຂອງບັນເທົາທຸກໄປຊ່ວຍເຫຼືອຊາວໂຣຮິນຢາທີ່ສູນຜູ່ລີ້ໄພ ນອກຈາກນີ້ທາງການຕວັກກີຍັງກ່າວວ່າຕ້ອງການຫາວິທີແກ້ໄຂວິກິດການໂຣຮິນຢາແບບຖາວອນ

ດ້ານສະຫະລັດອາເມລິກາ ແລະ ນໍເວ ກະຊວງຕ່າງປະເທດຂອງທັງສອງປະເທດຖະແຫຼງການຮຽກຮ້ອງໃຫ້ລັດຖະບານມຽນມາອະນຸຍາດໃຫ້ໜ່ວຍງານດ້ານສິດທິມະນຸດເດີນທາງເຂົ້າສູ່ລັດຍະໄຂ່ ເພື່ອເລັ່ງໃຫ້ການຊ່ວຍເຫຼືອປະຊາຊົນທີ່ຕິດຄ້າງທ່າມການປະທະທີ່ຍັງຢືດເຢື້ອຢູ່ໃນຂະນະນີ້

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...