Homeອຸບັດເຫດແລະປາກົດການຫຍໍ້ທໍ້ສະຖິຕິຈຳນວນຕົວເລກຜູ້ເສຍຊີວິດຈາກການເກີດອຸບັດຕິເຫດທົ່ວປະເທດ

ສະຖິຕິຈຳນວນຕົວເລກຜູ້ເສຍຊີວິດຈາກການເກີດອຸບັດຕິເຫດທົ່ວປະເທດ

Published on

ອີງຕາມຂໍ້ມູນຈາກກົມຕຳຫຼວດໃຫຍ່ ຈາລະຈອນເປີດເຜີຍໃຫ້ຮູ້ວ່າ ສະຖິຕິອຸບັດຕິເຫດໃນທົ່ວປະເທດໃນໄລຍະ 8 ເດືອນພາຍໃນປີ 2017 ມີອຸບັດຕິເຫດເກີດຂຶ້ນທັງໝົດ 3.873 ຄັ້ງ, ພາຫະນະເປ້ເພ 7.021 ຄັນ ເປເພເລັກໜ້ອຍ 3.262 ຄັນ, ສົມຄວນ 3.532 ຄັນ, ໃຊ້ການບໍ່ໄດ້ 229 ຄັນ, ບາດເຈັບ 6.402 ຄົນ, ບາດເຈັບເລັກໜ້ອຍ 2.865, ສົມຄວນ 2.623 ຄົນ, ເຈັບສາຫັດ 914 ຄົນ ແລະ ເສຍຊີວິດ 700 ຄົນ

ສະຫຼຸບອຸບັດຕິເຫດແຕ່ລະແຂວງ:

  1. ນະຄອນຫຼວງວຽງຈັນ ເກີດອຸບັດຕິເຫດ 912 ຄັ້ງ ເສຍຊີວິດ 151 ຄົນ
  2. ຜົ້ງສາລີ ເກີດອຸບັດຕິເຫດ 74 ຄັ້ງ ເສຍຊີວິດ 09 ຄົນ
  3. ອຸດົມໄຊ ເກີດອຸບັດຕິເຫດ 287 ຄັ້ງ ເສຍຊີວິດ 49 ຄົນ
  4. ຫຼວງນ້ຳທາ ເກີດອຸບັດຕິເຫດ 125 ຄັ້ງ ເສຍຊີວິດ 19 ຄົນ
  5. ບໍ່ແກ້ວ ເກີດອຸບັດຕິເຫດ 82 ເສຍຊີວິດ 27 ຄົນ
  6. ໄຊຍະບູລີ ເກີດອຸບັດຕິເຫດ 76 ເສຍຊີວິດ 41 ຄົນ
  7. ຫຼວງພະບາງ ເກີດອຸບັດຕິເຫດ 310 ເສຍຊີວິດ 34 ຄົນ
  8. ຫົວພັນ ເກີດອຸບັດຕິເຫດ 29 ເສຍຊີວິດ 14 ຄົນ
  9. ຊຽງຂວາງ ເກີດອຸບັດຕິເຫດ 80 ເສຍຊີວິດ 26 ຄົນ
  10. ໄຊສົມບູນ ເກີດອຸບັດຕິເຫດ 20 ເສຍຊີວິດ 03 ຄົນ
  11. ວຽງຈັນ ເກີດອຸບັດຕິເຫດ 332 ເສຍຊີວິດ 47 ຄົນ
  12. ບໍລິຄຳໄຊ ເກີດອຸບັດຕິເຫດ 235 ເສຍຊີວິດ 55 ຄົນ
  13. ຄຳມ່ວນ ເກີດອຸບັດຕິເຫດ 58 ເສຍຊີວິດ 18 ຄົນ
  14. ສະຫວັນນະເຂດ ເກີດອຸບັດຕິເຫດ 460 ເສຍຊີວິດ 80 ຄົນ
  15. ສາລະວັນ ເກີດອຸບັດຕິເຫດ 107 ເສຍຊີວິດ 28 ຄົນ
  16. ຈຳປາສັກ ເກີດອຸບັດຕິເຫດ 552 ເສຍຊີວິດ 63 ຄົນ
  17. ເຊກອງ ເກີດອຸບັດຕິເຫດ 92 ເສຍຊີວິດ 30 ຄົນ
  18. ອັດຕະປື ເກີດອຸບັດຕິເຫດ 71 ເສຍຊີວິດ 15 ຄົນ

 

ແຫລ່ງຂ່າວ: ໜັງສືພິມເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ກົມໃຫຍ່ການເມືອງ ປກສ ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ໄດ້ 47 ໜ່ວຍ.

ໃນປີຜ່ານມາ, ອົງຄະນະພັກກົມໃຫຍ່ການເມືອງ ກະ ຊວງ ປກສ ໄດ້ຖືສໍາຄັນ ແລະ ເອົາໃຈໃສ່ການນໍາພາ-ຊີ້ນໍາສະມາຊິກພັກ , ນາຍ ແລະ ພົນຕໍາຫຼວດທຸກຂັ້ນ ຈັດຕັ້ງປະຕິບັດໜ້າທີ່ການເມືອງຕາມ 5...

ຄະນະຜູ້ແທນ ຈາກ ສປປ ລາວ ເຂົ້າຮ່ວມກອງປະຊຸມເວທີປຶກສາຫາລືແມ່ນໍ້າຂອງ 2026 ບາງກອກ ປະເທດໄທ.

ໃນຕອນເຊົ້າວັນທີ 23 ກໍລະກົດ 2026 ທີ່ ບາງກອກ, ປະເທດໄທ, ທ່ານ ສົມບູນ ສີຫານາດ, ຫົວໜ້າກົມເສດຖະກິດ, ກະຊວງການຕ່າງປະເທດ, ໄດ້ຕາງໜ້າ ສປປ...

ຜູ້ອຳນວນການໃຫຍ່ ແລະ ຜູ້ບໍລິຫານ ຄົນໃໝ່ ຂອງສະຖາບັນແມ່ນ້ຳຂອງ

ທ່ານ ດຣ. ອານຸລັກ ກິດຕິຄຸນ ໄດ້ຮັບການແຕ່ງຕັ້ງດຳລົງຕຳແໜ່ງເປັນ ຜູ້ອຳນວນການໃຫຍ່ ແລະ ຜູ້ບໍລິຫານ (ຜູ້ໃໝ່) ຂອງສະຖາບັນແມ່ນ້ຳຂອງ (Mekong Institute: MI), ນັບເປັນການເປີດສາກໃໝ່ໃຫ້ກັບອົງກອນລະຫວ່າງລັດຖະບານໃນການຮັບໃຊ້ພາກພື້ນລຸ່ມແມ່ນ້ຳຂອງ....

ໂຮງໝໍມິດຕະພາບ ເປັນແຫ່ງທໍາອິດ ໃນ ສປປ ລາວ ຟອກໄຂ່ຫຼັງ) ມາຕັ້ງແຕ່ປີ 1994.

ໂຮງໝໍມິດຕະພາບ ໄດ້ປະສົບຜົນສໍາເລັດໃນການຜ່າຕັດປູກຖ່າຍໄຂ່ຫຼັງໃຫ້ກັບຄົນເຈັບ ເຊິ່ງຖືເປັນບາດກ້າວໂດດເດັ່ນໃນການພັດທະນາ ແລະ ຍົກສູງຄຸນນະພາບການບໍລິການທາງດ້ານການແພດຢູ່ ສປປ ລາວ. ການສໍາເລັດການຜ່າຕັດດັ່ງກ່າວ ຊ່ວຍໃຫ້ຄົນເຈັບ ທີ່ມີຄວາມຈໍາເປັນ ແລະ ມີເງື່ອນໄຂ ສາມາດເຂົ້າເຖິງການປ່ຽນຖ່າຍໄຂ່ຫຼັງຢູ່ພາຍໃນປະເທດ ໂດຍບໍ່ຈໍາເປັນຕ້ອງເດີນທາງໄປປິ່ນປົວຢູ່ຕ່າງປະເທດອີກຕໍ່ໄປ. ທ່ານ...