spot_img
Homeຂ່າວພາຍ​ໃນ​​ຕາຕະລາງ​ການ​ແຂ່ງຂັນ​ກີລາ​ເຕະບານ​ຍິງ​ທີມ​ຊາດ​ລາວ ຮຸ່ນ​ອາຍຸ​ບໍ່​ເກີນ 16 ປີ

​​ຕາຕະລາງ​ການ​ແຂ່ງຂັນ​ກີລາ​ເຕະບານ​ຍິງ​ທີມ​ຊາດ​ລາວ ຮຸ່ນ​ອາຍຸ​ບໍ່​ເກີນ 16 ປີ

Published on

ທ່ານ ຄຳ​ໄພ ປະເສີດ ຮອງ​ປະທານສະຫະພັນ​ບານເຕະ​ແຫ່ງ​ຊາດ​ລາວ (​ສຕລ) ໄດ້​ໂອ​ລົມ​ຕໍ່​ຄະນະ​ນຳ ຄູ​ເຝິກ ແລະ ນັກກີລາ​ເຕະບານ​ຍິງ​ທີມ​ຊາດ​ລາວ ຮຸ່ນ​ອາຍຸ​ບໍ່​ເກີນ 16 ປີ ໃນ​ວັນ​ທີ 4 ກັນຍາ 2017 ທີ່ ​ສຕລ ກ່ອນ​ເຂົ້າ​ຮ່ວມ​ການແຂ່ງຂັນ​ເຕະບານ​ຊີງ​ຂັນ​ອາຊີ ຮຸ່ນ​ອາຍຸ​ບໍ່​ເກີນ 16 ປີ ຮອບ​ສຸດ​ທ້າຍ ທີ່​ແຂວງ​ຊົນ​ບຸ​ຣີ ປະເທດ​ໄທ ເປັນ​ເຈົ້າພາບ ລະຫວ່າງ​ວັນ​ທີ 10-23 ກັນຍາ 2017 ເຊິ່ງ​ທ່ານ​ໄດ້​ເນັ້ນ​ໜັກ​ໃຫ້​ນັກກີລາ​ໃຫ້​ມີ​ຄວາມ​ສາມັກຄີ​ກັນ ຕັ້ງໃຈ​ຫຼິ້ນ​ໃຫ້​ສຸດ​ຄວາມ​ສາມາດ ຕາງໜ້າ​ປະຊາຊົນ​ລາວ​ທັງ​ປະເທດ ຫຼີກເວັ້ນ​ທີ່​ສຸດ​ຄື​ການ​ລົ້ມ​ບານ ຫຼື ລ໊ອກ​ຜົນ​ບານ ແລະ ບໍ່​ຊື່ສັດ​ຕໍ່​ປະເທດ​ຊາດ​ບ້ານເມືອງ​ຂອງ​ຕົນ​ເອງ.

ສ່ວນ​ຕາຕະລາງ​ການ​ແຂ່ງຂັນ​ຂອງ​ທີມ​ຊາດ​ລາວ ປະກອບ​ມີ ໃນ​ວັນ​ທີ 10 ກັນຍາ 2017ເວລາ 19:00 ໂມງ ພົບ​ກັບທີມຊາດ​ໄທ ທີ່​ສະໜາມ​ຊົນ​ບຸ​ຣີ, ວັນ​ທີ 13 ກັນຍາ 2017 ເວລາ 17:00 ໂມງ ພົບ​ກັບທີມ​ຊາດ ​ສປ ຈີນ ທີ່​ສະໜາມ Institute of Physical Education Stadium ວັນ​ທີ 16 ກັນຍາ 2017 ເວລາ 18:00 ໂມງ ພົບ​ກັບທີມ​ຊາດ ສ ເກົາຫຼີ ທີ່​ສະໜາມ Institute of Physical Education ເຊິ່ງ​ການ​ແຂ່ງຂັນ​ຄັ້ງ​ນີ້ແມ່ນ​ຈະ​ເອົາ​ອັນ​ດັບ 1-3 ຜ່ານ​ເຂົ້າ​ໄປ​ຫຼິ້ນ​ໃນ​ການແຂ່ງຂັນ​ບານເຕະ​ຊີງ​ຂັນ​ຊະນະ​ເລີດ​ໂລກ ຮຸ່ນ​ອາຍຸ​ບໍ່​ເກີນ 17 ປີ ທີ່​ປະເທດ ອຸ​ຣຸ​ໄກວ ໃນ​ປີ 2018.

 

ແຫລ່ງຂ່າວ: ໜັງສືພິມ ວຽງຈັນໃໝ່

ບົດຄວາມຫຼ້າສຸດ

ໂທດຈຳຄຸກສູງສຸດ 7 ປີ ແລະ ປັບໄໝສູງສຸດ 30,000,000 ກີບ ສຳລັບພໍ່ແມ່ທີ່ປະຖິ້ມເດັກ

ພໍ່ແມ່ທີ່ປະຖິ້ມເດັກ ມີໂທດຈຳຄຸກສູງສຸດ 7 ປີ ແລະ ປັບໄໝສູງສຸດ 30,000,000 ກີບ ການປະຖິ້ມລູກ ຫຼື ການປ່ອຍໃຫ້ເດັກນ້ອຍຢູ່ໂດຍບໍ່ມີການດູແລ ຈະຖືກດຳເນີນຄະດີຕາມກົດໝາຍ, ເນື່ອງຈາກເປັນການລະເມີດສິດທິເດັກ ແລະ ສ້າງອັນຕະລາຍຕໍ່ຊີວິດຂອງເດັກ....

ຄົ້ນຄວ້າ-ປຶກສາຫາລື 8 ບັນດາຫົວຂໍ້ທີ່ສໍາຄັນ ໃນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025

ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 25 ສິງຫາ2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ,...

ປັບສູງສຸດ 2,000 ໂດລາ ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ

ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ ພ້ອມທັງຕັ້ງຄ່າປັບໄໝສູງສຸດ 2,000 ໂດລາ ຫຼື ປະມານ 45 ລ້ານກີບ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ສິງຫາ 2025 ຜ່ານມາ,...

ປະຫວັດ “ບຸນຫໍ່ເຂົ້າປະດັບດິນ” ປະເພນີລາວທີ່ສືບທອດມາແຕ່ບູຮານນະການ

ວັນບຸນຫໍ່ເຂົ້າປະດັບດິນ ບຸນປະເພນີທີ່ບູຮານໄດ້ພາກັນປະຕິບັດກັນມາ ເພື່ອເປັນການອຸທິດບຸນກຸສົນ ໃຫ້ກັບຍາດຕິພີ່ນ້ອງ ຜູ້ທີ່ລ່ວງລັບໄປແລ້ວ ລວມທັງສັມພະເວສີ ຜີທີ່ບໍ່ມີຍາດ. ຄວາມ​ໝາຍ​ຄວາມ​ສໍາຄັນ​ຂອງ​ບຸນ​ຫໍ່​ເຂົ້າປະດັບດິນ: ຫໍ່​ເຂົ້າປະດັບດິນ ໝາຍ​ເຖິງ ການ​ນໍາ​ເອົາ​ອາຫານ​ຫວານ​ຄາວ ຊີ້ນ​ແຫ້ງ​ປາ​ຕາຍ, ເຂົ້າຕົ້ມເຂົ້າໜົມ, ໝາກ​ໄມ້​ນານາ​ຊະນິດ ແລະ...